ທ່ານ​ພູ​ທອງ ​ແສງ​ອາ​ຄົມ​ຍ້ອງ​ຍໍ​ພິ​ທີ​ໄຂ​ງານ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-10 17:59:25 cri
-----------------------------------------------------------------------------------------------------------------


ຕອນ​ຄ່ຳ​ 8 ​ໂມງ​ຂອງ​ວັນ​ທີ 8 ສິງຫາ​ນີ້, ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນຄັ້ງທີ 29 ​ໄດ້​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ, ພິທີ​ເປີດ​ສາກ​ອັນ​ຍິ່ງ​ໃຫຍ່​ໄດ້​ເຮັດ​ໃຫ້​ຜູ້​ຊົມ​ໃນ​ແຫ່ງ​ຕ່າງໆ​ຂອງ​ໂລກ​ອີ່ມ​ຫູ​ອີ່ມ​ຕາ. ​ຫຼາຍມື້​ມາ​ນີ້, ຜູ້ນຳ​ສຳຄັນ​ແລະສື່​ມວນ​ຊົນ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມ​ເຫັນ​ຂອງ​ຕົນ​ຕໍ່​ພິທີ​ໄຂ​ດັ່ງກ່າວ.

ວັນ​ທີ 9 ສິງຫານີ້, ທ່ານ​ພູ​ທອງ ​ແສງ​ອາຄົມ ລັດຖະມົນຕີ​ປະຈຳສຳນັກ​ງານນາຍົກ ປະທານ​ຄະນະ​ກຳມະການ​ກິລາ​ແຫ່ງ​ຊາດ​ ​ທັງ​ເປັນ​ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​​ແຫ່ງ​ຊາດລາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ທ່ານ​ກ່າວ​ວ່າ,ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ຍິ່ງ​ໃຫຍ່​ທີ່​ສຸດ, ອາ​ດ​ເວົ້າ​ໄດ້​ວ່າ​ແມ່ນການສະ​ແດງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​​ໃນ​ປະຫວັດສາດ​ໂອ​ລິ​ມປິກ, ແລະ​​ໄດ້ສ້າງພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງທີ່​ສຸດໃຫ້​ແກ່​ຄົນ​ທັງຫຼາຍ. ​ໃນ​ລາຍການ"ລາຍການ​ສຳພາດ​ບຸກຄົນ​ສຳຄັນ". ຕໍ່​​​ໄປ​ເຊີນ​ຟັງ​ ​ອັດ​ສຽງ​ການ​ສຳພາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>