ສື່​ມວນ​ຊົນ​ຂອງ​ຕ່າງ​ປະ​ເທດ​ຍ້ອງ​ຍໍ​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-09 22:35:01 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ​CRI:  ຕອນ​ຄ່ຳ​ວັນ​ທີ 8 ສິງຫານີ້, ງານ​ໂອ​ລິ​ມປິກ​ປັກກິ່ງທີ່​ທີ່ປະຈັກຕໍ່​ສາຍຕາ​ຊາວ​ໂລກ​​​ໄດ້​ໄຂ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລ​ານ. ພິທີ​​​​ໄຂ ເທື່ອ​ນີ້​​ໄດ້​ຮັບ​ຄວາມ​ຍ້ອງຍໍຈາກ​ສື່​ມວນ​ຊົນ​ຂອງ​ປະ​ເທດ​ຕ່າງໆ.

ບົດຄວາມ​ຂອງ​ຫນັງສືພິມ​ຟາຍ​ແນນ​ໂຊ​ສະບັບ​ວັນ​ທີ 9 ສິງຫານີ້ຂຽນ​ວ່າ, ພິທີ​ໄຂ​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ​ໃນມື້ວານ​ນີ້ປຽບ​ເຫມືອນ​ຈີນ​​ໄດ້​ຮັບ​ຫຼຽນ​ຄຳຫຼຽນ​ທຳ​ອິດໃນ​ການ​ແຂ່ງຂັນ​ພິທີ​ໄ​ຂງານໂອ​ລິ​ມປິກ​ປັກ​ກິ່ງ.

  ຫນັງ​ສື​ພິມສະບັບ​ພາສາ​ຈີນ​ຂອງ​ຟິລິບ​ປິນກໍ​ໄດ້​ພິມ​ບົດ​ຄວາມ​ໂດຍຂ​ຽນວ່າ, ນີ້​ແມ່ນ​ງານມະຫະກຳທີ່​ສະ​ແດງ​ວັດທະນະທຳ​ອັນ​ເກົ່າ​ແກ່​​ແລະ​ຄວາມ​ສິວິ​ໄລ​ຍົກ​ໃຫມ່​ອັນ​ຮຸ່ງ​ເຮືອງ​​ຂອງ​ປະຊາ​ຊາດ​ຈີນ

ຫນັງສືພິມ​ໂລກ​ລາຍ​ວັນ​ຂອງ​ໄທ​ສະບັບ​ວັນ​ທີ 9 ສິງຫານ​ນີ້​ໄດ້​ພິມບົດ​ຄວາມ​​ໂດຍຂ​ຽນວ່າ, ການຈັດງານ​ໂອ​ລິ​ມປິກ​ປັກ​ກິ່ງຢ່າງ​ສຳ​ເລັດ​ຜົນ​​ຈະ​ເພີ່ມ​ຄວາມ​ຫມັ້ນ​ໃຈ​ຂອງ​ປະຊາ​ຊາດ​ຈີນ.

  ຂ່າວສານ​ອາ​ແອ​ຟ​ເປ​​ໄດ້​ລາຍ​ງານ​ຂ່າວ​ວ່າ, ຜູ່​ຈັດ​ຕັ້ງຂອງພີ​ທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​​ເຊື່ອມ​ໂຍງ​ພາຫະນະ​ເຕັກນິກ​ສູງກັບ​ການສະ​ແດງ​ຂອງ​ມວນ​ຊົນ​,ສະ​ແດງ​ໃຫ້​ເຫັນ​ເຫຼັ້ມ​ປື້​ມທີ່​ຍິ່ງ​ໃຫຍ່​ຕໍ່​ຊາວ​ໂລກ.

  ຫນັງສືພິມ​ລົສ​ແຊນ​ຈິ​ລິ​ສ​ແທມສ໌ອາ​ເມ​ລິ​ກາ​ສະບັບ​ວັນ​ທີ 8 ສິງຫານີ້​ໄດ້​ພິມ​ບົດ​ຄວາມ​ໂດຍຂ​ຽນວ່າ, ພິທີ​​ໄຂງານ​​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຈີນ​ເຕັມ​ໄປ​ດ້ວຍ​ຄວາມ​ພູມ​ໃຈ​ຂອງ​ປະຊາ​ຊາດ.

 ແວບ​ໄຊຫນັງສືພິມ​ຊິດ​ນີ​ໂມ​ນິງ​ເຮ​ລານ​ໄດ້​ລາຍ​ງານ​ວ່າ, ​ໂລກ​ບໍ່​ເຄີຍ​ຊົມ ພິທີ​ງານ​​ໂອ​ລິ​ມປິກ​ອັນ​ໃຫຍ່​ໂຕ​ມະ​​ໂຫລານ​ແບບ​ນີ້, ການສະ​ແດງ​ຂອງ​ນັກ​ຕີ​ເຝົາ​ໄດ້​ເຮັດ​ໃຫ້​ຄົນ​ຕື້ນ​​ເຕັ້ນ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>