ຜູ່​ຟັງ​ວິ​ທະ​ຍຸ CRI​ຕີ​ລາ​ຄາ​ສູງ​ຕໍ່​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​​

(GMT+08:00) 2008-08-09 20:30:54 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:  ຕອນ​ຄ່ຳ​ວັນ​ທີ 8 ສິງຫານີ້, ງານ​ໂອ​ລິ​ມປິກ​ປັກກິ່ງ​​​ໄດ້​ໄຂ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລ​ານ. ຫຼັງ​ຈາກ​ພິທີ​ໄຂ​ງາ​ນ​ໂອ​ລິ​ມປິກອັດ​ລົງ​ແລ້ວ, ຜູ່​ຟັງທີ່​​ໄດ້ຮັບ​ຟັງ​ລາຍການ​ພາສາ​ຕ່າງໆ​ຂອງ CRI ​ໄດ້​ສົ່ງ​ອີ​ເມ​ວຫຼື​ໂທລະສັບ, ຕີ​ລາຄາສູງ​ຕໍ່ພິທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງ​​.

ໃນ​​ໂທລະສັບ, ທ້າວ​ມູຊຸດ ຜູ່​ຟັງ​ອີຣານ​ໄດ້​ເວົ້າ​ຢ່າງ​ຕື້ນ​ຕັນ​ໃຈ​ວ່າ, ພິທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງ​​​​ໄດ້​ເຮັດ​ໃຫ້​ປະຊາຊົນ​ທົ່ວ​ໂລກ​ຮູ້​ເຖິງ​ອາ​ລິ​ຍະ​ທຳ​ຂອງ​ຈີນ,ຮູ້​ເຖິງ​ພະລັງ​ຂອງ​ປະຊາຊົນ​ຈີນ,​ເຮັດ​ໃຫ້​ທົ່ວ​ໂລກ​ຕື້​ນຕັນ​ໃຈ.

ທ້າວ​ອາ​ຕາ  ຜູ່​ຟັງ​ນີ​ເຊ​ລີ​ເຫັນ​ວ່າ ການສະ​ແດງ​ສິລະ​ປະ​ຂອງພິທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ທັງ​ມີ​ຈຸດ​ພິ​ເສດ​ທັນ​ສະ​ໄຫມ,ທັງສະ​ແດງ​ຄວາມ​ເຫັນ​ມາ​ຂອງ​ອາ​ລິ​ຍະ​ທຳ​ຈີ​ນ​ອັນ​ເຂັ້ມ​ຂຸ້ນ​ມາສະ​ແດງ​​ໃຫ້​ເຫັນ​ເນື້ອ​ໃນ​ຂອງ​ອາ​ລິ​ຍະ​ທຳ​ດັ້ງ​ເດີມ​ຂອງ​ຈີນ​ຕໍ່​ປະຊາຊົນ​ທົ່ວ​ໂລກ.   

ຫຼັງ​ຈາກ​ທ້າວ​ແອນ ບາ​ລີ​ຄູບາ ຜູ່​ຟັງ​ອິນ​ເດຍ​ໄດ້​​ຊົມ​ການສະ​ແດງ​ຂອງພິທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງ​​​ແລ້ວ, ​ເພິ່ນ​​ໄດ້​ສົ່ງ​​ອີ​ເມ​ວ​ໃນ​ທັນທີ​ວ່າ: ສິ່ງ​ທີ່​ສ້າງ​ປະ​ທັບ​ໃຈ​ຫຼາຍ​ກວ່າ​ຫມູ່​ແມ່ນ​ຮອຍ​ຍິ້ມ​ອັນ​ຈິງ​​ໃຈ​ຢູ່​ໃນ​ສະຫນາມກິ​ລາ​ແຫ່ງ​ຊາດ​ປັກ​ກິ່ງ, ອວຍພອນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈົ່ງ​ຈະໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ຫນ່ວຍ.

ທ້າວ​ອີ​ໂກນ ຊີ​ມີ​ຊີ ຜູ່​ຟັງ​ແຊກບີ​ເວົ້າ​ວ່າ, ພິທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງ​​​ແມ່ນການ​​ເຊື່ອມ​ໂຍງວິທະຍາສາດ​ເຕັກນິກ​ທັນ​ສະ​ໄຫມກັບນ​ສິລະ​ປະດັ້ງ​ເດີມ​ໃນ​ສະ​ໄຫມ​ບູຮານ​ຂອງ​ຈີນ​ຢ່າງ​ຈົບງາມ,​ແມ່ນ​ສິ່ງ​ຍອດ​ຍ້ຽມທາງ​ສະຕິ​ປັນຍາ​ຂອງມະນຸດ.

ຜູ່​ຟັງ​ຂອງ​ປະ​ເທດ​ຕ່າ​ງໆ​ເຊັ່ນ:  ​ເບ​ລາ​ລຸ​ສ໌ ບຸນ​ກາລີ​​ແລະ​ຍີ່​ປຸ່ນ​ເປັນຕົ້ນກໍ​ໄດ້​ສົ່ງ​ອີ​ເມ​ວຫຼື​ຈົດຫມາຍ​ໂດຍຂ​ຽນວ່າ, ພິທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງ​​​ໄດ້​ເຮັດ​ໃຫ້​ຄົນ​ປະ​ທັບ​ໃຈ,ສະ​ແດງ​ໃຫ້​ເຫັນ​ເນື້ອ​ໃນ​ອັນ​ອຸດົມສົມບູນ​ຂອງ​ອາ​ລິ​ຍະ​ທຳ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>