ພາ​ສາ​ຈີນ​ໂອ​ລິມ​ປິກ 080810

(GMT+08:00) 2008-08-12 09:39:02 cri
-----------------------------------------------------------------------------------------------------------------

ພິທີ​ໄຂ​ງານ​ໂອ​ລິ​ມປິກ

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່ຮັກ​ແພງ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ພາສາ​ຈີນ​ໂອ​ລິ​ມປິກ.

ສັງຂານ:​​ເຈົ້າ, ​ແຕ່​ລະມື້ ວັນນີ​ແລະ​ສັງຂານ​ກໍ່​ມາ​ຢູ່​ແຫ່ງ​ນີ້​ເພື່ອ​ສອນ​ພາສາ​ຈີນ​ກ່ຽວ​ກັບ​ໂອ​ລິ​ມປິກ​ຈັກ​ສອງ​ສາມ​ຄວາມ​ກັບ​ທ່ານ.ງານ​ກິລາ​ໂອ​ລິ​ມ ປິກ​ປັກ​ກິ່ງຄັ້ງທີ 29 ​ໄດ້​ໄຂ​ຂຶ້ນ​ໃນ​ວັນສຸກ​ຜ່ານ​ມານ​ນີ້.​ໃນ​ສອງ​ສາມມື້ມານ​ນີ້, ຄົນ​ທັງຫລາຍ​ກໍ່​ລ້ວນ​ແຕ່​ມັກ​ເວົ້າ​ເຖິງ​ພິທີ​ໄຂ​​ເລື້ອຍໆ,​ເຂົາ​ເຈົ້າສ່ວນ​ຫລາຍ​​ເຫັນ​ວ່າ​ພິທີ​ໄຂ​ງານ​ເທື່ອ​ນີ້​ສະຫງ່າ​ງາມຫນ້າ​ງຶດງ​ງໍ້​ຫລາຍ,​ແລະ​ເຕັມ​ໄປ​ດ້ວຍ​ສີສັນ​ຈີນ​ອັນ​ເຂັ້ມ​ຂຸ້ນ.

ວັນນີ:​ຊັ້ນ​ມື້ນີ້ ພວກ​ເຮົາ​ກໍ່​ມາ​ຮຽນ​ປະ​ໂຫຍ​ກກ່ຽວ​ກັບ​ພິທີ​ໄຂ​ງານ​ໂອ​ລິ​ມ ປິກຈັກ​ສອງ​ສາມ​ປະ​ໂຫຍ​ກນຳ​ກັນ,ດີບໍ່?.

ສັງຂານ:ດີ​ແທ້,ພໍດີ​ສັງຂານ​ຍັງ​ບໍ່​ຮູ້​ຄຳ​ວ່າ ພິທີ​ໄຂ​ ພາສາ​ຈີນ​ວ່າ​ແນວ​ໃດ?|

ວັນນີ:ພິທີ​ໄຂ ພາສາ​ຈີນ​ເວົ້າວ່າ 开幕式 (ອ່ານ​ຕາມ)

ວັນນີ:ການ​ອອກສຽງ​ຂອງຄຳ​ວ່າ 式 ​ຕ້ອງ​ຫັນ​ລິ້ນ​ຫນ້ອຍ​ຫນຶ່ງ,ອັນ​ນີ້​ແມ່ນ​ບໍ່​ມີ​ໃນ​ພາສາ​ລາວ,ສະນັ້ນ,ຄົນ​ລາວ​ບາງ​ຄົນ​ອ່າວ​ອອກສຽງ​ນຳ​ຍາກ​ແດ່.ບໍ່​​ເປັນ​ຫຍັງ,​ແອບ​ຫລາຍ​ເທື່ອ​ແລ້ວ​ກໍ່ລຶ້ງ​ໄປ​ເອງ.开幕式

ສັງຂານ:ຄ່າ​ຍ ມູ້ ຊື້.​ເອີ​ວັນນີ, ​ໃນ​ພິທີ​ໄຂ​ງານ​​ໂອ​ລິ​ມປິກ​ເທື່ອ​ນີ້, ວິທີ​ຈູດ​ທວນ​ໄຟ​ໃຫຍ່​​ໃນ​ສະຫນາມ​ປະ​ທັບ​ໃຈ​ຄົນ​ທັງຫລາຍ​ເນາະ.ພິທີ​ຈູດ​ທວນ​ໄຟ​ຫລື​ວ່າ​ແທ່ນ​ໄຟ​ແດ່? ພາສາ​ຈີນ​ວ່າ​ແນວ​ໃດ?

ວັນນີ: 点火仪式  点 ​ແປ​ວ່າ ຈູດ 火 ​ແປ​ວ່າ ​ໄຟ 仪式 ​ແປ​ວ່າ ພິທີ

ສັງຂານ:ຕຽນ​ໂຫ້​ວ ອີຊື້

ວັນນີ:​ເຈົ້າ, ​ໃນ​ພິທີ​ສົ່ງຕໍ່​ທວນ​ໄຟ​​ໃນ​ສະຫນາມ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ,​ ​ມີ 火炬手 (ອ່ານ​ຕາມ)ຜູ່​ສົ່ງຕໍ່ທວນ​ໄຟ 8 ຄົນ​ເຂົ້າຮ່ວມ,​ ທ່ານ​ລິ​ນິງ​ ນັກ​ກິລາກາຍຍະກຳ​ທີ່​ມີ​ຊື່ສ​ຽງຂອງ​ຈີນ​ແມ່ນ​ຜູ່​ສຸດ​ທ້າຍ​ທີ່​ຈູດ​ທວນ​ໄຟ​ໃຫຍ່​ໃຫ້​ລຸກຂ​ຂຶ້ນ​ຢ່າງ​ຮຸ່ງ​ເຮືອງ,ກ່ອນ​ຈູດ,ລາວ​ໄດ້​ແລ່ນ​ຢູ່​ເທິງ​ອາກາດ,ທັງ​ມີ​ການ​ສາຍ​ພາບ​ການສົ່ງຕໍ່ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຄຽງ​ຄູ່​ໄປ​ນຳ.

ສັງຂານ:​​ອື່, ພາບນັ້ນ​ເຮັດ​ໃຫ້​ຄົນ​ງຶດ​ງໍ້​ປະ​ທັບໃຈ​ຫລາຍ.ສ່ວນ​ຜູ່​ຟັງ​ທີ່​ບໍ່​ໄດ້​ເບິ່ງ​ການຖ່າຍ​ທອດ​ສົດທາງ​ໂທລະພາບ​ນັ້ນກໍ່​ສາມາດ​ເຂົ້າ​ເບິ່ງ​ໃນ​ແວັບ​ໄຊ​ຂອງ​ພວກ​ເຮົາ​ຄື laos.cri.cn. ​ໃນ​ເວລາ​ທ່ານ​ລີ​ນິງຈູດ​ທວນ​ໄຟ​ໃຫຍ່​ໃຫ້​ຮຸ່ງ​​ເຮືອງ​ຂຶ້ນ, ຕຽນ​ໂຫ້​ວອີ​ຊື້ ພິທີ​ຈູດ​ໄຟກໍ່​ເຂົ້າສູ່​ຍອດ​ສູງ, ທົ່ວ​ສະຫນາມກິລາ​ຮັງ​ນົກ​ໄດ້​ຟົດ​ສະ​ຫນັ່ນ​ແລະ​ມີ​ສຽງ​ໄຊ​ໂຍ​ໂຮ​ຮ້ອງ​ດັງ​ກ້ອງຖາວອນ​ຂຶ້ນ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ,ອັນ​ນີ້​ກໍ່​ແມ່ນ 开幕式; ພິທີ​ໄຂ​ງານ​ໂອ​ລິ​ມປິກ.ສ່ວນ​ເພງ​ທາງ​ການ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້​ກໍ່​ໄດ້​ຮ້ອງ​ດັງ​ຂຶ້ນ​ຢູ່​ທົ່ວກັບ​ສະຫນາມກິລາ​ຮັງ​ກົງ.

ສັງຂານ:​ເພງ​ທາງ​ການ​ງານ​ໂອ​ລິ​ມປິກ,ພາສາ​ຈີນ​ແມ່ນ ຈູ​ຖີຊູ​ຍ ​ແມ່ນ​ບໍ່​ວັນນີ?

ວັນນີ:​ເຈົ້າ​ແມ່ນ​ແລ້ວ, 主题曲 ​ເພງ​ທາງ​ການ​ຂອງ​ເທື່ອ​ນີ້​ມີ​ຊື່​ອັງກິດ​ວ່າ you and me ພາສາ​ຈີນ​ແມ່ນ 我和你

ສັງຂານ: ​ໂວ ​ເຫີ ຫນີ້ ​​ອື່, ​ເພງ​ນີ້​ສັງຂານ​ໄດ້​ຍິນ​ແລ້ວ​ໃນ​ເວລາ​ເບິ່ງ​ການຖ່າຍ​ທອດ​ສົດ​ຂອງ​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ໃນວັນ​ສຸກ​ຜ່ານ​ມານີ້,​ເປັນ​ເພງ​ຊ້າ,ຮ້ອງ​ໂດຍ​ນັກ​ຮ້ອງ​ຊາຍ​ຈີນ​ແລະ​ນັກ​ຮ້ອງ​ຍິງ​ອັງກິດ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ,​ເອົາ​ຖື​ໂອກາດ​ນີ້, ​ເປີດ​ເພງທາງ​ການ​ຂອງ​ງານ​ໂອ​ລິ​ມປິກ​ຄັ້ງນີ້​ໃຫ້​ທ່ານ​ຟັງ​ນຳ​ເລີຍ​.

ສັງຂານ:ຜູ່​ດຳ​ເນີນ​ລາຍການ​ທັງ​ສອງ​ຂໍ​ລາ​ທ່ານ​ໄປ​ພ້ອມ​ກັບສຽງ​ເພງ​ນີ້.ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>