ຜູ້​ຊົມ​ແລະ​ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ຕີ​ລາ​ຄາ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຢ່າງ​ຟົດ​ຟື້ນ

(GMT+08:00) 2008-08-09 17:42:35 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນ​ທີ8​ສິງຫາ​ນີ້,ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ກຳກັບ​ການ​ສະ​ແດງ​ໂດຍ​ທ່ານ​ຈ່າງ​ອີ້​ໂມ ຜູ້​ກຳ​ກັບ​ການ​ສະ​ແດງ​ທີ່​ມີ​ຊື່​ສຽງ​ດົງ​ດັງ​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢ່າງ​​ຄຶກ​ຄື້ນ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ຮັງ​ນົກ.​ພິ​ທີ​ໃຫຍ່​ໂຕ​ມະ​ໂຫ​ລານ​ຍິ່ງ​ໃຫຍ່​ສະ​ຫງ່າ​ງາມ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຜູ້​ຊົມ​9​ໝື່ນ​ຄົນ​ໃນ​ສະ​ໜາມ​ກິ​ລາ​ຕິດ​ອົກ​ຕິດ​ໃຈ,​ແລະ​ຍິ່ງ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຈາກ​ຜູ້​ຊົມ​ແລະ​ບຸກ​ຄົນ​ວົງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຕ່າງ​ປະ​ເທດ.

ໃນ​ທ່າມກາງ​ສຽງຍ້ອງຍໍ​ຊົມ​ເຊີຍ​ຂອງ​ຜູ້​ຊົມ,ຄວາມ​ລັບຂອງ​ພິທີ​ໄຂ​ງານ​ກິລາ​ໂອ​ລິມ​ປິກ​ຄັ້ງ​ທີ​29​ໄດ້​ເຜີຍ​ໃຫ້​ຊາບ​ເປັນ​ລຳ​ດັບ,​ຈາກ​ການ​ນັບ​ເວ​ລາ​ຄືນ​ຫຼັງ ຮອດ​ຫ້າ​ບ້ວງ​ໂອ​ລິມ​ປິກ​ທີ່​ອັດ​ສະ​ຈັນ​ຄື​ຄວາມ​ຝັນ​ແລະ​ຮອຍ​ຕີນ​ປະ​ຫວັດ​ສາດ,​ຮອດ​ການ​ສະ​ແດງ​ອາ​ລະ​ຍະ​ທຳ​ອັນ​ຮຸ່ງ​ເຮືອງ​ໃນ​ສອງ​ພາກ​ສ່ວນ ຄື​ຄວາມ​ສິ​ວິ​ໄລ​ທີ່​ຮຸ່ງ​ເຮືອງ​ແລະ​ຍຸກ​ສະ​ໄໝ​ທີ່​ຈະ​ເລີນ,​ຈົນ​ຮອດ​ການ​ໄຕ້​ທວນ​ໄຟ​ສຸດ​ທ້າຍ,​ອາດ​ເວົ້າ​ໄດ້​ວ່າ,​ຂອດ​ຕ່າງໆ​ຂອງ​ພິ​ທີ​ໄຂ​ງານດຳ​ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ,​ຈັບ​ໃຈ​ຄົນທີ່​ສຸດ.

ນາງ​ນາຄາ​ກາ​ວາ ມີ​ເຮ​ໂຄ​ແມ່ນ​ຫົວໜ້າ​ພະ​​ແນ​ກສາກົນ​ຂອງ​ຄະນະ​ກຳ​ມະ​ການ​ຮ້ອງ​ຂໍ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ສາ​ກົນ​ປີ​2016​ຂອງ​ໂຕ​ກຽວ​ຍີ່​ປຸ່ນ,ນາງ​ເອົາ​ໃຈ​ໃສ່​ຫຼາຍ​ແລະ​ຕີ​ລາ​ຄາ​ສູງ​ຕໍ່​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ.

"ນີ້​ຈັ່ງ​ແມ່ນ​ພິ​ທີ​ໄຂ​ທີ່​ໜ້າ​ຊົມທີ່​ສຸດ,ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ແຮງ​ຂອງ​ຈີນ.​ການ​ສະ​ແດງ​ໃນ​ທົ່ວ​ງານ​ໄດ້​ປະ​ກົດ​ໃຫ້​ເຫັນ​ປະ​ຫວັດ​ສາດ​ດົນ​ນານ​ແລະ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ໜັກ​ແໜ້ນ​ຂອງ​ຈີນ,ຈັບ​ໃຈ​ຄົນ​ຫຼາຍ.​ສຸດ​ທ້າຍ,​ໃນ​ຂະນະ​ທີ່​ນັກ​ກິລາ​ທົ່ວ​ໂລກ​ເຕົ້າ​ໂຮມ​ກັນ,​ເຮັດ​ໃຫ້​ຄົນມີ​ຄວາມຮູ້​ສຶກ​ຢ່າງ​​ແທ້​ຈິງວ່າ ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ງານ​ມະ​ໂຫລານ​ທີ່​ຄົນ​ກັບ​ຄົນ​ຕິດ​ຕໍ່​ສື່ສານແລະ​​ແລກປ່ຽນ​ເຊິ່ງກັນ​ແລະ​ກັນ."

ທ່ານ​ອາ​ເລັກ​ຊັນ​ເດີ ມົສຄາ​ເລັນ​ໂຄ ນັກ​ກິລາຣັດ​ເຊຍ ຜູ້​ຊີງ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງ ຂັນ​ກາຍ​ຍະ​ກຳ​ເສື່ອ​ສະ​ປິງ​ເພດ​ຊາຍ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ຊິດ​ນີ​ແລະ​ຫຼຽນ​ເງິນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ອາ​ແຕນ.​ທ່ານ​ກ່າວ​ວ່າ:​"ຂ້ອຍ​ຮູ້​ສຶກ​ກະ​ຕຸ້ນ​ໃຈ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ,​ຂ້ອຍ​ເຊື່ອ​ວ່າ,​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ແມ່ນ​ພິ​ທີ​ໄຂ​ງານ​ທີ່​ສວຍ​ງາມ​ກວ່າ​ໝູ່​ໃນ​ປະ​ຫວັດ​ງານ​ກິ​ລາ​ໂອ​ລິ​ມປິກ."

ທ່ານ​​ໄຊ​ອິດ ມາລີ​ກີແມ່ນຫົວໜ້າ​ທິມງານ​ຂອງ​ຊ່ອງ​ກິລາ​ໂທລະພາບ​ໂອ​ມາ​ນ,​ໃນ​ເວລາ​ທວນ​ໄຟ​ໂອ​ລິມ​ປິກ​ປັກ​ກິ່ງ​ສົ່ງ​ຕໍ່​ຢູ່​ນອກ​ດິນ​ຈີນ,ທ່ານ​ມາ​ລີ​ກີ​ເຄີຍ​ເປັນ​ຜູ່​ສົ່ງ​ຕໍ່​ທວນ​ໄຟ​ຜູ່​ໜຶ່ງ​ ຢູ່​ໂອ​ມານ.​ສະ​ນັ້ນ,​ທ່ານ​ຮູ້​ສຶກ​ເປັນ​ກັນ​ເອງ​ທີ່​ສຸດ​ຕໍ່​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ,​ທ່ານ​ກ່າວ​ວ່າ:​"ພິ​ທີ​ສະ​ຫຼອງ​ເທື່ອ​ນີ້​ ປະ​ທັບ​ໃຈ​ຫຼາຍ,​ ເຮັດ​ໃຫ້​ຄົນ​ຮູ້​ສຶກ​ງາມ​ຫູ​ງາມ​ຕາ,​ກໍ່​ຄື​ດັ່ງ​ທີ່​ຂ້ອຍ​ໄດ້​ຄາດ​ຄິດ​ໄວ້​ນັ້ນ​ວ່າ,​ຄົນ​ຈີນ​ໃນ​ຊູ່​ມື້​ນີ້​ກໍ່​ເໝືອນ​ດັ່ງ​ໄດ້​ເກີດ​ໃໝ່.​ຕໍ່​ເລື່ອງ​ນີ້,ຂ້ອຍ​ດີ​ໃຈ​ທີ່​ສຸດ,​ເພາະ​ວ່າ​ຈີນ​ແມ່ນ​ປະ​ເທດ​ອາ​ຊີ,​ຜົນ​ສຳ​ເລັດ​ຂອງ​ຈີນ​ກ່ຽວ​ພັນ​ກັບ​ພວກ​ເຮົາ​ຢ່າງ​ສະ​ໜິດ​ແໜ້ນ,​ເປັນ​ໜ້າ​ອວຍ​ພອນ​ໃຫ້​."

ທ່ານ​ໂມ​ຮາ​ເມັດ ຮາ​ລາ​ຟ ຫົວໜ້າ​ທິມງານຂອງ​ຊ່ອງ​ກິລາ​ໂທລະພາບ​ອີຣັກກ່າວ​ວ່າ:"​ໃນ​ເວລາ​ດົນ​ນານ​ມາ​ນີ້,​ເພື່ອ​ກຽມ​ຈັດ​ພິ​ທີ​ສະ​ຫຼອງ​ເທື່ອ​ນີ້​​ໃຫ້​ທົ່ວ​ໂລກ,ຄົນ​ຈີນ​ໄດ້​ທຸ່ມ​ເທ​ປະ​ສົບ​ການ,​ກຳ​ລັງ​ຄົນ​ແລະ​ກຳ​ລັງ​ວັດ​ຖຸ​ຢ່າງ​ຫຼວງ​ຫຼາຍ.​ການ​ສະ​ແດງ​ຂອງ​ພິ​ທີ​ໄຂ​ງານ​ກິລາ​ໂອ​ລິມ​ປິກ​ບ່ອນ​ໃດ​ກໍ່​ລ້ວນ​ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ໝາກ​ຜົນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ.​ພາຍ​ໃນ​ເວ​ລາ​4​ຊົ່ວ​ໂມງ,​ພວກ​ຂ້າ​ພະ​ເຈົ້າ​ຕິດ​ອົກ​ຕິດ​ໃຈ​ທີ່​ສຸດ,​ຈົນ​ລື່ມ​ຮອດ​ກາ​ລະ​ເວ​ລາ​ທີ່​ຜ່ານ​ໄປ."

ວິທີ​ໄຕ້​ທວນ​ໄຟ​ໂອ​ລິ​ມປິກ​ແມ່ນ​ຈຸດ​ສຸມໜຶ່ງ​ທີ່​ຄົນ​ທັງ​ຫຼາຍ​ສົນ​ໃຈ​ທີ່​ສຸດ.ວິທີ​ໄຕ້​ທວນ​ໄຟ​ໃນ​ພິ​ທີ​ໄຂ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ກໍ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​​ເຊັ່ນ​ດຽວ​ກັນ.​ນັກ​ທຸ​ລະ​ກິດ​ຣັດ​ເຊຍ​ຜູ່​ໜຶ່ງ​ທີ່​ຊື່ວ່າ ວຼາດີ​ເມຍ ມາ​ຄາ​ລົຟ​ໄດ້​ກ່າວ​ວ່າ:​"ຂ້ອຍ​ຄິດ​ວ່າ,​ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ທຳ​ການ​ຄັດ​ເລືອກ​ທີ່​ຖືກ​ຕ້ອງ,​ນັ້ນ​ກໍ່​ຄື​ໃຫ້​ທ່ານ​ລີ​ນິງ​​ເປັນ​ຜູ່​ໄຕ້​ທວນ​ໄຟ.​ວິ​ທີ​ໄຕ້​ທວນ​ໄຟ​ທີ່​ໃໝ່​ອ່ຽມ​ແບບ​ນີ້,ພວກ​ຂ້ອຍ​ບໍ່​ເຄີຍ​ເຫັນ​ມາ​ຈັກ​ເທື່ອ,​ນີ້​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ຮູ້​ສຶກ​ປະ​ທັບ​ໃຈທີ່​ສຸດ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>