ຈີນຍິນດີເພີ່ມທະວີການສົນທະນາແລະການແລກປ່ຽນກັບອາເມລິກາເພື່ອຮັບປະກັນໃຫ້ການພົວພັນລະຫວ່າງປະເທດທັງສອງສືບຕໍ່ຂະຫຍາຍໄປໜ້າຢ່າງປອດໄສແລະໝັ້ນທ່ຽງ
(GMT+08:00) 2008-08-10 20:34:27 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI:ວັນທີ 10 ສິງຫານີ້, ຢູ່ທີ່ປັກກິ່ງ, ທ່ານຫູຈີນທ່າວ ປະທານປະເທດຈີນໄດ້ພົບປະທ່ານຈອດ ບຸສ ປະທານາທິບໍດີອາເມລິກາ, ທ່ານກ່າວວ່າ, ຝ່າຍຈີນຍິນດີຮ່ວມກັບອາເມລິກາ, ເພີ່ມທະວີການສົນທະນາແລະການແລກປ່ຽນກັນ, ແກ້ໄຂບັນຫາທີ່ອ່ອນໄຫວຢ່າງເໝາະສົມ, ຮັບປະກັນໃຫ້ການພົວພັນຮ່ວມມືທີ່ມີລັກສະນະສ້າງສາລະຫວ່າງຈີນອາເມລິກາໃຫ້ຂະຫຍາຍໄປຕາມເສັ້ນທາງທີ່ຖືກຕ້ອງຢ່າງປອດໄສແລະໝັ້ນທ່ຽງ.
ທ່ານບຸສແມ່ນມາເຂົ້າຮ່ວມກິດຈະກຳກ່ຽວຂ້ອງຂອງງານໂອລິມປິກປັກກິ່ງ.
ເມື່ອເວົ້າເຖິງການພົວພັນລະຫວ່າງປະເທດທັງສອງ, ທ່ານບຸສກ່າວວ່າ, ການພົວພັນອາເມລິກາຈີນແມ່ນການພົວພັນທີ່ສຳຄັນທີ່ສຸດ, ມີລັກສະນະສ້າງສັນແລະກົງໄປກົງມາ. ອາເມລິກາຈະສືບຕໍ່ທຳຄວາມພະຍາຍາມຮ່ວມກັນກັບຈີນ, ສ້າງການພົວພັນລະຫວ່າງອາເມລິກາກັບຈີນບົນພື້ນຖານທີ່ໜັກແໜ້ນກວ່າເກົ່າ, ເຊື່ອວ່າ, ການພົວພັນລະຫວ່າງປະເທດທັງສອງຈະສືບຕໍ່ພັດທະນາກ້າວໄປໜ້າ.
ເມື່ອເວົ້າເຖິງບັນຫາໄຕ້ຫວັນ, ທ່ານຫູຈີນທາວກ່າວເນັ້ນວ່າ, ຫວັງໃຫ້ອາເມລິກາຊຳລະບັນຫາໄຕ້ຫວັນໃຫ້ເໝາະສົມ, ສະໜັບສະໜູນການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນພັດທະນາຢ່າງສັນຕິ. ທ່ານບຸສກ່າວວ່າ, ອາເມລິກາຮູ້ສຶກດີໃຈຕໍ່ການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນໄດ້ດີຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ