ສື່​ມວນ​ຊົນ​ຕ່າງປະ​ເທດ​ຍ້ອງຍໍ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ແລັມ​ປິກ​ປັກ​ກິ່ງ​ຢ່າງ​ຟົດ​ຟື້ນ

(GMT+08:00) 2008-08-09 12:44:02 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI, ຕອນ​ຄ່ຳ​ວັນ​ທີ 8 ສິງຫາ​ນີ້ ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ໄດ້​ໄຂ​ຂຶ້ນຢ່າງ​ຄຶກຄື້ນ. ສື່​ມວນ​ຊົນ​ຕ່າງປະ​ເທດ​ພາກັນ​ຍ້ອງຍໍ​ສະພາບ​ອັນ​ມະ​ໂຫ​ລານ​ຂອງ​ພິທີ​ໄຂ​ງານ.

ວັນ​ທີ 8 ສິງຫາ​ນີ້ ​ໂທລະພາບ​ຊ່ອງ​ໜຶ່ງ​ຂອງ​ເຢຍລະ​ມັນ​ວິຈານ​ວ່າ,ນີ້​ແມ່ນ​ພິທີ​​ໄຂງານ​ກິລາ​ໂອ​ແລັມປິກ​ທີ່​ມີ​ການ​ອອກ​ແບບຢ່າງ​ປານີດ,ມີ​ການສະ​ແດງ​ອັນ​ຈົບງາມ​ແລະ​ເຮັດ​ໃຫ້​ຄົນ​ມີ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ.

ທ່ານ​ຮິ​ວ ​ແອັດ​​​ເວີ​ດ​ ​ໂຄສົກ​ຂອງ​ບໍລິສັດ bbc ອັງກິດ​ວິຈານ​ວ່າ,ພິທີ​ໄຂ​ງານ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນຕໍ່​ຕົນ​ເອງ​ຂອງ​ຊາວຈີນ​ຢ່າງ​ເຕັມ​ສ່ວນ.

​ໂຄສົກ​ຂອງ​ໂທລະພາບ​ແຫ່ງ​ຊາດ​ແອ​ສປາຍ​ຍ້ອງຍໍ​ວ່າ,ພິທີ​ໄຂ​ງານ​ໜ້າ​ຊົມ​ທີ່​ສຸດ,​ໄດ້​ເອົາວັດທະນະທຳ​ດັ້ງ​ເດີມ​ແລະ​ສະ​ເໜ່ຂອງ​ຈີນທີ່​ທັນ​ສະ​ໄໝ​ປະສານ​ສົບ​ທົບ​ກັນ​ຢ່າງ​ຈົບງາມ,​ສະ​ແດງ​ອອກ​ຢູ່​ຕໍ່ໜ້າ​ຜູ້​ຊົມ​ທົ່ວ​ໂລກ.

​ໂທລະພາບ GEO ຂອງ​ປາ​ກີ​ສະຖານ​ກ່າວ​ວ່າ,ພິທີ​ໄຂ​ງານ​ໄດ້​ສະ​ແດງ​ໃຫ້​ເຫັນ​ກຳລັງ​ຂອງ​ຈີນ​ທີ່​ເປັນ​ປະ​ເທດ​ເຂັ້ມ​ແຂງ​ແລະ​ທັນ​ສະ​ໄໝ​ທີ່​ພວມ​ພັດທະນາ​ຢູ່. ງານ​ກິລາ​ໂອ​ແ​ລັມປິກ2008​ຈະ​ກາຍ​ເປັນຫຼັກໝາຍ​ທາງ​ໃໝ່​ໃນ​ການ​ພັດທະນາ​ຂອງ​ຈີນ.

ໜັງສືພິມ​ສູນ​ກາງ​ລາຍ​ວັນ​ຂອງ​ສາທາລະນະ​ລັດ​ເກົາຫຼີວິຈານ​ວ່າ,​ໃນ​ຄວາມ​ຝັນ​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຄືນ​ໃໝ່​ທີ່​ຈີນ​ສະ​ແຫວ​ງຫາ​ໃນ​ປັດຈຸບັນ​ນີ້ ມີ​ນ້ຳ​ໃຈ​ທີ່​ຖື​ຄວາມ​ປອງ​ດອງກັນ​ເປັນ​ຫຼັກ​ຫຼາຍ​ກວ່າ,"ສັງຄົມ​ທີ່​ກົມກຽ​ວກັນ"​ເຊິ່ງ​ເປັນ​ທັດສະນະ​ຄະຕິ​ປົກຄອງ​ປະ​ເທດ​ຂອງ​ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ກໍ​ເປັນ​ການ​ສືບ​ທອດ​ນ້ຳ​ໃຈ​ດັ່ງກ່າວ.

ຕອນ​ຄ່ຳ​ວັນ​ທີ 8 ສິງຫາ​ນີ້ ​ໂທລະພາບ​ສູນ​ກາງຂອງ​ຫວຽດນາມ​ໄດ້​ຖ່າຍ​ທອດ​ພິທີ​ໄຂ​ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ. ​ໂຄສົກ​ວິຈານ​ວ່າ,ຢູ່​ເທິງ​ເວທີ​​ໃນຮັງ​ນົກ​ເຕັມ​ໄປ​ດ້ວຍ​ການ​ປ່ຽນ​ແປງ​ຂອງແສງ​ແລະ​ສຽງ​,​​ແລະໄດ້​ສະ​ແດງ​ໃຫ້​ເຫັນ​ອາ​ລະຍະ​ທຳ​ອັນຮຸ່ງ​ເຮືອງ​ 5 ພັນ​ປີ​ແລະ​ການ​ພັດທະນາ​ຂອງ​ວິທະ​ຍາສາດ​ເຕັກນິກ​ທັນ​ສະ​ໄໝຂອງ​ຈີນ​ດ້ວຍ​ກຳລັງ​ສິລະ​ປະ​ທີ່​ສູງ​ທີ່​ສຸດ. ສ່ວນ​ເພງ​"​ເຈົ້າກັບ​ຂ້ອຍ"ທີ່​ເປັນ​​ເພງ​​ເອກຂອງ​ງານ​ກິລາ​ໂອ​ແລັມປິກ​ຄັ້ງນີ້​ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ລິວ​ຮ່ວນ​ແລະ​ນາງ​ຊາຣັດ ​ໄບຼດ​ແມນ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ກົມກຽວ​ກັນ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>