ທ່ານ ຫູ​ຈີນ​ເທົາ ພ້ອມ​ພັນ​ລະ​ຍາ ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​ທີ່​ລົງ​ທະ​ບຽນ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ໂອ​ລິມ​ປິກ ຄັ້ງ​ທີ 29

(GMT+08:00) 2008-08-08 13:27:50 cri
-----------------------------------------------------------------------------------------------------------------
ຂ່າວ​ຈາກ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ: ທ່ານ ຫູ​ຈີນ​ເທົາ, ປະທານ​ປະ​ເທດ​ຈີນ ພ້ອມ​ດ້ວຍພັນ​ລະ​ຍາ ທ່ານ​ນາງ ຫຼິວ ຢົງ​ຊິງ, ​​ໄດ້​ຕ້ອນຮັບ​ແຂກ​ຜູ້​ກຽດ​ທີ່​ລົງທະບຽນ​ທີ່​ມາ​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ ຄັ້ງທີ 29 ໃນ​ຕອນ​ທ່ຽງ​ຂອງ​ວັນ​ທີ 8ສິງຫາ​ນີ້ ທີ່​ຫໍ​ສະພາ​ປະຊາຊົນ​ປັກ​ກິ່ງ.

ພາຍຫຼັງ​ພິທີ​ຕ້ອນຮັບ​ແຂກ​ສິ້ນ​ສຸດ​ລົງ, ທ່ານ ຫູ ຈີນ​ເທົາ ປະທານ​ປະ​ເທດ​ຈີນ ​ກໍ່ໄດ້​ຈັດ​ງານ​ລ້ຽງ​ອາ​ຫານ​ທ່ຽງ​ ຢ່າງ​ໃຫຍ່​ໂຕ​ມະ​ໂຫລານຢູ່​ທີ່​ຫໍ​ສະພາ​ປະຊາຊົນ ​ເພື່ອ​ຕ້ອນຮັບ​ແຂກ​ຜູ້​ມີ​ກຽດ ທີ່​ມາ​ຈາກປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ໃນ​ໂລກ.

ອີງ​ຕາມ​ປະ​ເພນີ​ຂອງຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ແລ້ວ, ປະ​ມຸກ​ລັດ​ຫຼື​ຫົວໜ້າ​ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ ​ແມ່ນ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຈາກ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຂອງ​ປະ​ເທດ​ຕົນ ມາ​ເຂົ້າ​ຮ່ວມ​ກິດຈະກຳ​ທີ່​ກ່ຽວຂ້ອງ​ຂອງ​ງານ​ໂອ​ລິ​ມປິກ​ ລວມທັງ​ພິທີ​ໄຂງານ​ໂອ​ລິ​ມປິກ​ໃນ​ຖານະ​ເປັນ​ແຂກ​ຜູ້​ມີ​ກຽດ​ທີ່​ລົມ​ທະບຽນ.​ຕາມ​ການ​ເປີດ​ເຜີຍ​ຂອງ​ກະຊວງ​ການ​ຕ່າງປະ​ເທດຈີນ​​ໃຫ້​ຮູ້​ວ່າ: ຈະ​ມີບຸ​ກຄົນ​ຜູ້​ສຳຄັນ​​ໃນ​ວົງ​ການ​ການ​ເມືອງ 80ກວ່າ​ທ່ານ ມາ​ລົງທະບຽນ​ເປັນ​ແຂກ​ຜູ້​ມີ​ກຽດ ​​ມາ​ເຂົ້າ​ຮ່ວມ​ກິດຈະກຳ​ທີ່​ກ່ຽວ​ຂ້ອງ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກີ່​ງ​ໃນ​ຖານະ​ເປັນ​ແຂກ​ຜູ້​ມີ​ກຽດ​ທີ່​ລົງທະບຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>