ສື່​ມວນ​ຊົນ​ຕ່າງປະ​ເທດ​ຊົມ​ເຊີຍ​ງານ​​ໂອ​ລິ​ມປິກປັກ​ກິ່ງຢ່າງ​ສຸດ​ອົກ​ສຸດ​ໃຈ

(GMT+08:00) 2008-08-08 20:19:13 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:  ຫຼາຍ​ມື້​ມາ​ນີ້, ສື່​ມວນ​ຊົນ​ຢູ່ແຫ່ງ​ຕ່າງໆ​ໃນ​ໂລກ​ໄດ້​ລາຍ​ງານ​ຂ່າວ​ຢ່າງ​ຫຼວງ​ຫຼາຍກ່ຽວ​ກັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈະ​​ໄຂ​ຂຶ້ນ​ໃນ​ໄວໆ​ນີ້​, ​ ການຈັດ​ວາງຂອງ​ພິທີ​ໄຈ​​ໂອ​ລິ​ມປິກ  ​ໃຜຈະຖື​ທວນ​ໄພ​​ອັນ​ສຸດ​ທ້າຍແລະ​ປະ​ເທດ​ໃດ​ຈະ​ໄດ້​ຫຼຽນ​ຄຳ​ຫຼາຍ​ກວ່າ​ຫມູ່​ແລະ​ອື່ນໆ​ລ້ວນ​ແຕ່​ແມ່ນ​ຈຸດ​​ເດັ່ນ​ຂອງການ​ລາຍ​ງານ ຂ່າວ.

ຫນັງສືພິມ​ຊິນ​ໂຈ​ລາຍ​ວັນທີ່​ເປັນ​ຫນັງສືພິມ ພາສາ​ຈີນ​ຂອງ​ມາ​ເລ​ເຊຍສະບັບວັນ​ທີ 7 ສິງຫາ​ນີ້​ໄດ້​ພິມ​ບົດ​ຄວາມ​ຂອງ​ນັກ​ວິຈານ​ໂດຍ​ຂຽນ​ວ່າ, ງານ​ໂອ​ລິ​ມປິກ​​ໄດ້​ສ້າງ​ໂອກາດ​ໃຫ້ຈີນ​ພັດທະນາ​ປະ​ເທດ​ຕົນ​ຢ່າງ ຮອບດ້ານ​ແລະ​ບັນລຸ​ຄຳ​ຫມັ້ນ​ສັນຍາທີ່​ໃຫ້​ໄວ້, ທັງ​​ເປັນ​ສິ່ງ​ທ້າ​ທາຍ​ສຳລັບ​ຈີນທີ່​ບໍ່​ເຄີຍ​ມີ​ມາ​ກ່ນ. ປະຈຸ​ບັນ, ​ໃນ​ຂະນະ​ທີ່​ຈີນ​​ປະ​ເຊີນ​ກັບ​ສຽງຕ່າງໆ, ຈີນ​ກໍ່​ຮັກສາ​ໃຈ​ເຢັນ ​ທຸ່ນທ່ຽງ​ແລະ​ມີ​ຄວາມ​ຫມັ້ນ​ໃຈຫຼາຍ​ກວ່າ​ເກົ່າ.

ຫນັງສືພິມ​ລຽນ​ເຮີ​ຈ້າວ​ປ້າວ​ສິງ​ກະ​ໂປ​ສະບັບ​ວັນ​ທີ 8 ສິງຫາ​ໄດ້ພິມ​ສະບັບານ​ພິ​ເສດ, ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​,​ເຫັນ​ວ່າ ພິທີ​ໄຂງານ​​ໂອ​ລິ​ມປິກ​​ມີ​ຫຼາຍເນື້ອ​ໃນທີ່​ເຮັດ​ໃຫ້​ຄົນ​ຄອງ​ຄອຍ.

ຫນັງສືພິມ​ເດິ​ຮິນ​ດູ​ອິນ​ເດຍສະບັບ​ວັນ​ທີ 8 ສິງຫາ​ນີ້ທີ່​ເປັນ​ສື່​ມວນ​ຊົນ​ສຳຄັນ​ອິນ​ເດຍ​ໄດ້ພິມ​ບົດ​ຄວາມ​ໃນ​ຫນ້າ​ທຳ​ອິດ​ໂດຍ​ຂຽນ​ວ່າ, ປັກ​ກິ່ງ​ຈະ​ຈັດ​ງານໂອ​ລິ​ມປິກອັນ​ໃຫຍ່​ໂຕ​ມະ​​ໂຫລາ​ນ​ທີ່​ເຮັດ​ໃຫ້​ຄົນ​ລືມ​ຍາກ​ທີ່​ສຸດ. ງານ​ໂອ​ລິ​ມປິກນອກຈາກ​ສະ​ແດງ​ໃຫ້​ເຫັນ​ໂສມ​ຫນ້າ​ຂອງ​ຈີນ​ທີ່​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ, ​ແລະ​ຍັງ​ຈະ​ສະ​ແດງ​ຄວາມ​ສາມາດ​ດ້ານ​ການ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ທີ່​ສູງ​ຫຼາຍແລະກຳ​ລັງ​​ແຮງ​ດ້ານກິລາ​ຂອງ​ຈີນ​​ໃຫ້​ຄົນ​ທົ່ວ​ໂລກ​ໄດ້​ຮັບ​ຮູ້.

ຫນັງສືພິມ​ອາຊີ​ໄທ​ສະບັບ​ວັນ​ທີ 8 ສິງຫາ​ນີ້​ໄດ້​ພິມ​ບົດ​ຄວາມ​ໂດຍຂຽນ​ວ່າ, ງານ​ໂອ​ລິ​ມປິກ​ປັກກິ່ງຈະ​​ເຊື່ອມ​ໂຍງຈິດ​ໃຈ​ໂອ​ລິ​ມປິກ​ທີ່​ສາມັກຄີ ມິດຕະພາບ​ແລະ​ສັນຕິພາບ​​ເຂົ້າ​ໃນ​ອາ​ລິ​ຍະ​ທຳ​ບູຮາ​ນຂອງ​​ຕາ​ເວັນ​ອອກ​,​ເຮັດ​ໃຫ້​ທົ່ວ​ໂລກ​ຮູ້ສຶກ​ເຖິງ​ເມດ​ຕາ​ດ້ວຍ​ຄວາມ​ຈິງ​ໃຈ​ແລະ​ການ​ປະກອບສ່ວນ​ທີ່​ຈິງ​ໃຈ​ຂອງ​ຈີນ​ທີ່​ມີ​ຕໍ່​ທົ່ວ​ໂລກ.

ຫນັງສືພິມ​ປາວ​ຕຸຍ​ແຈຂອງ​ຫວຽດນາມ​ສະບັບ​ວັນ​ທີ 8 ສິງຫາ​ນີ້​ໄດ້​ພິມລາຍການ​ພິ​ເສດ​ກ່ຽວ​ກັບ​ງານ​ໂອ​ລິ​ມປິກ,ສະ​ເຫ​ນີສະພາບພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​​​ແລະການຈັບ​ສະຫຼາກ​ແບ່ງ​ເປັນກຸ່ມ​ຂອງ​ລາຍການ​ໂອ​ລິ​ມປິກ​ຈຳນວນ​ຫນຶ່ງພ້ອມ​ດ້ວຍ​ກິດຈະກຳ​ຕ່າງໆຂອງ​ຄະນະ​ນັກ​ກິລາ​ໂອ​ລິ​ມປິກ​ຫວຽດນາມ​ຫຼັງ​ຈາກ​ມາ​ຮອດ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>