ພາ​ສາ​ຈີນ​ໂອ​ລິມ​ປິກ 080808

(GMT+08:00) 2008-08-09 19:58:27 cri
-----------------------------------------------------------------------------------------------------------------

ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ
ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ.ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງທີ 29 ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ຢ່າງ​ຄຶກຄື້ນ​ໃນ​ມື້​ວັນ​ທີ 8 ສິງຫານີ້, ສ່ວນ​ມື້ນີ້, ກໍ່​ໄດ້​ເຂົ້າສູ່​ການ​ຈັດການ​ແຂ່ງຂັນ​ຕ່າງໆ​ໃນ​ມື້​ທຳ​ອິດ​​ແລ້ວ​ເນາະສັງຂານ.

ຫນຸ່ມ​ໃຫຍ່:​ເຈົ້າ​ແມ່ນ​ແລ້ວ, ​ເລີ່​ມ​ແຕ່​ມື້ນີ້ ຄື ວັນ​ທີ 9 ຈົນ​ຮອດ​ວັນ​ທີ 25 ສິງຫານີ້,ວິທະຍຸສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຈັດ​ລາຍການ​ສອນ​ພາສາ​ຈີນ​ກ່ຽວ​ກັບ​ໂອ​ລິ​ມປິກ​ໂດຍ​ສະ​ເພາະ,ຜູ່​ຟັງ​ສາມາດ​ຟັງ​ລາຍການ​ນີ້​ໄດ້​ທາງ​ລະບົບ fm ​ແລະ​ am.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ຜ່ານ​ຈາກ​ລາຍການ​ນີ້​, ຜູ່​ຈັດ​ລາຍການ​ທັງ​ສອງ​ກໍ່​ຫວັງຢາກ​ສ້າງຄວາມ​ເບີກບານ​ມ່ວນ​ຊື່ນ​​ໃນ​ໂອ​ລິ​ມປິກ​​ໃຫ້​ແກ່ທ່ານ​ໄດ້.

ຫນຸ່ມ​ໃຫຍ່:​ເຈົ້າ​ແມ່ນ​ແລ້ວ, ​ຊັ້ນ​ມື້​ທຳ​ອິດ​ຂອງ​ລາຍການ​ກໍ່​ຄື​ມື້​ທຳ​ອິດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ, ພວກ​ເຮົາ​ຈະ​ຮຽນ​ພາສາ​ຈີນ​ຄຳ​ຫຍັງ​ນໍ້ວັນນີ?

ວັນນີ:ອື່,ງານ​ກິລາ​ໂອ​ລິ​ມປິກ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແລ້ວ, ວັນນີ​ຄິດ​ວ່າມີ​ປະ​ໂຫຍ​ກຫນຶ່ງ​ສາມາດ​ວາດ​ພາບ​ເຖິງ​ອາລົມ​ຈິດ​ຂອງ​ປະຊາຊົນ​ປັກ​ກິ່ງ​ຫມົດ​ທຸກ​ຄົນ​ໃນ​ຕອນນີ້​ໄດ້​ຢ່າງ​ດີ.ນັ້ນກໍ່​ຄື 北京欢迎你 ​ແປ​ວ່າ ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ.ມື້ນີ້ ພວກ​ເຮົາ​ກໍ່​ມາ​ຮຽນ​ປະ​ໂຫຍ​ກນີ້​ນຳ​ກັນ.

ຫນຸ່ມ​ໃຫຍ່:​​ເອົາ!ກໍ່​ດີ​ຄື​ກັນ.ທ່ານ​ຜູ່​ຟັງ, ຖ້າ​ວ່າ​ຕອນນີ້ ທ່ານ​ຢູ່​ປັກ​ກິ່ງ​ແລ້ວ,ກໍ່​ມັກ​ຈະ​ໄດ້​ຍິນວ່າ​ຄຳ​ເວົ້າທີ່​​ໄທ​ເມືອງ​ປັກ​ກິ່ງ​ມັກ​ເວົ້າກວ່າ​ຫມູ່​ນັ້ນກໍ່​ແມ່ນ​ຄຳ​ທີ່​ວ່າ ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ.ພາສາ​ຈີນ​ເພິ່ນ​ເວົ້າວ່າ: ​​ເປີ​ຍຈິ່ງ ຮ່ວນ​ອິງ ຫນີ້.

ວັນນີ:北京欢迎你

ຫນຸ່ມ​ໃຫຍ່:ນີ້​ວັນນີ,ສັງຂານ​ໄດ້​ຮູ້​ວ່າ, ຄຳ​ວ່າ ​ເປີ​ຍຈິ່ງ​ຮ່ວນ​ອິງ​ຫນີ້ ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ ປະ​ໂຫຍ​ກນີ້​ຍັງ​ມີ​ສ່ວນ​ກ່ຽວ​ພັນ​ກັບ​ສັດ​ນຳ​ໂຊກ​ຫ້າ​ໂຕ​ຂອງ​ງານ​​ໂອ​ລິ​ມປິກ​ຄັ້ງນີ້​ຫລາຍ​ແມ່ນ​ບໍ່?

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ຊື່​ຂອງ​ສັດ​ນຳ​ໂຊກ​ຫ້າ​ໂຕນີ້ ແມ່ນ 贝贝; 晶晶 欢欢; 迎迎; 尼尼.ຊື່​ຂອງ​ສັດ​ນຳ​ໂຊກ​ເຫລົ່ານີ້ເມື່ອ​ເວົ້າຕໍ່​ກັນ​ແລ້ວ,ກໍ່​ແມ່ນ 北京欢迎你; ນັ້ນ​ເອງ.

ຫນຸ່ມ​ໃຫຍ່: ​ເປີ​ຍຈິ່ງ​ຮ່ວນ​ອິງ​ຫນີ້

ວັນນີ:ອື່!ສັງຂານ​ເວົ້າ​ໄດ້​ດີ​ຫລາຍ.​ເພື່ອ​ຕ້ອນຮັບ​ງານ​ໂອ​ລິ​ມປິກ, ສູນ​ກະຈາຍສຽງ​ດ້ວຍ​ພາສາ​ອາຊີ​ອາຄະ​ເນ​ຂອງ ​cri ພວກ​ເຮົາ​ຍັງ​​ໄດ້ຕັ້ງ​ໃຈ​ອັດ​ເພງ​ 北京欢迎你 ​ແປ​ວ່າ ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ ທີ່​ເປັນ​ເພງປະຈຳ​ໂອ​ລິ​ມປິກ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຄົນ​ຈີນ​ຫລາຍ​ໃນ​ປັດຈຸບັນ,​ໃນ​ເພງ​ນີ້ ພະນັກງານ​ຂອງ​ພະ​ແນ​ກພາສາ​ຫວຽດນາມ ລາວ ມຽນມາ ກຳປູ​ເຈຍ ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ​ແລະ​ຟິບິນ​ປິນຍັງ​ໄດ້​ຮ້ອງ​ດ້ວຍ​ພາສາ​ຂອງ​ໃຜລາວ​ອີກ,ມາ​ຟັງເພງ​ນີ້​ນຳ​ກັນ​ວ່າ​ມ່ວນ​ບໍ່.

ຫນຸ່ມ​ໃຫຍ່: ອື່,​ເພງ ​ເປີ​ຍຈິ່ງ​ຮ່ວນ​ອິງ​ຫນີ້ ປັກ​ກິ່ງ​ຍິນ​ດີ​ຕ້ອນຮັບ​ທ່ານ,​ໄປ​ພ້ອມ​ກັບສ​ຽງ​ເພງ​ ​ເພງ​ນີ້, ລາຍການ​ຮຽນ​ພາສາ​ຈີນ​ກ່ຽວ​ກັບ​ໂອ​ລິ​ມ ປິກ​ມື້ນີ້ກໍ່​ຂໍ​ລາ​ໄປ​ພ້ອມ​ເລີຍ, ພົບ​ກັນ​ໃຫມ່​ໃນ​ມື້​ອື່ນ​ເວລາ​​ເກົ່າ. ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>