ຊາ​ມາ​ຣັນສ:ທຸກ​ສິ່ງ​ທັງ​ຫມົດ​ໃນ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ​ລ້ວນ​ແຕ່​ສອດ​ຄ່ອງ​ກັບ​ຄວາມ​ຄອງ​ຄອຍ​ຂອງ​ຂ້າ​ພະ​ເຈົ້າ

(GMT+08:00) 2008-08-10 13:50:43 cri
-----------------------------------------------------------------------------------------------------------------

ນະຄອນ​ທີ່​​​ໄດ້​ຮັບ​ເລືອກ​ຕັ້ງເປັນ​ເຈົ້າພາບ​​ຈັດງາ​ນກິລາ​ໂອ​ລິ​ມປິກ 2008​ ແມ່ນ​ນະຄອນ​ປັກ​ກິ່ງ.  ​​​ເມື່ອ 7 ປີ​ກ່ອນ, ຄວາມ​ເວົ້າ​ຄວາມ​ນີ້ຂອງ​ທ່ານຮວນ ​ແອນ​ໂຕ​ນີ​ໂອ ຊາ ມາຣັນສ໌​ ປະທານຄະນະ​ກຳມະການ​ໂອ​ລິ​ມປິກສາກົນ​ຊຸດນັ້ນ​​ໄດ້​ເຮັດ​ໃຫ້​ທົ່ວ​ປະ​ເທດຈີນ​​ໄຊ​ໂຍ​ໂຮ​ຮ້ອງ. ​ ​ກ່ອນ​ຈັດ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ, ນັກ​ຂ່າວ​ຂອງ​ວິທະຍຸ​CRI ​​ໄດ້​​ເຂົ້າສຳພາດ​​ເພື່ອນ​​ເກົ່າ​ນີ້​ທີ່​​​ເຮັດໃຫ້ຄົນ​ຈີນບໍ່​ລືມຈັກ​ເທື່ອ​ຜູ່​ນີ້, ທ່ານຊຳ​ມາຣັນສ໌​​ກ່າວ​ວ່າ, ທຸກສິ່ງ​ທຸກ​ຢ່າງ​ຂອງງານ​ໂອ​ລິມ​ປິກ​ປັກ​ກິ່ງລ້ວນ​ແຕ່ສອດຄ່ອງ​ກັບ​ຄວາມ​ຄອງ​ຄອ​ຍຂອງຂ້າພະ​ເຈົ້າ​​ເມື່ອ 7 ປີ​ກ່ອນ.


 ໃນ​​ເວລາສຳ​ພາດ​​, ທ່ານຊາ​ມາຣັນສ໌​​ໄດ້​ກ່າວ​ດ້ວຍ​ຄວາມ​ສະດຸດ​ໃຈວ່າ, ບໍ່​ມີ​ຜູ່​ໃດເຂົ້າ​ໃຈ​ຫຼາຍ​ກວ່າ​ທ່ານ​ວ່າ, ​ເພື່ອ​ຈັດ​ງານ​ໂອ​ລິ​ມປິກ​​​​​ເທື່ອ​ຫນຶ່ງ​ໃຫ້​ຢ່າງ​ດີ, ຄົນ​ຈີນ​ໄດ້ທຳ​ຄວາມ​ພະຍາຍາມປານ​ໃດ.

ຂ້າພະ​ເຈົ້າດີ​ໃຈ​ທີ່​​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ 2008. ຂ້າພະ​ເຈົ້າ​ຮູ້​ດີ​ທີ່​ສຸດ​ວ່າ,​ເພື່ອ​ຈັດ​ງານ​ໂອ​ລິ​ມປິກ​ເທື່ອ​ນີ້​ໃຫ້​ດີ ຄົນ​ຈີນ​​ໄດ້ທຳ​ຄວາມ​ພະຍາຍາມ​ຫຼາຍປານ​ໃດ​​ເພື່ອ​ຈັດ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້.  ຂ້າພະ​ເຈົ້າ​ເຊື່ອ​ຫມັ້ນ​ວ່າ, ງານ​ໂອ​ລິ​ມປິກ​ຄັ້ງ​ນີ້​ຈະ​ຕ້ອງ​ຫນ້າ​ຊົມ​ແລະສຳ​ເລັດຜົນ​ທີ່​ສຸດ​, ຍັງ​ອາດ​ຈະ​ເປັນ​ງານ​ໂອ​ລິ​ມປິກ​ທີ່​ດີກ​ວ່າ​ຫມູ່​ໃນ​ປະ ຫວັດ ສາດ. ບໍ່​ວ່າ​ເປັນ​ປະທານຄະນະ​ກຳມະການ​ໂອ​ລິ​ມປິກສາກົນຫຼື​ວ່າ​ເປັນ​ປະ ທານກິ​ຕິ​ມະ​ສັກ​ຫຼັງ​ຈາກບຳນານ​​ແລ້ວ,  ທ່ານຊາ​ມາຣັນສ໌ກໍ່​ມີ​ຄວາມ​ຫມັ້ນ​ໃຈ​​​ເຕັມ​ປ່ຽມຕໍ່​ຈີນ​ແລະຕໍ່​ນະຄອນ​ປັກ​ກິ່ງ​​​ໂດຍຕະຫຼອດ​.  ​ໃນ​​​ໄລຍະເວລາ​ກຽ​ມຈັດງານ​ໂອ​ລິ​ມປິກ, ປັກ​ກິ່ງ​ໄດ້ປະສົບ​ຄວາມ​ຫຍຸ້ງຍາກ​ແລະ​ຄວາມ​ຄົດ​ລ້ຽວ​ຫຼາຍ​ເທື່ອ. ​​ໃນ​ເວລາ​ນີ້, ທ່ານຊາ​ມາຣັນສ໌ກໍ​​ໄດ້​​​ໃຫ້ການສະຫນັບສະຫນູນ​ແລະ​​​ໃຫ້​ກຳລັງ​ໃຈແກ່ ນະຄອນ​ປັກ​ກິ່ງ. ຕົວຢ່າງ​ຄື: ກ່ຽວ​ກັບ​ບັນຫາ​ມົນ​ລະ​ພິດ​​​ໃນອາກາດ​ຂອງ​ປັກ​ກິ່ງ, ​ໃນ​ກອງ​ປະຊຸ​ມຄົບ​ຄະນະ​ກວາ​ເຕມາລາ​ຂອງ​ຄະນະ​ກຳມະການໂອ​ລິ​ມປິກສາກົນ​​ເມື່ອ 1 ປີ​ກ່ອນ, ທ່ານຊາ​ມາຣັນສ໌​​ເວົ້າ​ຕໍ່ນັກ​ຂ່າວ​ວ່າ:


ຂ້າພະ​ເຈົ້າ​ບໍ່​ເຫັນ​ວ່າ​ມັນ​ຈະກີດ​ຂວາງການຈັດງານ​ໂອ​ລິ​ມປິກ, ຂ້າພະ​ເຈົ້າ​ເຊື່ອ​​ຄວາມ​ສາມາດ​ຂອງ​ຄະນະ​ຈັດ​ຕັ້ງ​ງານ​ກິ​ລາໂອ​ລິ​ມປິກ​ຈີນຮ້ອຍ​ສ່ວນ​ຮ້ອຍ.  ບໍ່​ພຽງ​ແຕ່​ແມ່ນ​ບັນຫາ​ນີ້​ເທົ່າ​ນັ້ນ,ລວມທັງບັນຫາທັງ​ຫມົດ​ລ້ວນ​ແຕ່​ຈະ​ແກ້​ໄຂ​​​ໃຫ້​ຕົກ​ໄດ້ຢ່າງ​ເຫມາະ​ສົມ.

ຄວາມ​ຫມັ້ນ​ໃຈ​ອັນ​ເດັດດ່ຽວ​ປານ​ນີ້​​ແນ່ນອນ​ແມ່ນ​ມາ​ຈາກ​ຄວາມ​​ເອົາ​ໃຈ​​​ໃສ່ແລະຄວາມ​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງ.  ​ໃນ​​ເວລາ ທ່ານຊາມາຣັນສ໌​ດຳລົງ​ຕຳ​ແຫນ່​ງ​ເປັນ​ປະທານຄະນະ​ກຳມະການໂອ​ລິ​ມປິກສາກົນ​​ໃນ 21 ປີ​ມາ​ນີ້,  ນັບ​ແຕ່​ປະ​ເທດ​ຈີນ​ໃຫມ່​​​ກັບ​ຄືນສູ່​ມະຫາ​ຄອບຄົວ​​​​​​ໂອ​ລິ​ມປິກ​,ຮອດປັກ​ກິ່ງ​​​ໄດ້ ຈັດງານ​ກິລາ​ອາຊີປີ 1990 ຢ່າງ​ສຳ​ເລັດ​ຜົນ, ນັບ​ແຕ່​ຈີນ​ໄດ້​ຮັບຫຼຽນ​ຄຳ​​ໂອ​ລິ​ມປິກ​ຫຼຽນ​ທຳ​ອິດ​ຮອດ​ມີແຊມ​ປຽນ​ໂອ​ລິ​ມປິກ 100 ກວ່າ​ຄົນ​ໃນ​ປະຈຸ​ບັນ,ທ່ານ​ຊາ​ມາລັສ໌​ໄດ້​ເຫັນ​ກິລາ​ຂອງ​ຈີນ​ໄດ້​ພັດທະນາ​ໄວ​ປານ​ບິນ,ສະ​ນັ້ນ ທ່ານ​ເຊື່ອຫມັ້ນ​ວ່າດຖ້າ​ຈີນ​ສາມາດ​ຈັດ​ງານ​​ໂອ​ລິ​ມປິກ​ເທື່ອ​ຫນຶ່ງ,ກິລາ​ໂອ​ລິ​ມປິກ​ກໍ​ຈະ​ພັດທະນາ​ແບບ​ກ້າວ​ກະ​ໂດດ. ຫຼັງ​ຈາກ​ປັກ​ກິ່ງ​ໄດ້​​ເສຍ​ໃຫ້​ຊິດ​ນີດ້ວຍບັດ​ຄະ​ແນນ 2 ບັດ​ໃນ​ເວລາ​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກປີ 2000 ​ແລ້ວ,  ທ່ານຊາ​ມາຣັນສ໌​ຮູ້ສຶກ​ເສຍ​​ໃຈ​ຫຼາຍ, ​​​ແຕ່​ວ່າ, ​ໃນ​ເວລາ​ປະກາດ​ປັກ​ກິ່ງ​ເປັນ​ນະຄອນ​ທີ່​ເປັນ​ເຈົ້າພາບ​ຈັດ​ງານກິລາ​ໂອ​ລິ​ມປິກກິ່ງ 2008 ​ແລ້ວ, ທ່ານຊຳ​ມາຣັນສ໌​ ຮູ້ສຶກດີ​ອົກ​ດີ​ໃຈ​ບໍ່​ດ້ອຍ​ກວ່າ​ຄົນ​ຈີນ .  ​ນັບ​ມາຮອດ​ປະຈຸ​ບັນ, ​ເລື່ອງຫ​ວນຄືນ​ຫຼັງເຫຼົ່າ​ນີ້ຍັງ​ເຮັດ​ໃຫ້​ຜູ່​ອາ​ວຸ​ໂສອາຍຸ​ 88 ປີ​  ຜູ່​ນີ້ຕື້ນ​​ເຕັ້ນ​ຢູ່​ບໍ່​ເຊົາ.


ໃນ​ເວລາຮ້ອງ​ຂໍ​ຈັດ​ງານ​ໂອ​ລິ​ມປິກປີ 2000,​ປັກ​ກິ່ງ​ໄດ້​ເສຍ​ໄຊ ​​ແຕ່ ​ບໍ່​ໄດ້​ຄິດ​ເລີຍ​​ວ່າ​ໃນ​ເວລາ​ຮ້ອງ​ຂໍ​ຈັດ​ງານ​ໂອ​ລິ​ມປິກປີ 2008, ປັກ​ກິ່ງ​ພັດ​ເອົາ​ຊະນະຢ່າ​ງງ່າຍດາຍ. ​ເທື່ອ​ນັ້ນ, ປັກ​ກິ່ງ​​ໄດ້​ເວົ້າ​ໃຫ້ກຳມະການທັງ​ຫມົດ​ຂອງ​ຄະນະ​ກຳມະການ​ໂອລິ​ມປິກ​ສາກົນຍອມ​ເຊື່ອ.  ຄົນ​ທັງຫຼາຍ​ເຊື່ອຫມັ້ນ​ຢ່າງ​ສົມບູນ​ວ່າ, ປັກ​ກິ່ງ​ແມ່ນ​ການ​ເລືອກ​ທີ່​ດີກ​ວ່າ​ຫມູ່​ໃນ​ການຈັດ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້.
  ສາມາດ​ເວົ້າ​ໄດ້​ວ່າ,  ການປະ​ພິດຂອງ​ປັກ​ກິ່ງ​ໃນ​ຊູ່​ມື້​ນີ້​ບໍ່​ໄດ້​ເຮັດ​ໃຫ້​ບັນດາ​ກຳມະການຜິດ​ຫວັງ.  ທົ່ວ​ໂລກ​​ໃຜ​ກໍ​ຄອງ​ຄອຍ​ງານ​ໂອ​ລິ​ມປິກ​ທີ່ດີ​ເລີດ.  ​ແຕ່​​ທ່ານຊາມາຣັນສ໌​​ທີ່​ໄດ້ກ້າວ​ເຂົ້າ​ສູ່ປັດ​ສິນ​ມະ​ໄວ​ແລ້ວ, ​ເວົ້າ​ວ່າຄວາມ​ຝັນດຽວ​ກັນ​ທີ່​ທ່ານ​ກັບ​ຄົນ​ຈີນຮ່ວມ​ກັນປາຖະຫນາ​ນັ້ນ​ໃຫ້​ຈະ​ບັນ​ລຸຜົນ​​ເປັນ​ຈິງ​​ແລ້ວ.ໄດ້​ເຫັນປັກ​ກິ່ງ​ຈັດ​ງານ​ໂອ​ລິ​ມປິກກັບ​ຕາ​ຕົນ​ເອງ,ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາ​ມຝັນ​ຂອງ​ປະຊາຊົນ​ຈີນທຸກ​ຖ້ວນ​ຫນ້າເທົ່າ​ນັ້ນ, ພ້ອມ​ກັນ​ນັ້ນ​ກໍ່​ແມ່ນ​ຄວາມ​ຝັນ​ຂອງ​ຂ້າພະ​ເຈົ້າ​ເອງ
  

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>