ສື່ມວນຊົນແລະເພື່ອນມິດຕ່າງປະເທດຈຳນວນໜຶ່ງຍ້ອງຍໍວຽກງານກະກຽມງານກິລາໂອແລັມປິກປັກກິ່ງ
(GMT+08:00) 2008-08-08 11:34:31 cri
-----------------------------------------------------------------------------------------------------------------

ຕ່າມຂ່າວ CRI, ຫວ່າງມໍ່ໆນີ້ ໜັງສືພິມ,ວິທະຍຸກະຈາຍສຽງແລະໂທລະພາບຕ່າງປະເທດບາງແຫ່ງພ້ອມດ້ວຍຜູ້ຟັງຂອງວິທະຍຸສາກົນແຫ່ງປະເທດຈີນແລະເພື່ອນມິດຕ່າງປະເທດພາກັນຍ້ອງຍໍວຽກງານກະກຽມຂອງງານກິລາໂອແລັມປິກປັກກິ່ງ,ແລະຄອງຄອຍໃຫ້ງານກິລາໂອແລັມປິກປັກກິ່ງໄດ້ຮັບຜົນສຳເລັດ.
ທ່ານບູລີ,ຫົວໜ້າທິມຍິງປືນຂອງຝຣັ່ງກ່າວວ່າ,ນີ້ແມ່ນສິ່ງກໍ່ສ້າງທີ່ດີທີ່ສຸດໃນປະຫວັດສາດງານກິລາໂອແລັມປິກ.
ໜັງສືພິມຊັສເດລີຂອງລັດວີສະບັບວັນທີ 7 ສິງຫານີ້ລາຍງານວ່າ,ທ່ານອັນດົນສ໌ ວຣູເບຼບສະກີ ປະທານຄະນະກຳມະການໂອແລັມປິກລັດວີກ່າວວ່າ,ປະຊາຊົນຈີນມີຊື່ສຽງຍ້ອນເຄົາລົບລະບຽບວິໄນແລະເປັນລະບຽບຮຽບຮ້ອຍ,ບໍ່ຕ້ອງສົງໄສເລີຍວ່າ, ໃນໄລຍະງານກິໂອແລັມປິກທຸກສິ່ງທຸກຢ່າງ ລ້ວນແຕ່ຈະຢູ່ໃນລະດັບສູງ.
ໃນເວລາຜູ້ມີໄມຕີຈິດຕໍ່ຈີນຂອງອິນເດຍແລະຜູ້ຟັງອີນເດຍບາງຄົນໃຫ້ສຳພາດຕໍ່ນັກຂ່າວວິທະຍຸCRI ປະຈຳອິນເດຍນັ້ນໄດ້ກ່າວວ່າ,ການຈັດງານກິລາໂອແລັມປິກປັກກິ່ງບໍ່ພຽງແຕ່ແມ່ນກຽດຂອງຈີນທໍ່ນັ້ນ,ກໍແມ່ນກຽດຂອງອາຊີກໍຄືຂອງອິນເດຍ,ປະຊາຊົນອິນເດຍຫວັງຢ່າງຈິງໃຈໃຫ້ງານກິລາໂອແລັມປິກປັກກິ່ງຈົ່ງໄດ້ຮັບຜົນສຳເລັດ.
ໃນບົດຄວາມທີ່ແນະນຳສະໜາມກິລາໂອແລັມປິກປັກກິ່ງຂອງທ່ານໂທມັສ ມາເຊັກ ນັກຂ່າວປະເທດສາທາລະນະລັດເຊັກໄດ້ຂຽນວ່າ,ສະໜາມກິລາໂອແລັມປິກປັກກິ່ງແມ່ນສິ່ງກໍ່ສ້າງໃນອະນາຄົດ,ເຊິ່ງເຮັດໃຫ້ພວກເຮົາຮູ້ສຶກວ່າມັນໄດ້ລື່ນກາຍສະຕະວັດທີ 21 ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ