ສື່ມວນຊົນປະເທດຕ່າງໆຍ້ອງຍໍພິທີໄຂງານກິລາໂອລິມປິກປັກກິ່ງ
(GMT+08:00) 2008-08-10 19:26:01 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI:ຫຼາຍມື້ມານີ້,ສື່ມວນຊົນປະເທດຕ່າງໆໄດ້ແຈ້ງຂ່າວຢ່າງຫຼວງຫຼາຍແລະຕີລາຄາສູງຕໍ່ພິທີໄຂງານກິລາໂອລິມປິກປັກກິ່ງ.
ໜັງສືພິມ"ລຽນເຮີຈາວປ້າວ"ສິງກະໂປສະບັບວັນທີ 10 ສິງຫານີ້ພິມບົດວິຈານເຫັນວ່າ,ການສະແດງໃນພິທີໄຂເທື່ອນີ້,ເຮັດໃຫ້ຜູ້ຊົມຝ່າຍຕາເວັນຕົກຮູ້ສຶກ"ງຶດງໍ້ອັດສະຈັນ",ເຂົາເຈົ້າໄດ້ຮູ້ສຶກເຖິງການກະທົບຈາກປະຫວັດສາດອັນຍາວນານຂອງວັດທະນະທຳບູຮານຂອງຈີນ,ພ້ອມກັນນັ້ນ,ພິທີໄຂງານຍັງໄດ້ຮັບຄວາມນິຍົມແລະຄວາມຍ້ອງຍໍຈາກຜູ້ຊົມພາຍໃນປະເທດຈີນແລະຊາວຈີນຕ່າງດ້າວອັນໄພສານ.
ວັນທີ 9 ສິງຫານີ້,ສື່ມວນຊົນສຳຄັນຕ່າງໆຂອງອາເມລິກາໄດ້ທະຍອຍກັນຍ້ອງຍໍວ່າ,ພິທີໄຂງານມີກິ່ນອາຍວັດທະນະທຳຈີນຢ່າງເຂັ້ມຂຸ້ນ,ງາມຫຼາຍ.ໜັງສືພິມ"ນີວຢອກ ໄທມສ໌"ຂຽນວ່າ,ຈີນທີ່ມ່ວນຊື່ນຟົດຟື້ນໄດ້ຕ້ອນຮັບງານກິລາໂອລິມປິກໃນທີ່ສຸດ.ວັນທີ 9 ສິງຫານີ້,ບໍລິສັດ NBC ຂອງອາເມລິກາກ່າວວ່າ,ພິທີໄຂງານໂອລິມປິກປັກກິ່ງທີ່ອອກອາກາດໃນຊ່ອງໂທລະພາບດັ່ງກ່າວໄດ້ຮັບຄວາມນິຍົມຫຼາຍຈາກຜູ້ຊົມອາເມລິກາ,ອັດຕາຮັບເບິ່ງໄດ້ສູງກວ່າພິທີໄຂງານກິລາໂອລິມປິກທຸກຄັ້ງທີ່ຈັດຂຶ້ນຢູ່ນອກດິນແດນອາເມລິກາ.
ໜັງສືພິມສຳຄັນຕ່າງໆຂອງອັງກິດສະບັບວັນທີ 9 ສິງຫານີ້ກໍ່ໄດ້ຕີລາຄາສູງຕໍ່ພິທີໄຂງານໂອລິມປິກປັກກິ່ງ.ໜັງສືພິມ"ເດີ ອິນດີແພນເດິນດ໌"ຂອງອັງກິດແຈ້ງຂ່າວວ່າ,ພິທີໄຂງານໂອລິມປິກປັກກິ່ງເຮັດໃຫ້ທົ່ວໂລກໄດ້ເຫັນການສະແດງທີ່ໃຫຍ່ໂຕມະໂຫລານທີ່ສຸດ,ການອອກແບບດີເລີດ,ການຈັດວາງກໍ່ຮອບຄອບ.ຈີນໄດ້ມອບພິທີໄຂງານທີ່ດີທີ່ສຸດໃນປະຫວັດງານໂອລິມປິກໃຫ້ທົ່ວໂລກຢ່າງບໍ່ຕ້ອງສົງໄສ.ໜັງສືພິມ"ຟີນານໂຊ ໄທມສ໌"ເຫັນວ່າ,ພິທີໄຂງານໄດ້ເຮັດໃຫ້ຈີນຊິງໄດ້ຫຼຽນຄຳຫຼຽນໜຶ່ງໃນການແຂ່ງຂັນດ້ານພິທີໄຂງານໂອລິມປິກ.
ໜັງສືພິມ"ລີ ຟີກາໂຣ"ຂອງຝະຣັ່ງຕີລາຄາຕໍ່ພິທີໄຂງານໂອລິມປິກປັກກິ່ງວ່າ,ນີ້ແມ່ນຄືນໜຶ່ງທີ່ເປັນຂອງຈີນໝົດ.
ໜັງສືພິມ"ມາອີນີຊີ ຊິມບູນ"ຂອງຍີ່ປຸ່ນຂຽນວ່າ,ພິທີໄຕ້ທວນໄຟໃນພິທີໄຂງານແມ່ນຈົບງາມ.
ສື່ມວນຊົນສຳຄັນຂອງກູບາ ເມັກຊິກ ຣັດເຊຍ ກາຊັກສະຖານ ເຢຍລະມັນ ເຊັກ ເອຢິບ ມາລົກ ນີເຊລີ ອີຕາລີ ຮົງກາລີ ແຊກບີ ໂປໂລຍ ປາກິສະຖານ ອັຟການິສະຖານ ອິນໂດເນເຊຍ ຫວຽດນາມ ຟີລິບປິນ ສີລັງກາແລະອັກຊັງຕີນເປັນຕົ້ນກໍ່ໄດ້ແຈ້ງຂ່າວກ່ຽວກັບສະພາບອັນໃຫຍ່ໂຕມະໂຫລານຂອງພິທີໄຂງານໂອລິມປິກປັກກິ່ງຢ່າງທັນການ,ແລະຕີລາຄາໃນລະດັບສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ