ອາສາສະໝັກ
-----------------------------------------------------------------------------------------------------------------
ສະບາຍດີ,ທ່ານຜູ່ຟັງທີ່ເຄົາລົບ,ມື້ນີ້ແມ່ນມື້ທີສອງຂອງງານກິລາໂອລິມປິກຄັ້ງທີ29.
ການແຂ່ງຂັນຕ່າງໆຂອງງານໂອລິມປິກພວມດຳເນີນໄປຢ່າງດຸເດືອດ,ໃນຂະນະທີ່ຊາວໂລກສຸມສາຍຕາໃສ່ນັກກິລາທີ່ພວມແຂ່ງຂັນກັນນັ້ນ,ອາສາສະໝັກທັງຫຼາຍກໍ່ປະກອບສ່ວນຂອງຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອໃຫ້ງານກິລາໂອລິມປິກດຳເນີນໄປຢ່າງສະດວກ.ໃນລາຍການມື້ນີ້,ນັກຂ່າວCRIໄດ້ສຳພາດອາສາສະໝັກຫຼາຍຄົນຂອງງານໂອລິມປິກຄັ້ງນີ້,ເຂົາເຈົ້າແມ່ນນັກສຶກສາວິຊາພາສາລາວຂອງສະຖາບັນອາຊີອາຟິຼກກາມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ.ໃນໄລຍະທີ່ເປັນອາສາສະໝັກ,ເຂົາເຈົ້າມີຄວາມຮູ້ສຶກ ຂອງຕົນ ຕໍ່ງານກິລາໂອລິມປິກ.ໃນລາຍການມື້ນີ້,ພວກເຮົາຈະໂທຫາອາສາສະໝັກສອງຄົນໃນໝູ່ເຂົາເຈົ້າ,ຕໍ່ໄປເຊີນຟັງລາຍລະອຽດ.
ທ້າວຈ່າງຈືເຖິງແມ່ນນັກສຶກສາວິຊາພາສາລາວປີທີ4ຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ,ລາວຍັງແມ່ນຫົວໜ້າໜ່ວຍອາສາສະໝັກທີ່ຕ້ອນຮັບຄະນະນັກກິລາລາວ.ລາວເວົ້າວ່າ:"ບາງຄົນນຶກວ່າເປັນອາສາສະໝັກແມ່ນໜ້າທີ່ທີ່ມີກຽດຫຼາຍ,ຈະໄດ້ເຫັນດາລາໃຫຍ່ຫຼາຍໆຄົນ,ທີ່ຈິງແລ້ວ, ວຽກອາສາສະໝັກແມ່ນວຽກທີ່ເມື່ອຍຫຼາຍ.ຕົວຢ່າງຄື,ໃນເວລາຫຍຸ້ງນຳວຽກ,ບາງທີກໍ່ຕ້ອງເຮັດວຽກຢູ່ນອກໝົດມື້,ຈົນບໍ່ມີເວລາກິນເຂົ້າກິນນ້ຳເລີຍ."ເມື່ອຈ່າງຈືເຖິງຫວນຄືນເຖິງສະພາບມື້ທຳອິດທີ່ຕ້ອນຮັບຄະນະນັກກິລາລາວເຂົ້າຢູ່ບ້ານໂອລິມປິກ,ລາວເວົ້າວ່າ: ເມື່ອຮັບຄະນະນັກກິລາລາວເຂົ້າ ບ້ານໂອລິມປິກແລ້ວ,ພວກເພິ່ນໄປພັກຜ່ອນແລ້ວ,ແຕ່ອາສາສະໝັກພວກເຮົາຍັງພັກຜ່ອນບໍ່ໄດ້,ເພາະຕ້ອງຊ່ວຍພວກເພິ່ນຈອງຊື້ເຄື່ອງເຟີນີເຈີ,ເຄື່ອງໃຊ້ໃນຫ້ອງການ,ຖ້າໃຫ້ເພິ່ນຕື່ນນອນແລ້ວ,ພວກຂ້ອຍຈິ່ງສົ່ງເຄື່ອງເຟີນິເຈີແລະເຄື່ອງໃຊ້ຕ່າງໆໄປໃຫ້,ແລະຍັງຕ້ອງມີວຽກອື່ນໆອີກ.ຫຼັງຈາກນັ້ນ,ຕ້ອງພາຄະນະຜູ່ແທນໄປລື້ງກັບສິ່ງກໍ່ສ້າງຕ່າງໆໃນບ້ານໂອລິມປິກ,ເມື່ອແລ້ວວຽກເຫຼົ່ານີ້ກໍ່ຮອດເວລາ8ໂມງຄ່ຳ, ກາຍເວລາກິນເຂົ້າແລງຕາມການກຳນົດຂອງບ້ານໂອລິມປິກແລ້ວ.ວັນທີ7ສິງຫານີ້,ຂ້ອຍໄດ້ເຮັດວຽກຢູ່ທາງນອກ ເຖິງ16ຊົ່ວໂມງ,ເມື່ອກັບຄືນເຮືອນກໍ່ຮູ້ສຶກທັງເມື່ອຍທັງຢາກນອນ,ພໍລົ້ມລົງກໍ່ຫຼັບໂລດ.ມື້ລຸນມາ ຍັງຕ້ອງຕື່ນແຕ່ເຊົ້າ.
ເມື່ອເວົ້າເຖິງມື້ຈັດພິທີໄຂງານ,ທ້າວຈ່າງຈື່ເຖິງຮູ້ສຶກຕື່ນເຕັ້ນຫຼາຍ,ລາວເວົ້າວ່າ:ໃນມື້ພິທີໄຂງານ,ຂ້ອຍຮູ້ສຶກດີໃຈຫຼາຍ,ຕື່ນເຕັ້ນຫຼາຍ,ໃນທີ່ສຸດກໍ່ຮອດມື້ນີ້ແລ້ວ,ນີ້ແມ່ນວັນທີ່ມີຄວາມໝາຍທີ່ສຸດ,ແຕ່ຢູ່ເບື້ອງຫຼັງຂອງວັນດັ່ງກ່າວໄດ້ໂຮມສູນຄວາມພະຍາຍາມຂອງບຸກຄົນເປັນພັນເປັນໝື່ນ.ມື້ນັ້ນ,ພວກຂ້ອຍໄປແຕ່ເຊົ້າ,ຈົນຮອດຍາມ3,4ໂມງຂ້ອນແຈ້ງຂອງມື້ທີສອງຈິ່ງໄດ້ເມື່ອບ້ານ,ຂ້ອຍຮູ້ສຶກວ່າເຮັດເມື່ອຍແບບນີ້ທີ່ຈິງແລ້ວບໍ່ມີຫຍັງ.
ໃນວຽກງານຂອງອາສາສະໝັກ, ກໍບໍ່ແມ່ນມີແຕ່ຄວາມອິດເມື່ອຍເທົ່ານັ້ນດອກ, ບາງທີກໍຍັງມີຄວາມມ່ວນຊື່ນທີ່ໄດ້ຮູ້ຈັກກັບເພື່ອນມິດຜູ້ໃໝ່. ເມື່ອເວົ້າເຖິງການພົວພັນກັບຄະນະຜູ້ແທນລາວ, ທ້າວຈ່າງຈືເທີງເວົ້າວ່າ,
ພວກເຮົາເຫັນວ່າຢູ່ກັບນັກກິລາລາວກົມກຽວກັນທີ່ສຸດ. ບາງເທື່ອພວກເຮົາບໍ່ມີເວລາໄປກິນເຂົ້າ, ພວກເພິ່ນກໍເອົາອາຫານແລະນ້ຳດື່ນມາໄວ້ໃຫ້ພວກເຮົາກິນ. ມີເພື່ອນລາວຜູ້ໜຶ່ງເວົ້າພາສາຈີນເປັນໜ້ອຍໜຶ່ງ, ບາງເທື່ອກໍມາຮຽນເວົ້າພາສາຈີນນຳພວກເຮົາ. ເວລາຢູ່ນຳພວກເພິ່ນກໍ່ຮູ້ສຶກດີໃຈຫຼາຍ.
ໃນເວລາລົມກັນ, ລາວຍັງໄດ້ເວົ້າເຖິງເລື່ອງມ່ວນໆເລັກນ້ອຍສູ່ຟັງ. ເຈົ້າໜ້າທີ່ຂອງຄະນະຜູ້ແທນລາວຜູ້ໃດກໍມັກກິລາທີ່ສຸດ. ກ່ອນພິທີໄຂງານ, ຢູ່ຫ້ອງພັກຜ່ອນ, ມັກຈະໄດ້ເຫັນດາລາຊື່ດັງຫຼາຍຄົນ, ເຊັ່ນທ່ານໂຣເຈ ເຟເດເຣີ ນັກກິລາເຕນິສ, ທ່ານໂກປີຂອງNBAແລະອື່ນໆ. ເພິ່ນຮູ້ສຶກຕື່ນເຕັ້ນຫຼາຍ, ກໍ່ແລ່ນໄປຖ່າຍຮູບນຳກັນໄວ້ແລະຂໍເອົາລາຍເຊັນ.
ນາງຈູ່ທ່າວ, ແມ່ນນັກຮຽນຍິງຜູ້ໜຶ່ງໃນອາສາສະໝັກທີ່ຕ້ອນຮັບຄະນະຜູ້ແທນລາວ. ລາວເວົ້າວ່າ, ເທື່ອນີ້ເປັນອາສາສະໝັກ, ພວກເຮົາໄດ້ທຳການກະກຽມຫຼາຍຢ່າງ, ແຕ່ກໍ່ມີຄວາມລຳບາກຫຼາຍຢ່າງ. ກ່ອນນີ້ພວກເຮົາໄດ້ຮັບການອົບຮົມ ອາສາສະໝັກກໍ່ເມື່ອຍບໍ່ຢອກ, ແຕ່ເມື່ອພົບກັບຄະນະຜູ້ແທນລາວແລ້ວກໍ່ດີໃຈຫຼາຍ. ເຖິງວ່າວຽກຂອງອາສາຫະໝັກມັກເປັນວຽກມະຍິກມະຍ່ອຍຫຼາຍກໍ່ຕາມ, ແຕ່ໃຜກໍ່ບໍ່ຈົ່ມວ່າຫຍັງຈັກຄວາມ. ຍັງມີໝູ່ຜູ້ໜຶ່ງບໍ່ສະບາຍປານໃດກໍຍັງຍຶດໝັ້ນໜ້າທີ່, ນີ້ເຮັດໃຫ້ຂ້ອຍຕື້ນຕັນໃນຫຼາຍ. ພວກເຮົາລ້ວນແຕ່ຮູ້ສຶກມີກຽດທີ່ສຸດທີ່ມີໂອກາດເປັນອາສາສະໝັກເທື່ອນີ້, ໃຊ້ຄວາມຮູ້ທີ່ຕົນໄດ້ຮຽນມາຮັບໃຊ້ປະເທດຊາດແລະຮັບໃຊ້ງານກິລາໂອລິມປິກ.
ອາສາສະໝັກປະກອບເຫື່ອແຮງຂອງຕົນ, ເພື່ອໃຫ້ງານກິລາໂອລິມປິກດຳເນີນໄປຢ່າງສະດວກ. ເຂົາເຈົ້າກໍ່ດູດດຶງສາຍຕາຄົນທີ່ສຸດຄືກັບນັກກິລາໃນສະໜາມແຂ່ງຂັນ. ນະທີ່ນີ້, ຂໍຝາກຄວາມໂຄລົບນັບຖືຢ່າງຈິງໃຈໄປຍັງອາສາສະໝັກທັງຫຼາຍ.