ງານ​​ກິລາໂອລິມ​ປິກ​ປັກ​ກິ່ງ​ຈະ​ເປີດ​ສາກ​ໃນ​ຕອນ​ຄ່ຳ​ມື້​ນີ້

(GMT+08:00) 2008-08-08 16:45:31 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI: ງານ​ໂອ​ລິມປິກລະດູ​ຮ້ອນ​ຄັ້ງທີ 29 ທີ່​ໄດ້​ສ້າງ​ສະຖິຕິຫຼາຍລາຍ​ຂອງ​ງານ​ໂອ​ລິ​ມປິກ​ຈະເປີດ​ສາກ​ຢູ່​ປັກ​ກິ່ງ ນະຄອນຫຼວງຂອງ​ຈີນ​ໃນ 20 ​​ໂມງ​ຂອງ​ວັນ​ທີ 8 ​ເດືອນ 8, ​ເວລາ​ປັກ​ກິ່ງ, ​ທ່ານ​ຊາກ ລົກ​ເກ​ຈະກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ໄຂງານ, ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ຈະ​ປະກາດ​ໄຂ​ງານ​ໂອ​ລິມປິກ​ຄັ້ງນີ້.

ຄະນະ​ຜູ້​ແທນ​ຂອງ​ທັງ​ໝົດ 205 ສະມາຊິກ​ໃນ​ຄອບຄົວ​ໃຫຍ່​ໂອ​ລິ​ມປິກ​ລ້ວນ​ແຕ່​ໄດ້​ເດີນທາງ​ໄປ​ຮອດ​ປັກ​ກິ່ງ​ແລະຈະ​ເຂົ້າຮ່ວມ​ພິທີ​ໄຂ​​​ໃນ​ຕອນ​ຄ່ຳ​ມື້​ນີ້, ຜູ້ນຳ​​ 80 ກວ່າ​ທ່ານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກຊຶ່ງ​ລວມທັງ​ທ່ານຈູມມະລີ​ໄຊຍະສອນ​ປະທານ​ປະເທດ​ລາວ,​ທ່ານ​ຈອດ ບຸ​ສ໌ ປະທານາທິບໍດີ​ອາ​ເມ​ລິ​ກາ, ທ່ານ​ຟູ​ຄູ​ດາ ຢາ​ຊູ​ໂອ ນາຍົກ​ລັດຖະ​ມົນຕີ​ຍີ່ປຸ່ນ, ​ແລະ​ທ່ານ​ນີ​ໂຄຣັສ໌ ຊາ​ໂຄ​ຊີ ປະທານາທິບໍດີ​ຝຣັ່ງກໍ່​​ເຂົ້າຮ່ວມ​ພິທີ​ໄຂງານ. ຕາມ​ຕົວ​ເລກ​ທີ່​ຝ່າຍ​ທາງ​ການ​ປະກາດ, ຈຳນວນ​ນັກ​ກິລາ​​ທີ່​ເຂົ້າຮ່ວມ​ງານມີ 1 ໝື່ນ 1 ພັນ​ກວ່າ​ຄົນ, ​ນັກ​ຂ່າວ​ທີ່​​​ໄປ​​ເອົາ​ຂ່າວ​ໃນ​ງານ​ມີ 3 ໝື່ນ​ກວ່າ​ຄົນ. ຕົວ​ເລກ​ດັ່ງກ່າວ​ນີ້​ຕ່າງ​ໄດ້​ສ້າງ​ສະຖິຕິ​ຂອງ​ງານ​ໂອ​ລິ​ມປິກ​ແລະ​ພິທີ​ໄຂ​ງານ​ໂອ​ລິມປິກ.
​​
ໃນ​ພິທີ​ໄຂງານ​, ​ຈະໄດ້​ສະ​ແດງ​ລາຍການ​ສິລະ​ປະ​ທີ່​ຍາວ​ປະມານ 1 ຊົ່ວ​ໂມງ​ທີ່​ທ່ານ​ຈ່າງ​ອີ້​ເໝົາ ຜູ້​ກຳກັບ​ການສະ​ແດງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ເປັນ​ຜູ້​ກຳກັບ, ຊຶ່ງ​ມີ​ຊື່ວ່າ"​ໂອ​ລິ​ມປິກ​ທີ່​ສວຍ​ງາມ". ກ່ອນ​ໜ້າ​ນີ້, ທ່ານ​ຈ່າງ​ອີ້​ເໝົາ​ແນະນຳ​ວ່າ, ການສະ​ແດງ​ຈະ​ພະຍາຍາມ​ເຮັດ​ໃຫ້​ວັດທະນະທຳ​ຈີນ​ກັບ​ນໍ້າ​ໃຈ​ໂອ​ລິ​ມປິກ​ເຊື່ອມ​ໂຍງ​ເຂົ້າກັນ, ​ເພື່ອ​ສະ​ແດງ​ທັດສະນະ​ຄະຕິມິດຕະພາບ​ແລະກົມກຽວ​ກັນ​ຕໍ່​ທົ່ວໂລກ.

ນີ້​ແມ່ນ​ໂອ​ລິ​ມປິກ​ຈັດ​ຂຶ້ນ​ຢູ່​ຕົວ​ເມືອງ​ຂອງ​ປະ​ເທດ​ທີ່​ມີ​ປະຊາກອນຫຼາຍກວ່າ​ໝູ່​ໃນ​ໂລກ​ຄື​ຈີນ​ເປັນຄັ້ງທຳ​ອິດ, ກໍ່​ແມ່ນ​ຈັດ​ຢູ່​ຕົວ​ເມືອງ​ອາຊີ​ເທື່ອ​ທີ 3. ງານ​ໂອ​ລິມປິກ​ປັກ​ກິ່ງ​ຈະ​ອັດ​ລົງ​ໃນ​ວັນ​ທີ 24 ສິງຫາ​ນີ້. ​ທ່ານ​ຜູ້​ຟັງ, ຕໍ່​ໄປ​ນີ້​ເຊີນ​ທ່ານ​ຕິດຕາມ​ລາຍການ​ພິ​ເສດ​ກ່ຽວ​ກັບ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>