ເຈົ້າ​ຫນ້າ​ທີ່​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຫວຽດ​ນາມ​ທີ່​ຊົມ​ໃຊ້​ຊີ​ວິດ​ຢູ່​ປັກ​ກິ່ງ​ຢ່າງ​ສົມ​ອົກ​ສົມ​ໃຈ

(GMT+08:00) 2008-08-11 10:37:51 cri
-----------------------------------------------------------------------------------------------------------------
ທີ່​ນີ້ ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ ສະບາຍດີ ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ງານ​​ໂອ​ລິ​ມປິກ​ປັກ​ກິ່ງ​ຄັ້ງ​ທີ 29 ພວມ​ດຳ​ເນີນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ຕາມ​ຕົວ​ເລກ​ທີ່​ຝ່າຍ​ທາງ​ການ​ປະກາດ, ຈຳນວນ​ນັກ​ກິລາ​ທີ່​​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມ ປິກຄັ້ງນີ້​ແລະ​ນັກ​ຂ່າວ​ທີ່​ມາ​ເອົາ​ຂ່າວ​ງານ​ໂອ​ລິ​ມປິກ​​​ຕ່າງ​ໄດ້​ມີ​ເຖິງ 1 ຫມື່ນ 1 ພັນ​ກວ່າ​ຄົນ​ແລະ 3 ຫມື່ນ​ກວ່າ​ຄົນ, ຄະນະ​ນັກ​ກິລາ​ຂອງ 204 ປະ​ເທດ​​ໃນມະຫາ​ຄອບຄົວ​ໂອ​ລິ​ມປິກ​ຈະ​ແຂ່ງຂັນ​ໃນ​302 ລາຍການ .  ​ໃນ​ລາຍການ​ຄະນະ​ນັກ​ກິລາອາຊີ​ອາຄະ​ເນ, ພວກ​ເຮົາ​ກໍ​​ເລັງ​ສາຍຕາ​ໃສ່​ເຈົ້າ​ຫນ້າ​ທີ່​ຄະນະ​ກຳມະການ​ໂອ​ລິ​ມປິກ​ຫວຽດນາມ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ໂອ​ລິ​ມປິກ​ຄັ້ງ​ນີ້, ພວກ​ເຮົາ​ມາ​ເບິ່ງ​ຊີວິດ​ຂອງ​ເຂົາ​ເຈົ້າ​ຢູ່​ປັກ​ກິ່ງ.

ນອກ​ບາ​​ເຫຼົ້າຢູ່​ໃນ​ຕະຫຼາດ​ດອກ​ບົວ​ຊີ​ຊ້າ​ໄຮ​ໃນ​ລະດູຮ້ອນ​ປັກ​ກິ່ງ,  ນັ່ງຢູ່​ຂ້າງ​ໂຕະຕາມ​ແຄມ​​ຝັ່ງ ດື່ມ​ນ້ຳຫມາກ​ກ້ຽງ​ແກ້ວ​ຫນຶ່ງ, ຊົມ​ດວກ​ບົວ​ຢູ່​ໃນ​ນ້ຳ​ແລະ​ແສງ​ໄຟ​ທີ່ພິມ​ເງົາ​ລົງ​ໃນ​ຕອນ​ຄ່ຳ​ເປັນ​ຕົ້ນ,  ທ່ານ​ເຈິ​ນວັນ​ແຫມ້ງ ຫົວຫນ້າ​ຫ້ອງການ​ຄະນະ​ກຳມະການ​ໂອ​ລິ​ມປິກ​ແຫ່ງ​ຊາດ​ຫວຽດນາມ​ທີ່​ມາ​ເຂົ້າ​ຮ່ວມ​ກິດຈະກຳ​ທີ່​ກ່ຽວ​ຂ້ອງ​ຂອງໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງສຳຜັດ​ກັບຊີວິດ​ລາຕີ​ຂອງ​ປັກ​ກິ່ງ.

 ມື້​ນີ້, ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ສຸດທີ່​ໄດ້​ມາ​ທ່ຽວ​ຖະຫນົນ​ບູຮານ​ຢູ່​ປັກ​ກິ່ງ, ນັ່ງ​ຢູ່​ບ່ອນ​ນີ້​ຟັງ​ຕົນ​ດີ, ຂ້າພະ​ເຈົ້າ​ຮູ້ສຶກວ່າ​ຊີວິດ​ຂອງ​ຄົນ​ປັກ​ກິ່ງ​ອຸດົມສົມບູນ​ຫຼາຍ.

  ນີ້​ບໍ່​ແມ່ນ​ທ່ານ​ເຈິ​ນວັນ​​ແຫມ້ງມາ​ທ່ຽວ​ປັກ​ກິ່ງ​ເທື່ອ​ທຳ​ອິດ.  ທ່ານ​ກ່າວ​ວ່າ,​ເມື່ອ​ທຽບ​ກັບ​ປັກ​ກິ່ງ​ທີ່​ເພິ່ນ​ເຄີ​ຍ​ເຫັນ​ໃນ​ເມື່ອ​ກ່ອນ, ປະຈຸ​ບັນ ປັກ​ກິ່ງ​ໄດ້​ປ່ຽນ​ລົ້ນ​ໄປ​ດ້ວຍ​ບັນຍາກາດ​ໂອ​ລິ​ມປິກ​ຢູ່​ແຫ່ງ​ຕ່າງໆ​ຂອງ​ປັກ​ກິ່ງ.

 ການ​ປະ​ທັບ​ໃຈ​ຂອງຂ້າພະ​ເຈົ້າທີ່​ມີ​ຕໍ່​ງານ​​ໂອ​ລິມປິກ​ປັກ​ກິ່ງ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ. ປະຈຸ​ບັນ  ການຄົມມະນາຄົມ​ແລະ​ສິ່ງ​ແວດ​ລ້ອມ​ຂອງ​ປັກ​ກິ່ງ​ໄດ້ດີ​ຂຶ້ນຢ່າງ​ຫຼວງ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ, ຕົວ​ເມືອງ​ແລະ​ງາມ​ຫຼາຍ,  ມາດ​ຕະການ​ຄົມມະນາຄົມກໍ​​ມີ​ຜົນ​ດີທີ່​ສຸດ, ຮັບປະກັນ​ໃຫ້​ງານ​ໂອ​ລິ​ມປິກ​ດຳ​ເນີນ​ໄດ້​ຢ່າງ​ສະດວກ.

ຍ້ອນ​ສາ​ເຫດ​ດ້ານ​ວຽກ​ງານ, ທ່ານ​ເຈິ​ນວັນ​ແຫມ້ງ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ​ເລື້ອຍໆ.  ທ່ານ​ເວົ້າ​ວ່າ,  ​ໃນ​ຕົວ​ເມືອງ​ໃຫຍ່​ຈຳນວນ​ຫຼວງ​ຫຼາຍ​ຂອງ​ໂລກ, ປັກ​ກິ່ງ​ເປັນ​ຕົວ​ເມືອງ​ຫນຶ່ງ​ທີ່​ເພິ່ນ​ມັກ​ຫຼາຍ​ກວ່າ​ຫມູ່. ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ສັງຄົມ, ​ສິ່ງ​ກໍ່ສ້າງ​ຂອງ​ຫຼາຍໆຕົວ​ເມືອງມັກ​ຄ້າຍຄື​ກັນ, ສ່ວນ​ຫຼາຍ​ເປັນ​ສິ່ງ​ກໍ່ສ້າງຊີມັງ, ພາບ​ທີ່​ມີ​ຕົ້ນ​ໄມ້​ເປັນ​ຮົ່ມ​ແມ່ນ​ເຫັນ​ຫນ້ອຍ​ທີ່​ສຸດ.  ​ແຕ່​ວ່າ ປັກ​ກິ່ງ​ກໍ​ເປັນ​ຕົວ​ເມືອງ​​ແບບ​ນີ້. ທ່ານເຈິ​ນວັນ​​ແຫມ້ງ​​ເວົ້າ​ວ່າ, ນອກຈາກ​ສີຂຽ​ແລ້ວ, ປັກ​ກິ່ງ​ຍັງ​ມີ​ສີສັນ​ອື່ນ​ຕົວຢ່າງ​ຄືອາສາ​ສະຫມັກ​ໂອ​ລິ​ມປິກ​ໃສ່​ຊຸດ​ສີ​ຄາມ, ທຸງຊາດ​ສີ​​ແດງແລະ​ທຸງ​ໂອ​ລິ​ມປິກທີ່​ປິ່ວ​ສະ​ບັດຕາມ​ສາຍ​ລົມ,ສະຫນາມ​ກິລາ​ແຫ່ງ​ຊາດ​ປັກ​ກິ່ງ​ຫຼື​ຮັງ​ນົກ​ແລະ ສູນ​ລອຍ​ນ້ຳ​ແຫ່ງ​ຊາດຫຼືກ້ອນ​ນ້ຳ​ສີ່​ຫຼ່ຽມ​​ໄດ້​​​ເປັ່ງ​ສີ​ແດງ​ແລະ​ສີ​ຄາມ​ໃນ​ຍາມລາຕີ, ລ້ວນ​ແຕ່​ຈັບ​ໃຈ​ຄົນ​ຫຼາຍ.

  ທ່ານເຈິ​ນວັນ​​ແຫມ້ງເວົ້າ​ວ່າ, ​ ຢູ່​ປັກ​ກິ່ງ,ເພິ່ນ​ຍັງ​​ໄດ້ສຳຜັດ​ວັດທະນະທຳ​ອາຫານ​ອັນ​ອຸດົມສົມບູນ​ຂອງ​ຈີນ​ຢູ່​ປັກ​ກິ່ງ, ອາຫານ​ປັກ​ກິ່ງ​ໄດ້​ສ້າງຄວາມ​ປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງ​​​ໄວ້​ໃຫ້ແກ່​ເພິ່ນ,  ​ໃນ​ອາຫານ​ແຊບ​ຢ່າງ​ຫຼວງ​ຫຼາຍ​ນີ້, ອາຫານທີ່​ເພິ່ນ​ມັກທີ່​ສຸດແມ່ນ​ອາຫານທີ່​ຊື່ວ່າ​ຟໍທ້ຽວສຽງ,​ແປ​ວ່າ​ພະ​ກະ​ໂດດ​ກຳ​ແພງ.


 ອາຫານ​ທີ່ຂ້າພະ​ເຈົ້າ​ມັກ​ທີ່​ສຸດ​​​ແມ່ນ​ອາຫານ​ຟໍທ້ຽວສຽງ​, ຂ້າພະ​ເຈົ້າ​ບໍ່​ເຂົ້າ​ໃຈຄວາມ​ຫມາຍ​ຂອງ​ອາຫານ​ນີ້​ໃນພາສາ​ຈີນ ,​ແຕ່​ວ່າ​ເພື່ອນຂອງ​ຂ້າພະ​ເຈົ້າ​​​ອະທິບາຍ​​​ໃຫ້​ຟັງວ່າ: ອາຫານ​​ເຍື່ອງ​ນີ້ມີ​ທາດ​ບຳລົງ​ຫຼາຍ,​ ລວມມີ​ເຄື່ອງປຸງ​ອັນ​ລ້ຳ​ຄ່າ​ວັດຖຸ​ອາຫານ​ອັນ​ລ້ຳ​ລ່າຫຼາຍ​ຢ່າງ, ວິທີ​ແຕ່ງອາຫານ​ພິຖີ​ພິຖັນ, ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ແຊບ​ຫຼາຍ.

  ອາຫານຟໍທ້ຽວສຽງ​ຫຼື​ມານ​ທັນ​ຊ່ຽງ,​ແມ່ນ​ອາຫານ​ທີ່​ມີ​ຊື່​ສຽງ​ຂອງ​ເມືອງ​ຟູ​ໂຈ​ວແຂວງ​ຟູ​ຈ້ຽນຈີນ, ​ເຄື່ອງປຸງ​ແຕ່ງ​​ມີຕັ້ງ 18 ຢ່າງ.ເຖິງວ່າອາຫານ​ຟໍທ້ຽວສຽງ​​ບໍ່​ແມ່ນ​ອາຫານ​ປັກກິ່ງທີ່​ອ້ອຍຕ້ອຍກໍ​ຕາມ,​ແຕ່​ທ່ານເຈິ​ນວັນ​​ແຫມ້ງເວົ້າ​ວ່າ, ປະຈຸ​ບັນ,ປັກ​ກິ່ງ​ໄດ້​ເຕົ້າ​ໂຮມ​ວັດທະນະທຳ​ຂອງ​ແຫ່ງ​ຕ່າງໆ,ຢູ່​ແຫ່ງ​ນີ້​ສາມາດຊິ​ມອາຫານ​ແຊບ​ປະ​ເພດ​ຕ່າງໆ.
 ທ່ານເຈິ​ນວັນ​​ແຫມ້ງເວົ້າ​ວ່າ: ນອກຈາກ​ອາຫານ​ແລ້ວ, ຄວາມ​ກະຕືລື​ລົ້ນ​ຂອງ​ຄົນ​ປັກ​ກິ່ງ​ແລະ​ປູຊະນີຍະສະຖານຂອງ​ປັກ​ກິ່ງລ້ວນ​ແຕ່​ແມ່ນ​ສິ່ງ​ທີ່​ດູດ​ດຶງ​ຄົນຫຼາຍກວ່າ​ຫມູ່.

  ຄວນ​ແມ່ນຄວາມ​ກະຕືລື​ລົ້ນຂອງ​ຄົນ​ປັກ​ກິ່ງ ​ໂດຍ​ສະ​ເພາະ​ແມ່ນ​ບູສະ​ນີຍະສະ​ຖານ​ເຫຼົ່າ​ນີ້ ຕົວຢ່າງ​ຄື ສະຫນາມ​ຫຼວງທຽນ​ອານ​ເມີນ​ແລະ​ພະ​ລາດ​ຊະ​ວັງ​ກູ້​ກົງ​ເປັນ​ຕົ້ນ,ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ສາ​ເຫດ​ທີ່​ດູດ​ດຶງ​ເຂົາ​ເຈົ້າ​ມາ​ທ່ຽວ​ປັກ​ກິ່ງ​ແລ​ະຈີນ.
  
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>