ຜູ້ນຳ​ຕ່າງປະ​ເທດ​ບາງ​ທ່ານ​ຍ້ອງ​ຍໍ​ວຽກ​ງານ​ກະ​ກຽມ​ແລະ​ພິທີ​ໄຂ​ງານ​ກິ​ລາ​ໂອ​ແລັມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-11 10:25:55 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI,ວັນ​ທີ 10 ສິງຫາ​ນີ້ ຜູ້ນຳ​ຕ່າງປະ​ເທດ​ຫຼາຍທ່ານທີ່​ໄດ້​​ເຂົ້າຮ່ວມ​ພິທີ​ໄຂງານ​ກິລາ​ໂອ​ແລັມປິກ​ປັກິ່ງ​ ພາກັນ​ກ່າວ​ວ່າ,ຈີນ​ໄດ້​ສຳ​ເລັດ​ວຽກ​ງານ​ກະກຽມ​ທຸກ​ຢ່າງ​ຂອງ​ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ຢ່າງ​ຈົບງາມ,ພິທີ​ໄຂ​ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ໜ້າ​ຊົມ​ທີ່​ສຸດ.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ສີ​ຈິ້ນ​ພິງ ຮອງ​ປະທາ​ນປະ​ເທດ​ຈີນ ທ່ານ​ຈອຈບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ທີ່​ເຂົ້າຮ່ວມ​ກິດຈະກຳ​ຕ່າງ​ໆ​ຂອງ​ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ກ່າວ​ວ່າ,"ພິທີ​ໄຂ​ງານ​ຈັ່ງ​ແມ່ນນອກ​ເໜືອ​ການ​ຄາດ​ຄຶດ​ຂອງ​ຄົນ​ທັງຫຼາຍ,ການສະ​ແດງ​ງາມ​ອີ່ຫຼີ."

​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ນັກ​ຂ່າວ​,ທ່ານ​ຊິ​ມົນ ​ເປ​ເລັສ ປະທານາທິບໍດີ​ອິສລາ​ແອນ​ກ່າວ​ວ່າ,ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່ງ​ມະຫາສານ​ເພື່ອ​ຈັດ​ງານ​ກິລາ​ໂອ​ແລັມປິກ​ໃຫ້​ສຳ​ເລັດ​ຜົນ,ຈີນ​ສາມາດ​ຈັດ​ງານ​​ໂອ​ແລັມປິກ​ໃຫ້​ດີ​ຢ່າງ​ແນ່ນອນ. ທ່ານ​ກ່າວ​ວ່າ,ພິທີ​ໄຂ​ງານ​ສະຫງ່າ​ລາສີ​ໃຫຍ່​ໂຕ​ມະ​ໂຫລານ,ບໍ່​ມີ​ຂໍ້​ບົກພ່ອງ​ຫຍັງ​ເລີຍ. ທ່ານ​ເປ​ເລັສຍັງ​ໄດ້​ຍ້ອງຍໍ​ວ່າ​ບ້ານ​ໂອ​ແລັມປິກ​ທັນ​ສະ​ໄໝ​ທີ່​ສຸດ,ສວຍ​ງາມ​ທີ່​ສຸດ. ທ່ານ​ຍັງ​ໄດ້​ຍ້ອງຍໍ​ການ​ປ່ຽນ​ແປງ​ອັນ​ມະຫາສານ​ຂອງ​ຈີນ​ໃນຫຼາຍປີ​ມາ​ນີ້.

ວັນ​ທີ 10 ສິງຫາ​ນີ້ ພາຍຫຼັງກັບ​ຄືນ​ຮອດຢາງກຸ້ງ​ແລ້ວ ທ່ານ​ເຕັນ​ເຊັນ ນາຍົກລັດຖະມົນຕີມຽນມາ​ກ່າວ​ວ່າ,ພິທີ​ໄຂ​ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ສຳ​ເລັດ​ຜົນ​ທີ່​ສຸດ,ໜ້າ​ຊົມ​ທີ່​ສຸດ,​ແມ່ນ​ງານ​ມະ​ໂຫລານ​ທີ່​ໄດ້ຣັບຜົນສຳ​ເລັດ​ກວ່າ​ໝູ່​ໃນ​ປະຫວັດສາດ​ງານ​ກິລາ​ໂອ​ແລັມປິກ. ທ່ານ​ກ່າວ​ວ່າ,ຈາກພິທີ​ໄຂ​ງານ​ທີ່​ໜ້າ​ຊົມກໍ​ສາມາດ​ເຫັນ​ໄດ້​ວ່າ,ງານ​ກິລາ​ໂອ​ແລັມປິກ​ປັກ​ກິ່ງ​ຍ່ອມ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​​ເຕັມ​ເມັດ​ເຕັມ​ໜ່ວຍ.

ວັນ​ທີ 10 ສິງຫາ​ນີ້ ພາຍຫຼັງກັບ​ຄືນ​ສູ່​ກາ​ບູນ​ແລ້​ວ ທ່ານ​ຮາ​ມິດ ຄາ​ຈາ​ອີ ປະທານາທິບໍດີ​ອັຟກາ​ນີສະຖານ​ກ່າວ​ວ່າ,ພິທີ​ໄຂ​ງານ​ກິລາ​ໂອ​ແລັມປິກ​ສະຫງ່າ​ງາມຫຼາຍ,ການ​ນຳ​​ໃຊ້​ເຕັກນິກ​ສູງ​ກໍ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ງຶດ​ງໍ້,ຄວາມມັກ​ແຂກ​ມັກ​ຄົນ​ຂອງ​ປະຊາຊົນ​ຈີນ​ກໍ​ເຮັດ​ໃຫ້​ຄົນ​ມີ​ພາບ​ປະ​ທັບ​ໃຈ​ເລິກ​ເຊິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>