ພາ​ສາ​ຈີນ​ໂອ​ລິມ​ປິກ 080809

(GMT+08:00) 2008-08-09 20:00:15 cri
-----------------------------------------------------------------------------------------------------------------

ຫລຽນ​ຄຳ​ດວງ​ທຳ​ອິດ​ໃນ​ງານ​ໂອ​ລິ​ມປິກ

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່ຮັກ​ແພງ, ຮອດ​ເວລາ​ນີ້ກໍ່​ແມ່ນ​ລາຍການ​ສອນ​ພາສາ​ຈີນ​ກ່ຽວ​ກັບ​ໂອ​ລິ​ມປິກ​ທີ່​ສັງຂານ​ກັບ​ວັນນີ​ຈັດ​ເປັນ​ພິ​ເສດ​ເພື່ອ​ໃຫ້ເຂົ້າກັບ​ບັນຍາກາດ​ໂອ​ລິ​ມປິກ​ທີ່​ພວມ​ດຳ​ເນີນ​ໄປ​ຢ່າງ​ຄຶກຄຶ້ນ.

ສັງຂານ:​​ເຈົ້າ​ແມ່ນ​ແລ້ວ, ວັນ​ທີ 9 ສິງຫາ​ແມ່ນ​ມື້​ທຳ​ອິດ​ທີ່​ຈັດການ​ແຂ່ງຂັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.ສະນັ້ນ​ໃຜ​ຈະ​ຊິງ​ໄດ້​ຫລຽນ​ຄຳ​ຫລຽນ​ທຳ​ອິດ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງນີ້​​ແມ່ນ​ຫມົດ​ທຸກ​ຄົນ​ສົນ​ໃຈ​ນຳ.

ວັນນີ:​ເຈົ້າ,​ໃນ​ລາຍການ​ພາສາ​ຈີນ​ໂອ​ລິ​ມປິກ​ມື້ນີ້,ພວກ​ເຮົາ​ກໍ່​ມາ​ຮຽນ​ປະ​ໂຫຍ​ກກ່ຽວ​ກັບ​ເລື່ອງ​ນີ້,ປະ​ໂຫຍ​ກທຳ​ອິດທີ່​ຈະ​ຮຽນ​ໃນ​ມື້ນີ້​​ແມ່ນງານ​ກິລາ​ໂອ​ລິ​ມປິກ,ພາສາ​ຈີນ​ມັກ​ເອີ້ນ​ສັ້ນໆ​ເປັນ 奥林匹克运动会​ແຕ່​ຄົນ​ຈີນ​ສ່ວນ​ຫລາຍ​ເວົ້າຫຍໍ້​ເປັນ 奥运会
ວັນນີ:ສ່ວນ​ຫລຽນ​ຄຳ ພາສາ​ຈີນ​ເພິ່ນ​ເອີ້ນ​ວ່າ 金牌 金​ແປ​ວ່າ ຄຳ 牌 ​ແປ​ວ່າ ຫລຽນ.

ຫນຸ່ມ​ໃຫຍ່:ຈິ່ນຜາຍ

ວັນນີ:ຫລຽນ​ຄຳ​ຫລຽນ​ທຳ​ອິດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫລາຍ​ກວ່າ​ຫມູ່​ວ່າ​ຈະ​ແມ່ນ​ໃຜ​ຊິງ​ໄດ້​ເນາະ.ຄຳ​ວ່າ​ຫລຽນ​ຄຳ​ຫລຽນ​ທຳ​ອິດ​ໃນ​ງານ​ກິລາ​ໂອ​ລິ​ມປິກ ພາສາ​ຈີນ​ເອີ້ນ​ວ່າ:奥运会首枚金牌 

ຫນຸ່ມ​ໃຫຍ່:ອ້າວ ຢູ້ນ ຮຸ້ຍ ​ໂສ​ວ ​ເຫມີຍ ຈິ່ນ ຜາຍ

​ວັນນີ:​ເຈົ້າ,ເມື່ອ​ກີ້​ນີ້​ພວກ​ເຮົາ​ໄດ້​ຮຽນ​ມາ​ແລ້ວ​ແມ່ນ​ງານ​ໂອ​ລິ​ມປິກ, 首枚 ​ແມ່ນຫລຽນ​ທຳ​ອິດ 金牌 ກໍ່​ແມ່ນ​ຫລຽນ​ຄຳ.

ຫນຸ່ມ​ໃຫຍ່:ອ່ານ​ຕາມ.

ວັນນີ:ທຳ​ມະ​ດາ​ແລ້ວ, ຄຳ​ວ່າ 奥运会首枚金牌 ຄົນ​ຈີນ​ມັກ​ເວົ້າຫຍໍ້​ເປັນ 奥运首金

ຫນຸ່ມ​ໃຫຍ່: ອ້າວ​ຢຸ້ນ​ໂສ​ວຈິ່ນ,ອື່,​ເວົ້າ​ແນວ​ນີ້​ງ່າຍ​ກວ່າ​ເນາະ.ນີ້​ວັນນີ,​ເມື່ອ​ເບິ່ງ​ການຖ່າຍ​ທອດ​ສົດ​ຂອງ​ໂທລະພາບ​ແລ້ວ,ພວກ​ເຮົາ​ກໍ່​ຮູ້​ແລ້ວ​ວ່າ, ຫລຽນ​ຄຳ​ຫລຽນ​ທຳ​ອິດ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງນີ້​ແມ່ນ​ກຳ​ເນີ​ດຢູ່​ໃນ​ການ​ແຂ່ງຂັນ​ຍິງ​ປືນລົມ​ນ້ອຍ​ຍາວ 10 ​ແມັດ​ເພດ​ຍິງ.​ແລະ​ແມ່ນ​ນັກ​ກິລາ​ຂອງ​ສາທາລະນະ​ລະ​ລັດ​ເຊັກ​ຊິງ​ໄດ້​ຫລຽນ​ຄຳ​ຫລຽນນີ້.ຊັ້ນ​ຊື່​ລາຍການ​ແຂ່ງຂັນ​ນີ້​ຄື ຍິງ​ປືນ​ລົມ​ນ້ອຍ​ຍາວ 10 ​ແມັດ​ເພດ​ຍິງ ພາສາ​ຈີນ​ເວົ້າວ່າ​ແນວ​ໃດ​ເນາະວັນນີ?

ວັນນີ: ຊື່​ລາຍການີ້ ຄວາມ​ຈີນ​ເອີ້ນ​ວ່າ 女子10米气步枪

ຫນຸ່ມ​ໃຫຍ່: ນຸຍຈື່ ສື​ຫມີ້ ຊີ້ປູ້​ຈ່ຽງ

ວັນນີ:女子 ​ແປ​ວ່າ ​ເພດ​ຍິງ  10米; 10​ແມັດ; 气步枪​ແມ່ນ ປືນ​ລົມ​ນ້ອຍ​ຍາວ.

ຫນຸ່ມ​ໃຫຍ່:ນຸຍຈື່ ສື​ຫມີ້​ ຊີ້​ປູ້​ຈ່ຽງ

ວັນນີ:ອື່ ຫນຸ່ມ​ໃຫຍ່​ອອກສຽງ​ດີ​ຫລາຍ.​ເວົ້າ​ເຖິງ​ 奥运首金 ຫລື ຫລຽນ​ຄຳຫລຽນ​ທຳ​ອິດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ນີ້, ​ເຖິງ​ວ່າ​ທິມຈີນ​ບໍ່​ໄດ້​ຊິງ​ໄດ້​ຫລຽນ​ຄຳຫລຽນທຳ​ອິດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ກໍ່ຕາມ,​ແຕ່​ຫລຽນ​ຄຳ​ຫລຽນ​ທຳ​ອິດ​ທີ່​ທິມຈີນ​ຊິງ​ໄດ້​ນັ້ນ​ແມ່ນ​ຢູ່​ໃນ​ລາຍການ​ແຂ່ງຂັນ​ຍົກ​ນ້ຳຫນັກລຸ້ນ 48 ກິ​ໂລ​​ເພດ​ຍິງ.ຜູ່​ຊິງ​ໄດ້​ຫລຽນ​ຄຳ​​ແມ່ນ 陈燮霞. ລາຍການ​ນີ້​ພາສາ​ຈີນ​ເອີ້ນວ່າ:  女子48 公斤级举重

ຫນຸ່ມ​ໃຫຍ່: ນຸຍຈື່ ພວກ​ເຮົາ​ກໍ່​ໄດ້​ຮຽນ​ມາ​ແລ້ວ​ເນາະ,​ແມ່ນ​ມີ​ຄວາມ​ຫມາຍວ່າ​ເພດ​ຍິງ; ​ແມ່ນ​ບໍ່?ວັນນີ.

ວັນນີ:​ແມ່ນ​ແລ້ວ, ສ່ວນ 48 ​​公斤级 ​ຫມາຍ​ເຖິງ ລຸ້ນ 48 ກິ​ໂລ,举重 ​ແມ່ນ​ຍົກ​ນ້ຳຫນັກ. 女子48公斤级举重

ຫນຸ່ມ​ໃຫຍ່: ນຸຍຈື່ ຊື້​ສື​ປ່າ ກົ່ງ​ຈີ່ນຈີ ຈຸ​ຍຈົ້ງ, ກໍ່​ຄື ການ​ຍົກ​ນ້ຳຫນັກ​ລຸ້ນ 48 ກິ​ໂລ​ເພດ​ຍິງ. ​ຜ່ານ​ການຖ່າຍ​ທອດ​ສົດ, ພວກ​ເຮົາ​ໄດ້​ເຫັນ​ວ່າ​ນາງ 陈燮霞 ​ເມື່ອ​ຊິງ​ໄດ້​ຫລຽນ​ຄຳ​ໃນ​ການ​ແຂ່ງຂັນ​ຍົກ​ນ້ຳຫນັກ​ລຸ້ນ 48 ກິ​ໂລ​ເພດ​ຍິງ​ແລ້ວ,ນາງ​ບອກ​​ ​ນັກ​ຂ່າວ​ວ່າ,ການໄດ້​ຫລຽນ​ຄຳ​ໃນ​ງານ​ໂອ​ລິ​ມປິກ​ແມ່ນ​ຄວາມ​ຝັນ​ຂອງ​ນາງມາ​ແຕ່​ດົນ​​ແລ້ວ.​

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ພວກ​ເຮົາ​ກໍ່​ເຊື່ອ​ວ່າ,ຢູ່​ບົນ​ເວທີ​ແຂ່ງຂັນ​ໂອ​ລິ​ມປິກ​ນີ້,ຍັງ​ມີ​ນັກ​ກິລາ​ຫລາຍໆ​ຄົນ​ທີ່​ມີ​ຄວາມ​ຝັນ​ເຊັ່ນ​ດຽວ​ກັນ​ກັບ​ນາງ 陈燮霞 ຄື​ກັນ.ພວກ​ເຮົາ​ກໍ່​ອວຍພອນ​ໃຫ້​ຄວາມ​ຝັນ​ຂອງ​ເຂົາ​ເຈົ້າຈົ່ງ​ກາຍ​ເປັນ​ຈິງ​. ມາ​ຮອດ​ນີ້ ລາຍການ​ພາສາ​ຈີນ​ໂອ​ລິ​ມປິກ​ມື້ນີ້ກໍ່​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ,ຕອນ​ທ້າຍ​ລາຍການ,ວັນນີ​ຂໍ​ມອບ​ເພງ 梦想 ຄວາມ​ຝັນ​ໃຫ້​ທ່ານ​ທັງຫລາຍ,ຂໍ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນ,ຂໍ​ໃຫ້​ຄວາມ​ຝັນ​ຂອງ​ທ່ານ​ຈົ່ງ​ບັນລຸ​ຜົນ​ເປັນ​ຈິງ​ເຊັ່ນ​ກັນ.

ຫນຸ່ມ​ໃຫຍ່:ມື້​ອື່ນ​ເວລາ​ດຽວ​ກັນ ພົບ​ກັນ​ອີກ.ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>