ເຄື່ອງ​ທີ່​ລະ​ລຶກ​ຂອງ​ງານ​ໂອ​ລິມ​ປິກ

(GMT+08:00) 2008-08-10 17:53:36 cri
-----------------------------------------------------------------------------------------------------------------
ມື້ນີ້​​​ແມ່ນ​ວັນ​ທີ 10 ສິງຫາ 2008, ຕອນ​ເຊົ້າ, ​ແສງ​ທອງ​ກໍ່​ຢູ່​ໃນບ້ານ​ໂອ​ລິ​ມປິກ​ແລ້ວ.

"ອ້າຍ​ໄດ້​ຊື້​ຫຍັງ​​​ແດ່?"

​ແສງ​ທອງ​ຫາ​ກໍ່ຍ່າງ​ອອກປະຕູ​ຮ້ານ​ຂາຍ​ເຄື່ອງ​ທີ່ລະ​​ລຶກ​ໂອ​ລິ​ມປິກ​ທີ່​ຕັ້ງຢູ່​ໃນ​ບ້ານ​ໂອ​ລິ​ມ​ປິກ, ກໍ່​ໄດ້​ພົບ​ນາງ​ພິ​ໄລ​ລັກ, ລາວ​ເຫັນ​ມື​​ແສງ​ທອງ​ມີສັດນຳ​ໂຊກ​ອັນ​ໜຶ່ງ, ​ເລີຍ​ຖາມ​ວ່າ​ແສງ​ທອງ​​ຊອກ​ຊື້​ໄດ້​ເຄື່ອງ​​ຫຍັງ. ​ແສງ​ທອງ​ຊີ້​ໃສ່​ສັດ​ນຳ​ໂຊກ​​ໃນ​ມືຖາມ​ພິ​ໄລ​ລັກ​ວ່າ, ນ້ອງ​ວ່າ​ນີ້​ແມ່ນ​ຫຍັງ? ລາວຕອບ​ໂດຍ​ບໍ່​ໄດ້ຄຶດ​ຫຍັງ​ວ່າ: ຮ່ວນ​ຮ່ວນ.

ມື້​ນີ້, ຍ້ອນ​ວ່າ​ຈະ​ຕ້ອງ​​ສຳພາດ​ນັກ​ກິລາ​ລາວ​ຢູ່​ບ້ານ​ໂອ​ລິ​ມປິກ, ​ແສງ​ທອງ​​ເຂົ້າ​​ໄປ​ໃນ​ບ້ານ​ແລ້ວ, ກໍ່​ຍາດ​ເວລາ​ໄປ​ເລາະ​ຮ້ານ​ຂາຍ​ເຄື່ອງ​ທີ່ລະ​ລຶກ​ໂອ​ລິ​ມປິກ​ທີ່​ຢູ່​ມໍ່​ສູນຮັບ​ແຂກ, ຢາກ​ເບິ່ງ​ວ່າ, ​ສິນຄ້າໃນ​ບ້ານ​ມີ​ຫຍັງ​ຕ່າງ​ກັບສິນຄ້ານອກ​ບ້ານ​ບໍ່? ​ຄຽງ​ຄູ່​ກັບ​ງານ​ໂອ​ລິ​ມປິກ​ໄຂ​ຂຶ້ນ, ນັກ​ກິລາ​ນັບ​ມື້​ນັບຫຼາຍ​ໄດ້​ເຂົ້າພັກ​ໃນ​ບ້ານ​ໂອ​ລິມປິກ, ຮ້ານ​ຂາຍ​ເຄື່ອງ​ໃນ​ບ້ານ​ກໍ່​ມີ​ລູກ​ຄ້າເຕັມສູ່​ມື້, ​ເຄື່ອງທີ່​ລະ​ລຶກຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງຫຼາຍພັນ​ຊະນິດ​ວາງ​ຂາຍ​ຢູ່​ໃນ​ຮ້ານ, ​ແຕ່​ຄົນ​ທັງຫຼາຍຄື​ວ່າ​ຮູ້ສຶກຍັງ​ບໍ່ພໍ​ເທື່ອ.

ແສງ​ທອງ​ຖາມ​ຜູ້​ຂາຍ​ເຄື່ອງ​ໃນ​ຮ້ານ​ວ່າ, ອີ່​ຫຍັງ​ຂາຍ​ໄດ້​ດີ​ກວ່າ​ໝູ່, ລາວ​ໄດ້ນັບ​ລຳດັບ​ການຈຳໜ່າຍ​​ເຄື່ອງ​ທີ່ລະ​ລຶກ​ໂອ​ລິ​ມປິກ​ແຕ່ 1 ຫາ 3 ​​​ໃຫ້​ແສງ​ທອງ​ຟັງ​ວ່າ:

ໜຶ່ງ: ​ແມ່ນ​ຈອກ​​ເຫຼົ້ານ້ອຍ​ທີ່​ລະ​ລຶກລາຍການ​ແຂ່ງຂັນ

ຈອກ​ເຫຼົ້ານ້ອຍ​ທີ່ພິມ​ຮູບ​​ລາຍການ​​ແຂ່ງຂັນທັງໝົດ​ຂອງ​ໂອ​ລິ​ມປິກ​ປັກ​ກິ່ງອັນ​ໜຶ່ງ​ປະມານ 10 ກວ່າ​ຢວນ, ​ແມ່ນສິນຄ້າ​ທີ່​ຂາຍ​ດິບ​ຂາຍ​ດີ​ກວ່າ​ໝູ່​ໃນ​ຮ້ານຂາຍ​ເຄື່ອງ​ທີ່​ລະ​ລຶກ​ໂອ​ລິ​ມປິກ. ຜູ້​ຂາຍ​ເຄື່ອງ​ບອກ​ວ່າ, ​ແຕ່​ລະ​ມື້, ຕູ້​ວາງ​ຂາຍ​ຈອກ​​ເຫຼົ້າ​ຕ້ອງ​​ເພີ່ມ​ຈອກ​ໃໝ່​ຫຼາຍ​ເທື່ອ, ຂໍ​ແຕ່​ວ່າ​ມີ​ຄະນະ​ລາຍການ​​ແຂ່ງຂັນໃດ​ເຂົ້າຮ້ານ, ຈອກ​ທີ່​ພິມ​ຮູບ​ລາຍການ​ນີ້​ກໍ່ຂາຍ​ໝົດ​ໃນ​ທັນທີ. ຜູ້​ໃດ​ກໍ່​​ຊື້ 4-5 ຈອກ​ໄປ, ປັດຈຸບັນ, ຈອກ​ນ້ອຍ​ທີ່​ພິມ​ຮູບ​ແຂ່ງ​ເຮືອ​ໃບ, ບານ​ມື​ແລະ​​ເຕັນ​ນິສຂາຍຂາດ​ແລ້ວ, ​ເຂົາ​ເຈົ້າພວມ​ຟ້າວ​​ເພີ່ມ​ສິນຄ້າ​ຢູ່.

ສອງ, ​ແມ່ນ​ກາລະ​ລຶກ​ໂອ​ລິ​ມປິກ.

ການ​ແລກປ່ຽນ​ກາລະ​ລຶກ, ​ແມ່ນ​ທິວ​ທັດ​ພິ​ເສດ​ຂອງ​ງານ​ໂອລິ​ມປິກ​ທຸກ​ຄັ້ງ, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ເທື່ອ​ນີ້​ກໍ່​ຄື​ກັນ. ​ໃນ​ຮ້ານ​ຂາຍ​ເຄື່ອງທີ່​ລະ​ລຶກ, ກາລະ​ລຶກ​ແມ່ນ 22 ຢວນຫາ 35 ຢວນ, ຄົນ​ສ່ວນຫຼາຍ​ໄປ​ຮອດ​ຮ້ານ​ແລ້ວ​ກໍ່​ໄດ້​ຊື້ຫຼາຍອັນ​ໄປ.

ສາມ, ຈານ​ລະ​ລຶກທີ່​ເປັນ​ໂລຫະ​ພິ​ເສດ

ຖ້າ​ເວົ້າວ່າ, ຈອກ​ນ້ອຍ​ແລະ​ກາລະ​ລຶກຂາຍ​ດິບ​ຂາຍ​ດີ​ແມ່ນຍ້ອນ​ລາຄາ​ຖືກ, ​ຈານ​ລະ​ລຶກທີ່​ລາຄາພັນ​ກວ່າ​ຢວນກໍ່​ຂາຍ​ດິບ​ຂາຍ​ດີກໍ່​ເຮັດ​ໃຫ້​ຂ້ອຍ​ບໍ່​ໄດ້​ຄາດ​ຄຶດ​ໄວ້​ກ່ອນ. ​ແຕ່​ຜູ້​ຂາຍ​ເຄື່ອງ​ບອກ​ແສງ​ທອງ​ວ່າ, ຈານ​​ສັດ​ນຳໂຊກ​ສີ​ແດງ​ທີ່​ຂາຍ 1800 ຢວນ​ທັງ​ໝົດ 2008 ຊຸດ​ລ້ວນ​ແຕ່​ຂາຍ​ໝົດ​​ແລ້ວ. ​ເວົ້າ​ໄດ້​ວ່າ, ບໍ່​ວ່າຄົນ​ຈາກແຫ່ງ​​ໃດ​ໂລກ​ກໍ່ມັກ​ເກັບ​ມ້ຽນ​ເຄື່ອງທີ່​ລະ​ລຶກ​.

ແນ່ນອນ​ແລ້ວວ່າ, ສັດ​ນຳ​ໂຊກ 5 ​ໂຕ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ພະ​ເອກ​ຂອງ​ຮ້ານຂາຍ​ເຄື່ອງ​ທີ່​ລະ​ລຶກ​. ພວກ​ມັນ​ໜ້າ​ຮັກ, ມີ​ໄມຕີ​ຈິດ, ​ແລະມີໜ້າ​ຕາ​ຍິ້ມ​ແຍ້ມ​ແຈ່ມ​ໃສ​ໄດ້​ເຮັດ​ໃຫ້​ຄົນ​ມັກ​ທີ່​ສຸດ. ສີ​ແລະ​​ແຮງ​ບັນ​ດານ​ໃຈຂອງ​ມັນມາ​ຈາກ​ 5 ບ້ວງໂອ​ລິ​ມປິກ, ທັງໄດ້​ຕາງໜ້າ​ທັດສະນະ​ຄະຕິ​ທາດ​ທັງ 5 ຄືຄຳ​ໄມ້​ນ້ຳ​ໄຟ​ດິນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຈີນ. ສັດ​ນຳ​ໂຊກ​​ເຫຼົ່ານີ້​ລ້ວນ​ແຕ່​ມີ​ຊື່ຈີນ​ທີ່​ຈື່​ງ່າຍ, ນີ້​ກໍ່​​ແມ່ນ​ວິທີຂອງ​ຈີນ​ທີ່​ສະ​ແດງ​ຄວາມ​ມັກ​ຕໍ່​ເດັກນ້ອຍ​.

ຮ່ວນ​ຮ່ວນ​ທີ່​ເປັນ​ສີ​ແດງ​​ແມ່ນ​ຮູບ​ທວນ​ໄຟ, ມັນ​ເປັນ​ສັນຍະລັກ​​ໃຫ້​ແກ່​​ໄຟ​ສັກສິດ​ໂອ​ລິ​ມປິກ​ແລະ​ຄວາມ​ກະຕືລື​ລົ້ນຂອງ​ກິລາ, ສ່ວນ​ຈິ່ງຈິ່ງທີ່​ເປັນ​ສີດຳ​ແມ່ນ​​ຮູບ​ຂອງ​ໝີ​ແພນດ້າຂອງຈີນ, ຮູບ​ຂອງ​​ເປີ້ຍເປີ້ຍ​ທີ່​ເປັນ​ສີຟ້າ​ແມ່ນ​ປາ, ອີງ​ອີງ​ສີ​ເຫຼືອງ​ແມ່ນ​​ເຍືອງ​ຕິ​ເບ​ດ, ນີນີສີ​ຂຽວ​​ແມ່ນ​ນົກນາງ​ແອ່ນທີ່​ໜ້າ​ຮັກ. ພວກ​ມັນ​ມີ​ຢູ່​​ເຕັມ​ຮ້ານ​ຂາຍ​ເຄື່ອງ​ທີ່ລະ​ລຶກ, ຈາກ​​ເຂັມ​ໝຸດ​ຮອດ​ເສື້ອ​ເຊິ​ດ​ແລະ​ກາ​ລະ​ລຶກ​ໂອ​ລິມປິກ, ​ຮອດ​ເຄື່ອງຫຼີ້ນໜ້າ​ທີ່​ທີ່​ນ້ອຍ​ໃຫຍ່​ຕ່າງ​ກັນ, ​ແລ້ວ​ແຕ່​ເຫັນ​ຮູບ​ຂອງ​ສັດ​ນຳ​ໂຊກ​ເຫຼົ່ານີ້, ​ເວົ້າ​ໄດ້​ວ່າ, ຂາຍ​ດິບ​ຂາຍ​ດີທີ່​ສຸດ.

ແຕ່​ວ່າ, ​ແສ​ງທອງ​ໄດ້​ສັງ​ເກດ​​ເຫັນ​ວ່າ, ສິ່ງ​ທີ່ຫຼາຍໆ​ຄົນ​​ເດ່​ມື​​ໄປ​ຈັບ​ກ່ອນ​ໝູ່​ແມ່ນ​ຕຸກ​ກະຕາ​ທວນ​ໄຟ​ແລະ​ຕຸກກະຕາ​ໝີ​ແພນ​ດ້າ. ຄົນ​ຕ່າງປະ​ເທດ​​ທີ່​ເລາະ​ໃນ​ຮ້ານ​​ໄດ້ລົມ​ກັນ​ວ່າ, ຂ້ອຍ​ມັກ​ທວນ​ໄຟ​ສີ​ແດງ​ນີ້, ​ໝີ​​ແພນ​ດ້າ​ແມ່ນ​ສັດ​​ລ້ຳ​ຄ່າ​ຂອງ​ຈີນ, ຂ້ອຍ​ຈະ​ຊື້​ໂຕ​ໜຶ່ງ.
ອອກ​ຈາກ​ຮ້ານ​ຂາຍ​ເຄື່ອງ​ທີ່ລະ​ລຶກ​ໂອ​ລິ​ມປິກ​ບໍ່​ດົນ, ​ແສງ​ທອງ​ໄດ້​ພົບ​ນາງ​ພິ​ໄລ​ລັກ​ອີກຢູ່​ບ່ອນ​ພັກຂອງ​ນັກ​ກິລາ, ​ແສງ​ທອງ​ໄດ້​ເຫັນ​ມື​ຂອງ​ນາງ​ກໍ່​ໄດ້​ຖື​ສັດນຳ​ໂຊກ​ອັນ​ໜຶ່ງ, ​ເບິ່ງ​ຄັກໆ​ແລ້ວ​ກໍ່​​ເຫັນ​ວ່າແມ່ນ"ຮ່ວນ​ຮ່ວນ​"ຄື​ກັນ, ​ແສງ​ທອງ​ດີ​ໃຈ​​ຫຼາຍ​ເວົ້ານຳ​ນາງ​ວ່າ, ອ້າວ! ​ພວກເຮົາ​ທັງ​ສອງ​​ມັກ​ສັດ​ນຳ​ໂຊກ​​ໂຕ​ດຽວ​ກັນເນາະ!
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>