ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ເນັ້ນ​ວ່າ, ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ໃຫ້​ດີ, ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(GMT+08:00) 2008-08-03 18:52:52 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​ສານ​ຊິ່ນ​ຮວາ: ຕອນ​ເຊົ້າ​ວັນ​ທີ 3 ສິງ​ຫາ​ນີ້, ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໄປ​ສຳຫຼວດ​ສະໜາມ​ກິລາ​ແລະ​ສິ່ງ​ກໍ່​ສ້າງ​ຮັບປະກັນ. ທ່ານ​ກ່າວ​ເນັ້ນ​ວ່າ, ຕ້ອງ​ພ້ອມ​ກັນ​ພະຍາຍາມ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໃຫ້​ເປັນ​ງານ​ມະຫາ​ກຳ​ກິລາ​ສາກົນ​ທີ່​ເຮັດ​ໃຫ້ປະ​ຊາ​ຄົມ​ໂລກ​ພໍ​ໃຈ, ນັກ​ກິລາ​ພໍ​ໃຈ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ໄລ​ຍະ​ຈັດງ​ານ​ກິລາ​ໂອ​ລິມ​ປິກ​ສັ້ນຫຼາຍ, ​ແຕ່​ນ້ຳ​ໃຈ​ໂອ​ລິ​ມປິກ​ພັດ​ແມ່ນ​ຖາວອນ. ​ໃນຫຼາຍປີ​ມາ​ນີ້, ການ​ສ້າງ​ພື້ນຖານ​ໂຄງ​ລ່າງ, ສະໜາມ​ກິລາ, ປູກ​ຕົ້ນ​ໄມ້​ໃຫ້​ຂຽວງາມ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທີ່​ດຳ​ເນີນ​ຢູ່​ປັກ​ກິ່ງ, ດ້ານ​ໜຶ່ງ​ແມ່ນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ອີກ​ດ້ານ​ໜຶ່ງ​ແມ່ນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ການ​ພັດທະນາ​ແບບ​ຍືນ​ຍົງຂອງ​ປັກ​ກິ່ງ​ແລະ​ການປັງ​ປຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>