ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ການ​ຄ້າ​ລະ​ຫວ່າງ​ເຂດ​ກວາງ​ຊີ​ກັບ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ

(GMT+08:00) 2008-08-04 10:30:33 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ສິ່ນຮວາ: ຫວ່າງ​ມໍ່ໆ​ນີ້, ດ່ານ​ນະຄອນ​ນານນິງ​ຂອງ​ຈີນ​ແຈ້ງ​ຂ່າວວ່າ, ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນຄ່າ​ການຄ້າ​ສອງຝ່າຍ​ລະຫວ່າງ​ເຂດ​ກວາງຊີ​ພາກໃຕ້​ຈີນ​ກັບ​ລາວ, ມຽນມາ, ໄທ, ກຳປູເຈຍ​ແລະ​ຫວຽດນາມ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ບັນລຸ 1 ຕື້ 800 ລ້ານ​ກວ່າ​ໂດ​ລາ, ​ເພີ່ມ​ຂຶ້ນ 26% ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

ໃນ​ນັ້ນ, ມູນ​ຄ່າ​ການ​ຄ້າຂາ​ເຂົ້າຂາ​ອອກ​ລະຫວ່າງ​ເຂດ​ກວາງຊີ​ກັບ​ຫວຽດນາມ​ບັນລຸ 1 ຕື້ 700 ລ້ານ​ກວ່າ​ໂດ​ລາ, ​ເພີ່ມ​ຂຶ້ນ​ເກືອບ 94% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​ປີ​ກາຍ​ນີ້, ອັດຕາ​ເພີ່ມ​ຂຶ້ນ​ເປັນ​ອັນ​ດັບ​ທີ 1 ​ໃນ​ການ​ຄ້າ​ຂາ​ເຂົ້າຂາ​ອອກ​ລະຫວ່າງ​ກວາງຊີ​ກັບ 5 ປະ​ເທດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>