ຜູ່​ອຳ​ນວຍ​ການ​ໃຫຍ່​ຂອງ​ອົງ​ການ​ວິ​ທະ​ຍຸ​ກະຈາຍສຽງ​ແລະ​ໂທລະພາບ​ແຫ່ງ​ຊາດ​ຕວກກີຍ້ອງ​ຍໍ​ຊົມ​ເຊີຍ​​ພິທີ​ໄຂ​ງານ​ໂອ​ລິ​ມປິກປັກ​ກິ່ງ

(GMT+08:00) 2008-08-09 21:18:06 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:  ວັນ​ທີ 9 ສິງຫານີ້, ຢູ່​ທີ່​ນະຄອນຫຼວງ​ປັກກິ່ງ,​ໃນ​ເວລາທ່ານ​ອີ​ບຼາຮິມ ຊາ​ຊິນ ຜູ່​ອຳນວຍ​ການ​ໃຫຍ່​ຂອງອົງການ​ວິທະ​ຍຸ​ກະ ຈາຍສຽງ​ແລະ​ໂທລະພາບ​ແຫ່ງ​ຊາດ​ຕວກກີ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂອງ​ວິທະຍຸ​ພວກ​ເຮົານັ້ນ, ທ່ານອີ​ບຼາຮິມ ຊາ​ຊິນອວຍພອນ​ໃຫ້​ຈີນ​ຈັດພິທີ​ໄຂ​ງານ​ໂອ​ລິ​ມປິກປັກ​ກິ່ງຢ່າງ​ສຳ​ເລັດ​ຜົນ​,​ແລະ​ຕີ​ລາຄາ​ສູງ​ທີ່​ສຸດ​ຕໍ່ພິທີ​ໄຂ​ງານ​ໂອ​ລິ​ມປິກປັກ​ກິ່ງຄັ້ງ​ນີ້.

ທ່ານ​ອີ​ບຼາຮິມ ຊາ​ຊິນທີ່​ເດີນທາງ​ມາ​ເຂົ້າ​ຮ່ວມພິທີ​ໄຂ​ງານ​ໂອລິ​ມ ປິກປັກ​ກິ່ງກ່າວ​ວ່າ, ພິທີ​ໄຂ​ງານ​ໂອ​ລິ​ມປິກປັກ​ກິ່ງຄັ້ງ​ນີ້​ແມ່ນ​ພິທີ​ໄຂ​ງານ​ທີ່​​ໃຫຍ່​ໂຕ​ມະ​ໂຫລານ​ກວ່າ​ຫມູ່​ແລະ​ໃຊ້​​ເຕັກນິກ​ສູງ​ກວ່າ​ຫມູ່​ໃນ​ປະຫວັດສາດ​ໂອ​ລິ​ມປິກ .  ທ່ານ​ຍັງ​ກ່າວ​ວ່າ,ຫວັງ​ວ່າ​ສືບ​ຕໍ່​ເພີ່ມ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັບ​ວິທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໃຫ້ຫຼາຍຂຶ້ນ, ​ເພື່ອ​​​ສົ່ງ​ເສີມ​ຄວາມເຂົ້າ​ໃຈ​ກັນ​​ໃຫ້ຫຼາຍ​ຂຶ້ນ​​​ແລະ​ຊຸກຍູ້​ການພັດທະນາ​ຮ່ວມ​ກັນ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>