ບໍລິສັດNBCອາ​ເມ​ລິ​ກາ​ກ່າວ​ວ່າ​, ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ຜູ້ຮັບ​ເບິ່ງຫຼາຍ​ຢູ່​ອາ​ເມ​ລິ​ກາ

(GMT+08:00) 2008-08-10 14:38:39 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ​: ວັນ​ທີ 9 ສີ​ງຫາ​ນີ້, ບໍລິສັດNBCອາ​ເມ​ລິ​ກາ​ກ່າວ​ວ່າ, ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງຂອງສະຖານີ​ໂທລະພາບດັ່ງກ່າວ​ຖ່າຍ​ທອດ​ມີ​ຄົນເບິ່ງ​ຫຼາຍ​ກວ່າ​ພິທີ​ໄຂ​ງານ​ໂອ​ລິ​ມປິກອື່ນ​ທ​ທີ່​ຈັດ​ຂຶ້ນ​ຢູ່​ນອກ​ອາ​ເມ​ລິ​ກາ.

ບໍ​ລິ​ສັດNBCກ່າວ​ວ່າ, ອັດຕາ​ຜູ້​ຮັບ​ເບິ່ງ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ບັນລຸ​ເຖິງ 21,5%, ພຽງ​ຕ່ຳ​ກວ່າ​ອັດຕາ​ຮັບ​ເບິ່ງ​​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ອັດ​ລັງ​ຕາ​ທີ່​ຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​​ໃນ​ປີ 1996.

ຕົວ​ເລກ​ທີ່​NBCສະ​ເໜີ​​ໃຫ້​ຮູ້ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ກົດ​ເບິ່ງ​ພິທີ​ໄຂ​ງານ​ໂອ​ລິມປິກປັກ​ກິ່ງ​ຈາກ​ແວັບ​ໄຊ​ຂອງNBCມີ​ເຖິງ 70 ລ້ານ​ເທື່ອ​.

ຍ້ອນ​ສາ​ເຫດ​ການ​ຜິດ​ດ່ຽງ​ກັນ​ດ້ານເວລາ, NBCບໍ່​ໄດ້​ຖ່າຍ​ທອດ​ສົດ​ພິທີ​ໄຂ​ງານ​ໂອ​ລິມປິກ​ປັກ​ກິ່ງ, ​ເຮັດ​ໃຫ້​ຜູ້​ຊົມ​ອາ​ເມ​ລິ​ກາ​ບໍ່ພໍ​ໃຈ, ຮຽກຮ້ອງ​ໃຫ້NBCຖ່າຍ​ທອດ​ສົດ​ພິທີ​ໄຂ​ງານ​ໂອ​ລິ​ມປິກ​ໃນ​ຕໍ່ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>