ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​​ໃຫ້​ປະ​ຕິ​ບັດ​ຕໍ່​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ຢ່າງ​ຍຸດ​ຕິ​ທຳ​ໃນ​ບັນ​ຫາ​ຄຸນ​ນະ​ພາບ​ອາ​ກາດ

(GMT+08:00) 2008-08-08 23:42:31 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ:  ວັນ​ທີ 8 ສິງຫາ​ນີ້, ທ່ານ​ອາ​ຈິ​ມ ສະ​ເທນ​ເນີ້ ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ພິມ​ບົດ​ຄວາມ​ໃນ​ຫນັງສືພິມ​ຈໍ​ແດນ​ໄທ​ມ໌ໂດຍ​ຂຽນ​ວ່າ, ຈີນ​ໄດ້​ຮັບ​ຫມາກຜົນ​ຢ່າງ​ແທ້​ຈິງ​ແລະ​ຍາວ​ໄກ​ໃນ​ດ້ານ​ປັບປຸງ​ສິ່ງ​ແວດ​ລ້ອມ.  ທ່ານ​ຮຽກຮ້ອງ​ໃຫ້​ບຸກຄົນທີ່​ກ່ຽວຂ້ອງ​ປະຕິບັດ​ຕໍ່​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ຍຸດຕິ​ທຳ​ໃນ​ບັນຫາ​ຄຸນ​ນະພາ​ບຂອງອາກາດ.

ທ່ານ​ສະ​ເທ​ນ​ເນີ້​ກ່າວ​ວ່າ,ຍ້ອນ​ພິຈາລະຈາ​ເຖິງ​ຈັງຫວະ​ພັດທະນາ​ຂອງ​ເສດຖະກິດ​ນະຄອນຫຼວງ​ປັກ​ກິ່ງ​ທີ່​ຮັກສາ​ສອງ​ຕົວ​ເລກ, ​ແຕ່​ຈີນ​ຍັງ​ເປັນ​ປະ​ເທດ​ທີ່​ພວມ​ພັດທະນາ, ຕ້ອງແກ້​ໄຂ​ບັນຫາ​ໃນ​ດ້ານ​ຕ່າງໆ​ເຊັ່ນ: ສັງຄົມ ​ເສດຖະກິດ ສາທາລະນະ​ສຸກ​ແລະ​ສິ່ງ​ແວດ​ລ້ອມ, ຈີນ​ສາມາດ​ໄດ້ຮັບ​ຜົນສຳ​ເລັດດ້ານ​ສິ່ງ​ແວດ​ລ້ອມ​ໃນ​ປະຈຸ​ບັນ, ນີ້ກໍ່​ຍິ່ງ​ບໍ່​​ແມ່ນ​ເລື່ອງ​ທຳ​ມະ​ດາ.

ໃນ​ຕອນ​ທ້າຍຂອງ​ບົດ​ຄວາ​ມ, ທ່ານ​ສະ​ເທ​ນ​ເນີ້​ກ່າວ​ວ່າ, ມະນຸດ​ພວມ​ຜ່ານ​ການ​ສ້າງ​​ເສດຖະກິດ​ສີຂຽວ​ເພື່ອ​ແກ້​ໄຂ​ບັນຫາ​ອາກາດ​ແລະ​ສິ່ງ​ແວດ​ລ້ອມ​ທີ່​ຊຸດ​​ໂຊມ​ລົງ​ຢ່າງ​ວ່ອງ​ໄວ, ນີ້​ແມ່ນ​ການ​ຕໍ່ສູ້​ທີ່​​ຮີບ​ດ່ວນ​ທີ່​ສຸດ​​ແລະ​ມີ​ຜົນ​ສະທ້ອນ​ອັນ​ເລິກ​​ເຊິ່ງ​ຍາວ​ໄກ,  ​ແລະ​ສາມາດ​ມີ​ບົດບາດ​ທີ່​ມີ​ແນວ​ຄິດ​ລິ​ເລີ່​ມອັນ​ກວ້າງຂວາງ​ແລະ​ຊຸກຍູ້​ການ​ເຄື່ອນ​ໄຫວ​ໃນການ​ແຂ່ງຂັນ​ຕ່າງໆ​ເຊັ່ນ​ງານ​ກິລາ​ໂອ​ລິ​ມປິກ​ເປັນ​ຕົ້ນ
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>