ສື່​ມວນ​ຊົນ​ຮົງ​ກົງ​ແລະ​ໄຕ້​ຫວັນ​ຕີ​ລາ​ຄາ​ສູງ​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​​

(GMT+08:00) 2008-08-09 19:53:59 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:  ຕອນ​ຄ່ຳ​ວັນ​ທີ 8 ສິງຫານີ້, ງານ​ໂອ​ລິ​ມປິກ​ປັກກິ່ງ​​​ໄດ້​ໄຂ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລ​ານ.  ວັນ​ທີ 9 ສິງຫານີ້, ສື່​ມວນ​ຊົນ​ຮົງ​ກົງ​ແລະ​ໄຕ້​ຫວັນ​ໄດ້​ພິມ​ບົດຄວາມ, ຕີ​ລາຄາ​ສູງ​ຕໍ່ພິທີ​ໄຂ​ງານ​ໂອ​ລິ​ມປິກປັກ​ກິ່ງ   ຫນັງສືພິມ​ເວີນຮຸ້ຍປ້າວ​ຮົງ​ກົງ​ໄດ້ຂຽນ​ໃນ​ບົດຄວາ​ມ​ວ່າ, ພິທີ​ໄຂ​​ງານ​ໂອ​ລິ​ມປິກປັກ​ກິ່ງ​ໄດ້​ສະ​ແດງ​​ໃຫ້​ເຫັນ​ເນື້ອ​ໃນ​ຂອງ​ອາ​ລິ​ຍະ​ທຳ​ຕາ​ເວັນ​ອອກ​ດ້ວຍ​ຈິດ​ໃຈທີ່​ສູງ​ສົ່ງ,​ເຮັດ​​ໃຫ້​​ໂລກ​ຮູ້​ເຖິງສະ​ເຫ​ນ່​ແລະສິ່ງ​ຍອດ​ຍ້ຽມຂອງ​ວັດທະນະທຳ​ຈີນ​ຢ່າງ​ເຕັມທີ່.

ຫນັງ​ສື​ພິມ​ຕ້າ​ກົງ​ປ້າວ​ຮົງ​ກົງ​ໄດ້​ພິມ​ບົດ​ຄວາມໂດຍ​ຂຽນ​ວ່າ, ການສະ​ແດງ​ອັນ​ດີ​ເລີດ​ທີ່​ເຕັມ​ໄປ​ດ້ວຍຄວາມມີ​ສະ​ເຫ​ນ່​ແລະ​ເນື້ອ​ໃນ​ຂອງ​ອາ​ລິ​ຍະ​ທຳ​ປະຊາ​ຊາດ​ຈີນ​ໃນພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ນັ້ນໄດ້ດຶງ​ດູດ​ສາຍຕາ​ຂອງ​ຜູ່​ຊົມ​ຂອງ​ທົ່ວ​ໂລກ​ຢ່າງ​ສູງ, ນີ້​ກໍ​ແມ່ນການສະ​ແດງ​ໃຫ້​ເຫັນຄຳ​ຫມັ້ນ​ສັນຍາ​ທີ່ຄະນະ​ຈັດງານ​ກິລາ​ໂອ​ລິ​ມປິກ​​ທີ່ມີຈຸດ​ພິ​ເສດ​ຂອງ​ຈີນແລະມີ​ລະດັບ​ສູງ.
   ຫນັງສື​ພິມຈີນລາຍ​ວັນ​ໄຕ້​ຫວັນ​ເຫັນວ່າ ພິທີ​ໄຂ​ງານ​ໂອ​ລິ​ມປິກປັກ​ກິ່ງສວຍ​ງາມຫຼາຍ, ​ເຮັດ​ໃຫ້​ຫຼາຍຄົນຈົນ​ເບິ່ງ​ນຳ​ບໍ່ຫ​ຫຼ້ອນ​.

ບົດ​ຄວາມ​ຂອງຫນັງສືພິມ​ອຸດ​ສະຫະ​ກຳ​ການ​ຄ້າ​ລາຍ​ວັນ​ໄຕ້​ຫວັນ​ຂຽນ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຈາກ​ການ​ໄຂ​ຮອດ​ອັດ​, ບ້ວງ​ແສງຂອງ​ທົ່ວ​​ໂລກມາ​ຮຸ່ງ​ຂຶ້ນ​ທີ່​ປັກ​ກິ່ງ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>