ພິທີ​ຕ້ອນຮັບ​ຄະນະ​ນັກ​ກິລາ​ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ບ້ານ​ໂອ​ລິ​ມປິກ

(GMT+08:00) 2008-08-07 20:22:15 cri
-----------------------------------------------------------------------------------------------------------------

ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ວັນ​ທີ7​ສິງຫາ​ນີ້, ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ພິທີຕ້ອນຮັບ​​ຄະນະ​ນັກ​ກິລາ​ຂອງ51​ປະ​ເທດ. ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຈັດ​ພິທີ​ຊັກ​ທຸ​ງຂຶ້ນ​ສູ່​ຍອດ​ເສົາໃຫ້​ແກ່ຄະນະ​ນັກ​ກິລາ​ລາວ​, ອານ​ເຊ​ລີ, ​ໂກລົມ​ບີ, ປອກຕຸຍ​ການ​ແລະ​ຕວກກີທີ່​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໃນ​​ໄລຍະ​ດຽວ​ກັນ. ທ່ານ​ພູ​ທອງ ​ແສງ​ອາຄົມ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກລາວ, ທ່ານ​ສົມ​ພູ ພົງສາ ຫົວໜ້າຄະນະ​ນັກ​ກິລາ​ລາວ, ທ່ານ​ແສງ​ພອນ ພົນ​ອາມາດ ຮອງ​ຫົວໜ້າ​ຄະນະນັກ​ກິລາ​ລາວ​ພ້ອມ​ດ້ວຍ​ຄູ​ຝຶກ​ແລະ​ນັກ​ກິລາ​ທັງ​ໝົດ​ຂອງ​ລາວ​ໄດ້​ເຂົ້າ​ຮ່ວມ​ພິທີ​ຊັກ​ທຸງ.

ເວລາ14​ໂມງ​ຂອງ​ວັນ​ທີ7​ສິງຫາ​ນີ້, ພິທີ​ຕ້ອນຮັບ​ໄດ້​ເລີ່​ມຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ທ່າ​ງກາງ​ສຽງເພງ​ໂອ​ລິ​ມປິກ. ທ່ານ​ເສິງ​ໄຄ ຜູ້​ຮັກສາ​ການ​ນາຍ​ບ້ານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ກ່າວ​ຄຳ​ຕ້ອນຮັບ. ພິທີ​ຊັກ​ທຸງ​ຂອງ​ຄະນະ​ນັກ​ກິລາ​ລາວ​ໄດ້​ຈັດ​ຂຶ້ນ​ໃນ​ລຳດັບ​ທີ​ສອງ ​ຖັດຈາກຕວກກີ. ຜູ້​ເຂົ້າ​ຮ່ວມ​​ໂຄລົບ​ໃນ​ຂະນະ​ທີ່ເພງ​ຊາດ​ລາວດັງ​ຂຶ້ນ, ທຸງຊາດ​ລາວ​ໄດ້​ຊັກ​ຂຶ້ນ​ເສົາ​ໃນ​ພິທີ​ຕ້ອນຮັບ.
ພາຍຫຼັງ​ພິທີ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານ​ແສງ​ພອນ ພົນ​ອາມາດ ຮອງ​ຫົວໜ້າ​ຄະນະ​ນັກ​ກິລາ​ລາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ທ່ານ​​ໄດ້​​ແຈ້ງ​ສະພາບ​ແລະ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ປັກ​ກິ່ງຂອງ​ຄະນະ​ນັກ​ກິລາ​ລາວ​.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>