ຫວຽດ​ນາມ​ອອກ​ແຮງ​ສະ​ຫນັບ​ສະ​ຫນູນ​ງານ​​ໂອ​ລິມ​ປິກ​ປັກ​ກິ່ງ 2008

(GMT+08:00) 2008-08-08 17:44:14 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:ວັນ​ທີ 7 ສິງຫານີ້,ຢູ່​ປັກ​ກິ່ງ,​​ໃນ​ເວລາ​ທ່ານ​ຫງຽນມິ​ງຈຽດ ປະທານ​ປະ​ເທດ​ຫວຽດນາມ​ພົບ​ປະ​ກັບ​ຄະນະ​ນັກ​ກິລາ​ຫວຽ​ດນາມ​ທີ່​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ,ທ່ານ​ກ່າວ​ວ່າ, ຫວຽດນາມ​ຈະ​ສະ​ຫນັບ​ສະ​ຫນູນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ 2008 ຢ່າງ​ແຂງ​ແຮງ.

ທ່ານ​ຫງຽນມິງຈຽດ​ກ່າວ​ວ່າ, ​ໃນ​ການ​ສົ່ງຕໍ່ທວນ​ໄຟ​ສັກສິດ​ໂອ​ລິ​ມປິກ​ທີ່​ເລີ່​ມຈັດ​ຂຶ້ນ​ໃນ​ເດືອນ​ເມສາ​ປີນີ້,ຢູ່​ບາງ​ປະ​ເທດ​ໄດ້​ມີ​ການ​ກະທຳ​ທີ່​ລົບ​ກວນ​ການ​ສົ່ງຕໍ່ທວນ​ໄຟ,ສື່​ມວນ​ຊົນ ​ຕາ​ເວັນ​ຕົກ​ຈຳນວນ​ຫນຶ່ງ​ໄດ້​ຖື​ໂອ​ລິ​ມປິກ​ເປັນ​ບັນຫາ​ການ​ເມືອງ,ນີ້​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ຕໍ່​ກິລາ​ໂອ​ລິ​ມປິກ.ທ່ານ​ຫງຽນມິງຈຽດກ່າວ​ວ່າ, ຫວຽດນາມ​ສະຫນັບສະຫນູນ​ງານ​​ໂອ​ລິ​ມ ປິກ​ປັກກິ່ງ​ຢ່າງ​ສະ​ເຫມີ​ຕົ້ນສະ​ເຫມີ​ປາຍ,ນີ້​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ລັດຖະບານ​ແລະ​ປະຊາຊົນ​ທັງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>