ທ່ານ​ເວີ່ນ​ເຈ່ຍ​ປາວ​ພົບ​ປະ​ຜູ້​ນຳ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ທີ່​ມາ​ເຂົ້າ​ຮ່ວມ​ພິ​ທີ​ໄຂ

(GMT+08:00) 2008-08-08 20:21:46 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI:  ຕອນ​ບ່າຍ​ວັນ​ທີ 8 ສິງຫາ​ນີ້, ຢູ່​ທີ່ນະຄອນຫຼວງປັກ​ກິ່ງ, ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ພົບ​ປະທ່ານ​ນີ​ໂກລາສ ຊາ​ໂກ​ຊີ ປະທານາທິບໍດີ​ຝຣັ່ງ   ທ່ານ​ຢາ​ຊູ​​ໂອ ຟູ​ກູດາ ​ນາຍົກ​ລັດຖະ​ມົນຕີຍີ່​ປຸ່ນ​ແລະ​ທ່ານ​ຢູຊຸ​ຟ ຣາຊາ ກີລາ​ນີ  ນາຍົກ ລັດຖະມົນຕີປາກີ​ສະຖານ.

ໃນ​ເວລາ​ພົບ​ປະ​ທ່ານ​ຊາ​ໂກ​ຊີ ປະທານາທິບໍດີ​ຝຣັ່ງ, ທ່ານ​ເວີ່ນ​ຈ່າຍ​ປາວ​ກ່າວ​ວ່າ,ຈີນ​ຍິນ​ດີ​​ເພີ່ມ​ການ​ປຶກສາ​ຫາ​ລື​ແລະ​ປະສານ ງານກັບ​ຝ່າຍ​ຝລັ່ງ,ຊຸກຍູ້​ການ​ພົວພັນ​ຈີນ​ເອີ​ລົບ​ແລະ​ການ​ພົວພັນ​ອາຊີ​ກັບເອີ​ລົບຂະຫຍາຍລົງ​ສູ່​ລວງ​ເລິກ, ທ່ານ​ຊາ​ໂກ​ຊີ​ກ່າວ​ວ່າ, ການ​ພັດທະນາ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ, ຝະຣັ່ງ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ກັບ​ຈີນ.

ໃນ​ເວລາ​ພົບ​ປະ​ທ່ານຢາ​ຊູ​​ໂອ ຟູ​ກູດາ ​ນາຍົກ​ລັດຖະ​ມົນຕີຍີ່​ປຸ່ນ, ທ່ານ​ເວີ່ນ​ຈ່າຍ​ປາວ​ກ່າວ​ວ່າ,ຈີນ​ຍິນ​ດີ​ຮັກສາ​ການ​​ໄປມາຫາສູ່​ກັນ​ລະດັບ​​ສູງກັບຍີ່ປຸ່ນ,​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນສອງ​ຊາ​ດ,​ເຮັດ​ໃຫ້​ຈີນ​ກັບຍີ່​ປຸ່ນມີ​ມິດຕະພາບຕໍ່​ກັນທຸກ​ເຊັ່ນ​ຄົນ​. ທ່ານຢາ​ຊູ​​ໂອ ຟູ​ກູ​ດາກ່າວ​ວ່າ, ຍີ່​ປຸ່ນສຸມ​ກຳລັງ​ເຂົ້າ​ໃນ​ການ​ລົງ​ເລິກ​ການ​ພົວພັນຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ລະຫວ່າງ​ຍີ່​ປຸ່ນຈີນ, ​ເພື່ອ​ຊຸກຍູ້​ໃຫ້ການ​ພົວພັນ​ຂອງ​ສອງ​ປະ​ເທດ​ຂະຫຍາຍຕົວ​ຢ່າງ ຮອບດ້ານ.

ໃນ​ເວລາ​ພົບ​ປະ​ທ່ານ​ກີລາ​ນີ ນາຍົກລັດຖະມົນຕີປາກີ​ສະຖານ,ທ່ານ​ເວີ່ນ​ຈ່າຍ​ປ່າວ​ກ່າວ​ວ່າ, ຈີນ​ຍິນ​ດີ​ພ້ອມ​ກັນ​ກັບປາ​ກີ​ສະຖານ, ຮັກສາ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃນ​ດ້ານ​ຍຸດ​ທະ​ສາດ​ແລະໄລຍະ​ຍາວຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍຕະຫຼອດ​ມາ,ຊຸກຍູ້ ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນຄຽງ​​​ແລະ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍ​ດ .  ທ່ານ​ກີລາ​ນີກ່າວ​ວ່າ, ປາ​ກີ​ສະຖານ​ຫວັງ​​ເພີ່ມ​ການ​ຮ່ວມ​ມື​ກັບ​ຈີນ, ຊຸກຍູ້​ການ​ໄປມາຫາສູ່​ກັນ​ທີ່​ມີ​ໄມຕີ​ຈິດ, ສື​ບທອດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ. 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>