ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​​ເນື້ອ​ໃນ​ຄຳ​ປາ​ໃສ​ນະ​ໂຍ​ບາຍ​ອາ​ຊີ​ຂອງ​ທ່ານ​ບຸສ​ກ່ຽວ​ກັບ​ຈີນ

(GMT+08:00) 2008-08-07 18:51:50 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri: ວັນ​ທີ 7 ສິງຫານີ້,ຢູ່​ປັກ​ກິ່ງ,ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເນື້ອ​ໃນຄຳ​ປາ​ໃສ​ນະ​ໂຍບາຍ​ອາຊີ​ຂອງ​ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາທີ່​ກ່ຽວ​ກັບ​ຈີນ.

ຂ່າວ​ແຈ້ງວ່າ, ວັນ​ທີ 7 ສິງຫານີ້,ທ່ານ​ບຸ​ສ​ໄດ້​ກ່າວ​ຄຳ​ປາ​ໃສ​ກ່ຽວ​ກັບ​ນະ​ໂຍບາຍ​ອາຊີ​ຢູ່​ປະ​ເທດ​ໄທ,ຈຸດ​ຫນັກ​ໄດ້​ກ່າວ​ເຖິງ​ນະ​​ໂຍບາຍ​ຕໍ່ຈີນ.ທ່ານ​ບຸ​ສ​ໄດ້​ຕີ​ລາຄາ​ສູງ​ຕໍ່ຜົນ​ຂອງການ​ພັດທະນາຂອງ​ຈີນ​ແລະ​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​​ອາ​ເມ​ລິ​ກາ​ໃນ​ຫລາຍປີ​ມານີ້,ພ້ອມ​ກັນນັ້ນກໍ່​ໄດ້​ກ່າວ​ເຖິງ​ບັນຫາ​ສິດທິ​ມະນຸດ​ແລະ​ສາສະຫນາ​ຂອງ​ຈີນ.

​​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​,​ທ່ານ​ຊິນ​ກ່າງ​ກ່າວ​ວ່າ,ໂດຍ​ມີ​ທັງ​ສອງ​ຝ່າຍ​ຈີນອາ​ເມ​ລິ​ກາ​ພ້ອມ​ກັນ​ພະຍາຍາມ, ​​ໃນ​ຫລາຍ​ປີ​ມານີ້,ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ໄດ້​ຮັກສາ​ທ່ວງທ່າ​ພັດທະນາ​ຢ່າງ​ຫມັ້ນທ່ຽງ.ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການສົນທະນາ​ກັນ​ ​ການແລກປ່ຽນ​ແລະການ​ຮ່ວມ​ມື​ກັນຢ່າງ​ບັງ​ເກີດ​ຜົນ​ໃນ​ຂົງ​ເຂດ​ສອງ​ຝ່າຍ​ແລະ​ໃນ​ບັນຫາ​ສາກົນ​ແລະ​ພາກພື້ນ​ທີ່​ສຳຄັນ.​ເລື່ອງຈິງ​​ໄດ້ຢືນ​ຢັ້ນອີກ​ເທື່ອ​ຫນຶ່ງ​ວ່າ​ຈີນ​ອາ​ເມ​ລິ​ກາ​ເຖິງ​ວ່າ​ຍັງ​ມີ​ຄວາມ​​ເຫັນ​ແຕກ​ຕ່າງ​ກັນກັນ​ຈຳນວນ​ຫນຶ່ງ​ກໍ່ຕາມ, ​ແຕ່​ໄດ້​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ແລະ​ພື້ນຖານ​ການ​ຮ່ວມ​ມື​ອັນ​ກວ້າງຂວາງ.ຈີນ​ຍິນ​ດີ​ພ້ອມ​ກັບ​ອາ​ເມ​ລິ​ກາ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ຫມັ້ນທ່ຽງ.

ທ່ານ​ຊິນ​ກ່າງ​ກ່າວ​ວ່າ, ຈີນ​ເດັດດ່ຽວ​ຄັດຄ້ານ​ກິລິຍາ​ວາຈາຕ່າງໆ​ທີ່​ແຊກ​ແຊງ​ວຽກ​ງາຍ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ດ້ວຍ​ບັນຫາ​ສິດທິ​ມະນຸດ​ແລະ​ບັນຫາ​ສາສະຫນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>