ທ່ານ​ຊຳ​ມາ​ຣັນສ​ກ່າວ​ວ່າ ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​​ເຕັ້ນ​ຫຼາຍ

(GMT+08:00) 2008-08-09 20:36:14 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI: ຕອນ​ຄ່ຳ​ວັນ​ທີ 8 ສິງຫານີ້, ພິທີ​ໄຂ​ງານ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງ​ທີ 29​ໄດ້​ໄຂ​ຂຶ້ນ​ຢູ່​ສະຫນາມກິລາ​ແຫ່ງ​ຊາດ​ປັກ​ກິ່ງ​ຫຼື​ຮັງ​ນົກ.  ຕອນ​ເຊົ້າ​ວັນ​ທີ 9 ສິງຫານີ້, ​ ໃນ​ເວລາ​ທ່ານ​ຮວນ ​ແອນ​ໂຕ​ນີ​ໂອ ຊຳ​ມາຣັນສ໌​ ປະທານ​ກິຕິ​ມະ​ສັກຄະນະ​ກຳມະການ​ໂອ​ລິ​ມປິກສາກົນໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂອງ​ວິທະຍຸ​CRIນັ້ນ, ທ່ານ​ກ່າວ​ວ່າ, ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບຜົນສຳ​ເລັດສູງ​ທີ່​ສຸດ,​ເຮັດ​ໃຫ້​ຄົນ​ທັງຫຼາຍຮູ້ສຶກ​ງຶດ​ງໍ້​ອັດສະຈັນ​ໃຈ.

ໃນ​ຄືນວານ​ນີ້, ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງຢ່າງ​ມີ​ກຽດ​, ພິທີ​ໄຂ​​ເທື່ອ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ສູງທີ່​ສຸດ, ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຕື່ນ​ເຕັ້ນ​ຫຼາຍ​.  ​ໃນ​ຖານະ​ເປັນ​ເພື່ອນ​ມິດ​​ເກົ່າຂອງ​ປະຊາຊົນ​ຈີນ, ຂ້າພະ​ເຈົ້າ​ຮູ້ສຶກ​ດີ​​ໃຈ​ທີ່​ສຸດຕໍ່​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ທີ່​ໄດ້​ຮັບ​ຜົນສຳ​ເ​ລັດ​ຢ່າງ​ເຕັມ​ເມັດ​ເຕັມ​ຫນ່ວຍ, ຂ້າພະ​ເຈົ້າ​ສະ​ແດງ​ຄວາມອວຍ​ພອນຕໍ່​ປະຊາຊົນ​ຈີນ​ທຸກ​ຖ້ວນ​ຫນ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>