ກຳປູເຈຍກ່າວວ່າ, ກອງທັບໄທໄດ້ເຂົ້າໄປວັດອີກແຫ່ງໜຶ່ງຢູ່ເຂດຊາຍແດນກຳປູເຈຍ
(GMT+08:00) 2008-08-04 10:08:46 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິ່ນຮວາ: ວັນທີ 3 ສິງຫານີ້, ໂຄສົກລັດຖະບານກຳປູເຈຍກ່າວວ່າ, ຫຼັງຈາກໄດ້ເຂົ້າໄປໃນວັດແຫ່ງໜຶ່ງຢູ່ໃກ້ວັດພະວິຫານໃນຫວ່າງມໍ່ໆນີ້ແລ້ວ, ກອງທັບໄທໄດ້ເຂົ້າໄປໃນວັດອີກແຫ່ງໜຶ່ງຢູ່ເຂດຊາຍແດນກຳປູເຈຍ.
ໂຄສົກຜູ້ນີ້ກ່າວວ່າ, ວັດແຫ່ງນີ້ຕັ້ງຢູ່ເຂດຊາຍແດນຂອງແຂວງອົດດໍ ມິນໄຈ ທີ່ຢູ່ໃກ້ແຂວງພະວິຫານ, ວັດນີ້ກັບວັດທີ່ຢູ່ໃກ້ວັດພະວິຫານທີ່ກອງທັບໄທຍຶດຄອງນັ້ນລ້ວນແຕ່ຢູ່ໃນດິນຂອງກຳປູເຈຍ. ທ່ານກ່າວວ່າ, ກຳປູເຈຍໄດ້ມີທະຫານລາດຕະເວນຊາຍແດນຕັ້ງຄ້າຍຢູ່ເຂດວັດດັ່ງກ່າວ, ແຕ່ທ່ານບໍ່ໄດ້ເປີດເຜີຍເຖິງຈຳນວນລະລະອຽດຂອງທະຫານສອງຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ