ທ່ານ​ຫູ​ຈິນ​ທາວ​ພົບ​ປະ​ທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ

(GMT+08:00) 2008-08-10 16:56:56 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:  ວັນ​ທີ 10 ສິງຫາ​ນີ້, ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້ພົບ​ປະ​ທ່ານ​ຈອດ ບຸ​ສ ປະ​ທາ​ນາ​ທິບໍດີ​ອາ​ເມ​ລິ​ກາ.

  ກ່ອນ​ອື່ນ ທ່ານ​ຫູ​ຈີນ​ທາວ​ໄດ້​ຊົມ​ເຊີຍ​ທ່ານ​ບຸ​ສ​ແລະ​ຄອບຄົວ​ຂອງ​ທ່ານ​ມາ​ເຂົ້າ​ຮ່​ວມພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,​ແລະ​ຊົມ​ການ​ແຂ່ງຂັນ.  ທ່ານ​ກ່າວ​ວ່າ,  ການ​ຢ້ຽມຢາມ​ຂອງທ່ານ​ປະທານາທິບໍດີ​ບຸ​ສ໌​ເທື່ອ​ນີ້​ແມ່ນ​ເທື່ອ​ທີ 4, ​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ມາ​ຢ້ຽມຢາມ​ຈີນ​ຫຼາຍ​ກວ່າ​ຫມູ່​ພາຍ​ໃນ​ອາຍຸ​ຕຳ​ແຫນ່​ງ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າທ່ານ​ປະທານາທິບໍດີ​ບຸສ໌​​ເອົາ​ໃຈ​ໃສ່​​ໃນ​ລະດັຍສູງ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.

 ທ່ານບຸ​ສ​ໄດ້​ຂອບ​ອົກ​ຂອບ​ໃຈ​ນຳ​ການ​ຕ້ອນຮັບ​ດ້ວຍ​ຄວາມ​ກະຕືລື​ລົ້ນ​ຂອງ​ທ່ານ​ປະທານ​ຫູ​ຈິນທາວ,ອວຍພອນ​ໃຫ້​ພິທີ​ໄຂງານ​ໂອ​ລິ​ມປິກ​ປັກ​ກິ່ງທີ່​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​.  ທ່ານ​ກ່າວ​ວ່າ, ພິທີ​ໄຂ​ງານ​ທີ່​ໄດ້​ເຫັນ​ຢູ່​ສະຫນາມກິລາ​ແຫ່ງ​ຊາດ​ເປັນ​ຫນ້າ​ຊົມ​ຫຼາຍ, ປະຈຸ​ບັນ, ທ່ານ​ພວມ​ຄອງ​ຄອຍ​ການ​ແຂ່ງຂັນ​ບານບ້ວງ​ຈີນ​ອາ​ເມ​ລິ​ກາ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 10 ​ສິງຫາ​ນີ້, ​ໃນການ​ພົບ​ປະ,ທ່ານ​ບຸ​ສ໌ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>