ທາງ​ລົດ​ສາຍ​ໂອ​ລິມ​ປິກ​ທີ່​ສະ​ດວກ

(GMT+08:00) 2008-08-09 13:07:42 cri
-----------------------------------------------------------------------------------------------------------------
"ດີຫຼາຍ!" ນີ້​ແມ່ນ​ຄວາມ​ເວົ້າ​ທຳ​ອິດ​ຂອງໝູ່​ຜູ້ໜຶ່ງ​ທີ່​ໄດ້​ໄປ​ເບີ່​ງພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ໃນ​ມື້ວານ​ນີ້ເວົ້າ​ຕໍ່​ຂ້ອຍ​ຫຼັງ​ຈາກ​ພົບ​ກັນ​ແລ້ວ. ​​ເມື່ອ​ຄິດ​ເບີ່​ງ​ແລ້ວກໍ່​ຮູ້​ສຶກວ່າ, ຜູ້​ທີ່​ສາມາດ​ໄປ​ເບີ່​ງພິທີ​ໄຂ​ງານ​ໃນ​ມື້ວານ​ນີ້​ແມ່ນ​ສ່ວນ​ໜ້ອຍ, ​ແຕ່​ຄັນ​ຊື້​ປີ້​ຂອງ​ງານ​ກິລາ​ໂອ​ລິ​ມປິກ​, ​ໄປ​ເບີ່​ງການ​ແຂ່ງຂັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອໜຶ່ງ, ມັນ​ຈັ່ງ​ແມ່ນ​ໄດ້​ບັນລຸ​ຄວາ​ມຝັນ​ງານ​​ໂອ​ລິ​ມປິກ​ແທ້ໆ.

ແຕ່ກໍ່​ຕ້ອງ​ເວົ້າ​ວ່າ, ຢູ່​ປັກ​ກິ່ງ, ​ໄປ​ເບີ່​ງການ​ແຂ່ງ​ຂັນ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ສະດວກ​ຫຼາຍ, ​ເພາະວ່າ, ​ສຳລັບ​ການ​ສັນຈອນ​ໄປມາ, ທ່ານ​ມີ​ທາງ​ເລືອກ​ຫຼາຍ​ຢ່າງ, ​ເຊັ່ນ: ສາຍ​ລົດ​ເມທີ່​ສາມາດ​ໄປຮອດທຸກ​ຫົນ​ທຸກ​ແຫ່ງ, ລົດ​​ແທັກ​ຊີ​ຈຳນວນ​ຫຼວງຫຼາຍ, ​ແລະຍັງ​ມີ​ລົດ​ເມສາ​ຍ​ໂອ​ລິ​ມປິກ​ສະ​ເພາະ​ແລະ​ລົດ​ໄຟ​ໃຕ້​ດິນສາຍ​ໂອ​ລິ​ມປິກ. ມື້​ນີ້, ​ແສງ​ທອງ​​ກໍ່​ໄດ້​ຂີ່​ລົດ​ໄຟ​ໃຕ້​ດິນ​ສາຍ​​ໂອ​ລິມປິກ​ທີ່​ເປີດ​ໃນ​ຫວ່າງ​ມໍ່ໆ​ນີ້ໄປ​ສຳພາດ​ບ່ອນ​ພັກ​ຢູ່ບ້ານ​ໂອ​ລິມປິກຂອງ​ຄະນະ​ນັກ​ກິລາ​ລາວ.

ແສງ​ທອງ​ຂຶ້ນ​ລົດ​ໄຟ​ໃຕ້​ດິນ​ຢູ່​ສະຖານີ​ສວນ​ສາທາ​ລະນະ​ປ່າ​ໄມ້, ຫາ​ກໍ່​ເຂົ້າ​ສະຖາ​ນີກໍ່​ໄດ້​ເຫັນ​ຜູ້​ໂດຍສານ​ຫຼາຍ​ຄົນ​ກຳລັງ​ລົມກັນ​ຫຍັງ​ຢູ່, ​ເມື່ອ​ລົມ​ກັບ​ເຂົາ​ເຈົ້າ​ແລ້ວ​ຈຶ່ງ​ຮູ້​ວ່າ​ເຂົາ​ເຈົ້າ​ກຳລັງ​ຍ້ອງຍໍ​ການ​ຕົບ​ແຕ່ງ​ຂອງ​ສະຖານີ​ລົດ​ໄຟ​ໃຕ້​ດິນ. ​ເມື່ອ​ແສງ​ທອງ​ສັງ​ເກດ​ເບີ່​ງຢ່າງ​ລະອຽດ​ແລ້ວ, ຈຶ່ງ​ຮູ້ສຶກ​ວ່າມັນ​ດີ​ແທ້​ດີ​ວ່າ. ເພ​ດານ​ສະຖານີ​ຖືກ​ຕັດ​ເປັນ​ຫຼາຍສາຍ, ​ເຮັດ​ໃຫ້​​ແສງ​​ໄຟ​ສາດ​ຊ່ອງ​ມາ​ເປັນຫຼາຍຮູບ, ຢູ່​ເທີ​ງຮາວ, ມີ​ຕົ້ນ​ໄມ້​ໃຫຍ່​ຫຼາຍຕົ້ນ, ຢູ່​ກາງ​ປ່າ​ໄມ້, ​ມີ​ແມງ​ກະ​ເ​ບື້ອບິນ​ຢູ່. ທັງ​ໝົດ​ເຫຼົ່ານີ້, ​ເຮັດ​ໃຫ້​ຄົນຮູ້ສຶກ​ວ່າ​ກຳລັງ​ຢູ່​​ໃນ​ປ່າ​ໄມ້, ​ໄດ້​ກັບ​ຄືນ​ສູ່​ທຳ​ມະ​ຊາດ. ​ເຖິງ​ວ່າ​ແມ່ນ​ຄົມມະນາຄົມ​ໃຕ້​ດິນ, ​ແຕ່​​ເຂົາ​ເຈົ້າ​ກໍ່​ໄດ້​ປະດັບ​ປະດາ​ແຕ່ລະ​ສະຖານີ​ໃຫ້​ມີ​ທິວ​ທັດ​ຕ່າງ​ກັນ, ໄດ້​ປະດັບ​ປະດາ​ໃຫ້​ງາມ​ພິ​ເສດ, ສົມ​ພໍ​ຜູ້​ໂດຍ​ສານ​ຫຼາຍຄົນ​ກໍ່​ຍ້ອງຍໍ​ວ່າ​ສາຍ​ໃໝ່​ສາຍ​ນີ້​ເປັນ​ສາຍ​ຄົມມະນາຄົມ​ທີ່​ງາມ​ປານີດ​ກວ່າ​ໝູ່​ຂອງ​ປັກ​ກິ່ງ. ​ເວົ້າ​ສຳລັບ​​ແສງ​ທອງ​ແລ້ວ, ຂີ່​ລົດ​ໄຟ​ໃຕ້​ດິນ​ສາຍ​ໂອ​ລິ​ມປິກ​ໄດ້​ພາ​ໃຫ້​ເກີດ​ມີ​ຄວາມ​ຮູ້ສຶກ​ໃໝ່​ຂອງ​ການ​ຂີ່​ລົດ, ​ແຕ່​ສິ່ງ​ທີ່​ສຳຄັນ​ກວ່າ​ນັ້ນ​ກໍ່​ແມ່ນ, ຜູ້​ໂດຍສານ​ໝົດ​ທຸກ​ຄົນລ້ວນ​ແຕ່​ໄດ້​ຮູ້ສຶກ​ເຖິງສະ​ເໜ່ຂອງ​ງານ​ກິລາ​ໂອ​ລິ​ມປິກ, ຍີ້ມ​ແຍ້ມ​ແຈ່ມ​​ໃສ, ​ເຮັດ​ໃຫ້​ແສງ​ທອງຮູ້ສຶກ​ມີ​ຄວາມ​ສຸກ​ຫຼາຍ​ໃນ​ເວ​ລາ​ຢູ່​ກາງ​ເຂົາ​ເຈົ້າ.

ໃນ​ໄລຍະ​ງານ​ໂອ​ລິ​ມປິກ, ຜູ້​ຊົມ​ທຸກ​ຄົນ​ທີ່​ມີ​ປີ້​ເຂົ້າ​ຊົມ​ການ​ແຂ່ງຂັນ​ໃນ​ມື້​ນັ້ນ​ສາມາດ​ໃຊ້​ບໍລິການ​ລະບົບ​ຂົນ​ສົ່ງ​ສາທາ​ລະນະ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ, ຖ້າ​ທ່ານ​ເອົາ​ໃຈ​ໃສ່​ກວດ​ເບີ່​ງປີ້​ຜ່ານ​ປະຕູ​ທີ່​ທ່ານ​ຊື້​ມາ​ນັ້ນ, ຈະ​ເຫັນ​ຄຳ​ແນະນຳ​ໃນ​ການ​ຂີ່​ລົດ​ລະບົບ​ຂົນ​ສົ່ງ​ສາທາລະນະ​ຢູ່​ດ້ານ​ຫຼັງ​ຂອງ​ປີ້​​ແຕ່ລະ​ໃບ.

ຕາມ​ທີ່ຮູ້, ​ໃນ​ໄລຍະ​ງານ​​ໂອ​ລິ​ມປິກ, ຈະ​ມີ​ລົດ​ເມສາ​ຍພິ​ເສດ​ໂອ​ລິ​ມປິກ​ທັງໝົດ 34 ສາຍ ​ເຊື່ອ​ຕໍ່​ເຖິງ​ສະໜາມ​ກິລາ​ໂອ​ລິ​ມປິກ, ພ້ອມ​ທັງ​ກຽມ​ລົດ​ເມ​ທີ່​ໄຮ້​ສິ່ງ​ກີດຂວາງ 2 ພັນ​ກວ່າ​ຄັນ, ​ໃນ​ນັ້ນ, ສ່ວນ​ຫຼາຍ​ຈະ​ສະໜອງ​ການ​ບໍລິການ​ຕະຫຼອດ 24 ຊົ່ວ​ໂມງ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ.

ມື້​ນີ້, ​ແສງ​ທອງ​ຂີ່​ລົດ​ເມ​ໂອ​ລິ​ມປິກ​ເລກ 2 ຈາກ​ບ້ານ​ໂອ​ລິ​ມປິກ​ກັບ​ຄືນ, ຕາມ​ທາງ​ແມ່ນ​ຜ່ານ​ບ້ານ​ໂອ​ລິ​ມປິກ, ສູນ​ຂ່າວ, ສວນ​ຊົນ​ເຜົ່າ​ຈີນ, ຫໍກູ​ໂຫຼ, ຕີ້​ອ່ານ​ເໝີ​ນ, ຕຸ່ງຮວາ​ເໝີ​ນ, ທ່ຽນ​ອ່ານ​ເໝີ​ນ​ແລະ​ສຽນ​ເໝີ​ນ. ສາມາ​ດ​ເວົ້າ​ໄດ້​ວ່າ, ຂີ່​ລົດ 1 ສາຍ​ກໍ່​ສາມາດ​ສຳຜັດ​ໄດ້​ເຖິງ​ບັນ​ຍາ​ກາດ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ວັດທະ​ນະທຳ​ລະຫວ່າງ​ເຂດ​ສູນ​ກາງ​ໂອ​ລິ​ມປິກ​ກັບ​ເຂດ​ຕົວ​ເມືອງ​ເກົ່າ​ປັກ​ກິ່ງ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ຢູ່​ໃນ​ລົດ​ເມ​ທີ່​ແສງ​ທອງ​ຂີ່​ນັ້ນ, ພໍດີ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຫຼາຍຄົນ, ​ໃນ​ຂະນະ​ທີ່​ລົດ​ເມ​ແລ່ນ​ນັ້ນ, ​ແສງ​ທອງ​ສັງ​ເກດ​ເຫັນ​ສາຍຕາ​ຂອງ​ພວກ​ເຂົາ​ເຈົ້າ​ເບີ່​ງຜ່ານ​ປ່ອງຢ້ຽມ​ເກືອບ​ຕະຫຼອດ, ​ແລະ​ຍີ້ມຫົວ​ດ້ວຍ​ຄວາມ​ມ່ວນ​ຊື່ນ. ​ເມື່ອ​ລົດ​ເມ​ແລ່ນ​ຜ່ານ​ຕຸ່ງຮວາ​ເໝີ​ນ, ​ເຫັນ​ພະ​ລາຊະ​ວັງ​ບູຮານ​ໃນ​ຍາມ​ຕາ​ເວັນ​ຄ້ອຍ​ຄ່ຳ, ​ເກີດ​ມີ​ຄວາມຮູ້ສຶກ​ພິ​ເສດ​ຕໍ່​ການ​ປະສົມ​ປະສານ​ລະຫວ່າງ​ວັດທະ​ນະທຳ​ບູຮານ​ແລະ​ປະຈຸ​ບັນ. ​ເງີຍ​ຫົວ​ຂຶ້ນ​ເຫັນ​ນົກ​ແອ່ນ​ບິນ​ເຖິງ​ທ້ອງຟ້າ​ສີຄຳ​ຢູ່​ເທີ​ງພະ​ລາຊະ​ວັງ​ບູຮານ, ​ໄດ້​ຍິນ​ສຽງ​ຮ້ອງ​ທີ່​ມ່ວນ​ຫູ​ຂອງ​ມັນ, ອາດຈະ​ແມ່ນ​ພວກ​ມັນ​ກໍ່​ຊົມ​ເຊີຍ​ງານ​ກິລາ​ໂອ​ລິມ​ປິກ​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>