ທ່ານສົມສະຫວາດ ເລັ່ງສະຫວັດຕີລາຄາສູງຕໍ່ງານກິລາໂອລິມປິກປັກກິ່ງ
(GMT+08:00) 2008-08-09 12:50:37 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI:ວັນທີ 9 ສິງຫານີ້, ທ່ານວາງຈຸ່ນ ຮອງຫົວໜ້າກົມໃຫຍ່ກິລາແຫ່ງຊາດຈີນໄດ້ພົບປະທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມະການຈັດງານກິລາຊີເກມຄັ້ງທີ 25 ຂອງລາວ. ໃນການພົບປະ, ທ່ານສົມສະຫວາດ ເລັ່ງສະຫວັດກ່າວວ່າ, ພິທີໄຂງານກິລາໂອລິມປິກປັກກິ່ງສຳເລັດຜົນທີ່ສຸດ.
ທ່ານສົມສະຫວາດກ່າວວ່າ, ພິທີໄຂງານກິລາໂອລິມປິກປັກກິ່ງມ່ວນຫຼາຍ, ການສະແດງສິລະປະແມ່ນການສະແດງທີ່ໃຫຍ່ໂຕມະໂຫລານທີ່ສຸດຂອງງານໂອລິມປິກນັບມາຮອດປັດຈຸບັນ, ຈະລື່ນກາຍຍາກ. ໃນນັ້ນ, ການສະແດງຕົວໜັງສຶຈີນ"ເຫີ" ໄດ້ສະແດງໃຫ້ເຫັນປະຊາຊົນຈີນເປັນຊົນເຜົ່າທີ່ຮັກຫອມສັນຕິພາບແລະສົ່ງເສີມການຢູ່ຮ່ວມກັນໂດຍສັນຕິໃນຫຼາຍພັນປີມານີ້. ພິທີໄຂງານໂອລິມປິກເທື່ອນີ້, ໄດ້ມີປະມຸກລັດແລະຫົວໜ້າລັດຖະບານ 80 ກວ່າທ່ານມາເຂົ້າຮ່ວມ, ນີ້ກໍ່ບໍ່ເຄີຍມີມາກ່ອນ, ເຖີງແມ່ນວ່າກອງປະຊຸມສະຫັດສະຫວັດຂອງສະຫະປະຊາຊາດທີ່ໄຂຂຶ້ນໃນເມື່ອກ່ອນກໍ່ບໍ່ມີຫຼາຍປານນີ້. ນີ້ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ, ປັດຈຸບັນ, ປະເທດນັບມື້ນັບຫຼາຍໄດ້ເລັງສາຍຕາໃສ່ຈີນ, ນັບມື້ນັບເຄົາລົບຈີນ, ເຮັດໃຫ້ຈີນມີຖານະສາກົນສູງຂຶ້ນຕື່ມອີກ. ຜ່ານການຈັດງານໂອລິມປິກຄັ້ງນີ້, ເຊື່ອວ່າຈະມີຄົນນັບມື້ນັບຫຼາຍເຂົ້າໃຈຈີນແລະສະໜັບສະໜູນຈີນ.
ສຸດທ້າຍ, ທ່ານສົມສະຫວັດ ເລັ່ງສະຫວັດຍັງໄດ້ອວຍພອນໃຫ້ງານກິລາໂອລິມປິກຄັ້ງນີ້ສຳເລັດຜົນຢ່າງຈົບງາມ, ອວຍພອນໃຫ້ຄະນະນັກກິລາຈີນໄດ້ຮັບຫຼຽນຄຳຫຼາຍກວ່າໝູ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ