ທ່ານອູປາງໂກພົບປະທ່ານຈູມມະລີ ໄຊຍະສອນ
-----------------------------------------------------------------------------------------------------------------
ຕາມຂ່າວCRI: ວັນທີ 7 ສິງຫານີ້, ຢູ່ທີ່ນະຄອນຫຼວງປັກກິ່ງ,ທ່ານອູປາງໂກ ປະທານສະພາປະຊາຊົນແຫ່ງຊາດຈີນໄດ້ພົບປະຜູ່ນຳ ຕ່າງປະເທດຫຼາຍທີ່ມາເຂົ້າຮ່ວມພິທີໄຂງານໂອລິມປິກປັກກິ່ງ.
ໃນເວລາພົບປະທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ,ທ່ານອູປາງໂກກ່າວວ່າ,ສະພາປະຊາຊົນແຫ່ງຊາດຈີນຍິນດີສົ່ງເສີມການຮ່ວມມືກັບສະພາບແຫ່ງຊາດລາວຕື່ມອີກ, ເພື່ອປະກອບສ່ວນເຂົ້າໃນການຂະຫຍາຍການພົວພັນລະຫວ່າງສອງຝ່າຍຢ່າງຮອບດ້ານ. ທ່ານຈູມມະລີກ່າວວ່າ, ລາວຍິນດີສົ່ງເສີມການແລກປ່ຽນແລະຮ່ວມມືລະຫວ່າງສອງຝ່າຍດ້ວຍມິດຕະພາບ, ແລະອວຍພອນໃຫ້ງານກິລາໂອລິມປິກປັກກິ່ງຈົ່ງໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມຫນ່ວຍ.
ໃນເວລາພົບປະທ່ານລູລາ ດາ ຊິນວາ ປະທານາທິບໍດີເບຼຊິນ, ທ່ານອູປາງໂກກ່າວວ່າ, ຈີນຍິນດີພ້ອມກັນກັບເບຼຊິນຊຸກຍູ້ໃຫ້ການພົວພັນຄູ່ຍຸດທະສາດຂອງສອງປະເທດກ້າວຂຶ້ນສູ່ລະດັບໃຫມ່ຢ່າງບໍ່ຢຸດຢັ້ງ.
ໃນເວລາພົບປະທ່ານກິມຢົງນາມ ປະທານຄະນະປະຈຳສະພາປະຊາຊົນສູງສຸດຂອງສ.ປ.ປເກົາຫຼີ,ທ່ານອູປາງໂກກ່າວວ່າ, ຫວັງໃຫ້ສອງຝ່າຍຖືປີມິດຕະພາບຈີນສ.ປ.ປເກົາຫຼີທີ່ລະລຶກຈີນກັບສ.ປ.ປເກົາຫຼີສ້າງສາຍສຳພັນທາງການທູດຄົບຮອບ 60 ປີເປັນໂອກາດທີ່ດີ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນກັບສ.ປ.ປເກົາຫຼີຈະໄດ້ຮັບການພັດທະນາຢ່າງຫຼາຍກວ່າເກົ່າ.