ນັກທ່ອງທ່ຽວທີ່ໄປທ່ຽວຢູ່ຕິເບດໃນເດືອນກໍລະກົດປີນີ້ມີເຖິງ 3 ແສນ 5 ຫມື່ນກວ່າເທື່ອຄົນ
(GMT+08:00) 2008-08-05 18:48:32 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິນຮວາ: ວັນທີ 5 ສິງຫານີ້, ຢູ່ທີ່ນະຄອນຫຼວງປັກກິ່ງ, ທ່ານຕູ້ຈ່ຽງ ຮອງຫົວຫນ້າກົມທ່ອງທ່ຽວແຫ່ງຊາດຈີນໄດ້ກ່າວຕໍ່ນັກຂ່າວຈີນແລະຕ່າງປະເທດວ່າ, ໃນເດືອນກໍລະກົດປີນີ້, ນັກທ່ອງທ່ຽວທີ່ໄປທ່ຽວຢູ່ເຂດຕິເບດມີເຖິງ 3 ແສນ 5 ຫມື່ນກວ່າເທື່ອຄົນ.
ໃນງານຖະແຫຼງຂ່າວທີ່ຈັດຂຶ້ນຢູ່ສູນຖະແຫຼງຂ່າວສາກົນປັກກິ່ງ 2008 ,ທ່ານຕູ້ຈ່ຽງກ່າວວ່າ, ຫຼັງຈາກເກີດເຫດການຈະລາ ຈົນຢູ່ນະຄອນລາຊາຕິເບດໃນວັນທີ 14 ມີນາປີນີ້ແລ້ວ, ເພື່ອຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວທີ່ມາຈາກແຫ່ງຕ່າງໆໃນໂລກ, ການທ່ອງທ່ຽວຂອງເຂດຕິເບດໄດ້ຢຸດຕິຊົ່ວຄາວໃນໄລຍະຫນຶ່ງ. ຫຼັງຈາກນັ້ນ, ນອກຈາກເພີ່ມມາດຕະການຄວາມປອດໄພຂອງບ່ອນທ່ອງທ່ຽວ, ລັດຖະບານກາງແລະອົງການປົກຄອງເຂດຕິເບດກໍໄດ້ເພີ່ມການປັບປຸງບູລະນະແຫຼ່ງທ່ອງທ່ຽວຕ່າງໆອີກ. ປະຈຸບັນ, ຂະແຫນງການທ່ອງທ່ຽວຂອງຕິເບດພວມຮັບການຟື້ນຟູຢ່າງວ່ອງໄວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ