ທ່ານ​ຊີ​ຈິ້ນ​ພິງ​ພົບ​ປະ​ບັນ​ດາ​ລາດ​ຊະ​ວົງ​ຂອງ​ຕ່າງ​ປະ​ເທດ​ທີ່​ມາ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​​

(GMT+08:00) 2008-08-09 20:56:27 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 9 ສິງຫານີ້, ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຊີ​ຈິ້ນ​ພິງ ຮອງ​ປະທານ​ປະ​ເທດ​ຈີນ​ໄດ້ພົບ​ປະບັນດາລາດ​ຊະ​ວົງ​ຂອງ​ຕ່າງປະ​ເທດ​ທີ່​ມາ​ເຂົ້າ​ຮ່ວມພິທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງ​​​ເຊັ່ນ: ​ແບນ​ຊິກ ດານ​ມາກ ​ໂຮ​ນລັງ ກາ​ຕາ  ​ແອ​ສປາຍ ​ໄທ​ແລະ​ຕົງ​ກາ​ເປັນຕົ້ນ,​ແລະ​ສະ​ແດງຄວາມ​ຊົມ​ເຊີຍ​ຕໍ່​ບັນດາ​ລາດ​ຊະ​ວົງ​​ທີ່​ມາ​ເຂົ້າ​ຮ່ວມ​ງານ​ເທື່ອ​ນີ້

ທ່ານ​ຊີ​ຈິ້ນ​ພິງ​ກ່າວ​ວ່າ,ການຈັດ​ງານ​ໂອ​ລິ​ມປິກ​​ແມ່ນ​ຄວາມ​ຄອງ​ຄອຍ​ຮ້ອຍ​ປີ​ຂອງ​ປະຊາ​ຊາດ​ຈີນ,ຫວັງ​ໃຫ້​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ​ສາມາດ​​ເຮັດ​ໃຫ້ໂລກຮູ້ຈີນ​ແລະຈີນ​ຮູ້​​ໂລກດີກ​ວ່າ​ເກົ່າ.


ທ່ານ​ຊີ​ຈິ້ນ​ພິງ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງຫນ້າ​ຕໍ່​ການ​ພົວພັນມິດຕະພາບ​ລະຫວ່າງ​ຈີນກັບປະ​ເທດ​ຕ່າງໆ, ຫວັງວ່າ​ບັນດາ​ລາດ​ຊະ​ວົງ​ຂອງ​ຕ່າງປະ​ເທດ​ສືບຕໍ່​ສົນ​ໃຈ​ນຳ​ຈີນ, ປະກອບສ່ວນ​ຢ່າງ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະ ຫວ່າງ​ສອງ​ຝ່າຍ.

ບັນດາ​ລາດ​ຊະ​ວົງອວຍພອນ​ໃຫ້ພິທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງ​​ຈົ່ງ​ໄດ້​ຮັບຜົນສຳ​ເລັດ​ຢ່າງ​ເຕັມ​​ເມັດ​ເຕັມ​ຫນ່ວຍ, ຕີ​ລາຄາ​ຢ່າງ​ຕັ້ງຫນ້າຕໍ່​ການ​ພັດ ທະນາ​ຂອງ​​ເສດຖະກິດ​ສັງຄົມ​ຈີນ​ແລະກ່າວ​ວ່າ​ຈະ​ສືບ​ຕໍ່​​ເພີ່ມການ​ພັດທະນາ​ການແລກປ່ຽນ​ແລະ​ຮ່ວມ​ມື​ມິດ ຕະ ພາບກັບ​ຈີນ.
 
 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>