ພາ​ສາ​ຈີນ​ໂອ​ລິມ​ປິກ 080811

(GMT+08:00) 2008-08-12 09:39:02 cri
-----------------------------------------------------------------------------------------------------------------

ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ

ວັນນີ:ສະບາຍດີ​ມິດ​ລາຍການ​ທຸກ​ທ່ານ.

ສັງຂານ:ສະບາຍດີ,​ວັນນີ​ແລະ​ສັງຂານ​ດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ພົບ​ກັບ​ທ່ານ​ອີກ​​ໃນ​ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ.

ວັນນີ:​​ມາ​ຮອດ​ດຽວນີ້, ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ກໍ່​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ​ສາມ​ສີ່​ມື້​ແລ້ວ, ນັກ​ກິລາ​ປະ​ເທດ​ຕ່າງໆພາກັນ​ສະ​ແດງ​ໃຫ້​ເຫັນ​ຝີ​ມື​ຂອງ​ໃຜລາວ,​ເພື່ອ​ສ້າງຜົນ​ງານ​ທີ່​ດີທີ່​ສຸດ.ມື້ນີ້ ພວກ​ເຮົາ​ກໍ່​ຈະ​ສອນ​ໃຫ້​ທ່ານ​ຮູ້ຄຳ​ວ່າ​ການຈັດ​ອັນດັບ​ໃນ​ການ​ແຂ່ງຂັນ ພາສາ​ຈີນ​ວ່າ​ແນວ​ໃດ?ດີບໍ່ສັງຂານ.

ສັງຂານ:ດີ​ຢູ່.ກໍ່​ເລີ່​ມຈາກ​ການລ​ຽນລຳດັບ​ເນາະ.

ວັນນີ:​ເຈົ້າ,ການຈັດ​ອັນ​ດັບ​ຫລື​ລຽນ​ອັນ​ດັບ ​ເອີ້ນວ່າ 名次(ອ່ານ​ຕາມ)

ສັງຂານ:ຜູ່​ເປັນອັນ​ດັບ​ຫນຶ່ງ​ຫມາຍ​ຄວາ​ມວ່າ​ຜູ່​ຊິງ​ໄດ້​ຫລຽນ​ຄຳ​ເນາະ, ຫລຽນ​ຄຳ ພວກ​ເຮົາ​ກໍ່​ເຄີຍ​ຮຽນ​ມາ​ແລ້ວ​ເອີ້ນ​ວ່າ: ຈີ່ນຜາຍ,​ແມ່ນ​ບໍ່? ວັນນີ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ຫລຽນ​ຄຳ​ແມ່ນ 金牌.ສ່ວນ​ຜູ່​ຊິງ​ໄດ້​ຫລຽນ​ຄຳນັ້ນ ພວກ​ເຮົາ​ເອີ້ນ​ວ່າ 冠军 ​ແປ​ວ່າ ຜູ່​ໄດ້​ແຊມ
ສັງຂານ:ກ້ວນ​ຈຸ່ນ; ຜູ່​​ເປັນ​ຮອງ​ແຊມ​ເດ່?

ວັນນີ:ຮອງ​ແຊມ​ຫລື​ຮອງ​ຊະນະ​ເລີດ​ກໍ່​ເວົ້າວ່າ 第二名 ຫລື​ວ່າ 亚军 ​ໄດ້​ຫລຽນ​ເງິນ 银 牌 银 ​ແປ​ວ່າ ​ເງິນ 牌 ​ແມ່ນ​ຫລຽນ

ສັງຂານ:ຕີ້ ​ເອີ້ ຫມິ​ງ ຢ້າຈ່ນຸ ຢິນ ຜາຍ

ວັນນີ:ສ່ວນ​ຜູ່​ເປັນ​ທີ​ສາມ ພາສາ​ຈີນ​ວ່າ 第三名ຫລື​ວ່າ 季军 ​ຜູ່ໄດ້​ຫລຽນ​ທອງ 铜牌  铜 ​ແປ​ວ່າ ທອງ

ສັງຂານ: ຕີ້ ຊ່ານ ຫມິ​ງ ຈີ້​ຈຸ່ນ ທົງ​ຜາຍ

ວັນນີ:​ເຈົ້າ, ​ເມື່ອ​ການ​ແຂ່ງຂັນ​ສິ້ນ​ສຸດ​ລົງ​ແລ້ວ, ຕ້ອງ​ຈັດ​ພິທີ​ມອບ​ຫລຽນ, ພິທີ​ມອບ​ຫລຽນ​ເອີ້ນວ່າ: 颁奖仪式

ສັງຂານ:ປ່ານ ຈຽງ ອີ​ຊື້ ສ່ວນ ຕີ້​ອີ​ຫມິ​ງ ຈະ​ໄດ້​ຮັບ ຈີ່ນຜາຍ ຜູ່​ໄດ້​ແຊມ​ຈະ​ໄດ້​ຮັບ​ຫລຽນ​ຄຳ, ຕີ້​ເອີ້ຫມິ​ງ ຈະ​ໄດ້​ຮັບ ຢິນຜາຍ,ຜູ່​ເປັນ​ຮອງ​ຈະ​ໄດ້​ຮັບ​ຫລຽນ​ເງິນ;ຕີ້​ຊ່ານ​ຫມິ​ງ ຈະ​ໄດ້​ຮັບ ທົງ​ຜາຍ ຜູ່​ທີ່​ສາມ​ຈະ​ໄດ້​ຮັບ​ຫລຽນ​ທອງ,​ແມ່ນ​ບໍ່?ວັນນີ.
ວັນນີ:​ອື່,ສັງຂານ​ຈື່​ໄດ້​ດີ​ເນາະ.

ສັງຂານ. ​ເມື່ອ​ມອບ​ຫລຽນ​ແລ້ວ, ຍັງ​ຈະ​ຈັດ​ພິທີ​ຊັກ​ທຸງຊາດ​ຂຶ້ນ​ສູ່​ຍອດເສົາ, ​ແມ່ນ​ບໍ່?ພິທີ​ຊັກ​ທຸງຊາດ​ຂຶ້ນ​ເສົາ.​ເວົ້າ​ແນວ​ໃດ?ວັນນີ
ວັນນີ:升旗仪式 升旗 ​ແປ​ວ່າ ຊັກ​ທຸງ​ຂຶ້ນ​ເສົາ

ສັງຂານ: ​ເຊິ່ງສີ ອີ​ຊື້

ວັນນີ:​​ເມື່ອ​ຊັກ​ທຸງ​ຊາດ​ຂຶ້ນ​ເສົາ, ພວກ​ເຮົາ​ມັກ​ເຫັນ​ວ່ານັກ​ກິລາ​ສາມ​ຄົນ​ມັກ​ຈະ​ແນມ​ເບິ່ງ​ທຸງຊາດ​ຂອງ​ປະ​ເທດ​ໃຜລາວ,ບາງ​ຄົນກໍ່​ເຖິງ​ຂັ້ນນ້ຳຕາ​ຊຶມ, ບາງ​ຄົນ​ຮ້ອງ​ເພງ​ຊາດ​ຂອງ​ຕົນ​ໄປ​ນຳ​ເນາະ.​ເພງ​ຊາດ ພາສາ​ຈີນ ​ເອີ້ນ​ວ່າ 国歌

ສັງຂານ: ​ໂກວ​ເກີ່.ອື່,ສອງ​ສາມມື້ມານີ້ ພວກ​ເຮົາ​ກໍ່​ໄດ້​ຍິນ​ເພງ​ຊາດ​ຈີນ​ດັງ​ຂຶ້ນ​ຢູ່​ສະຫນາມ​ແຂ່ງຂັນ​ຫລາຍ​ເທື່ອ​ແລ້ວ​ໄດ໋​ເນາະ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ,ຕອນ​ທ້າຍ​ລາຍການ​ມື້ນີ້ ວັນນີ​ກໍ່​ຈະ​ເປີດ​ເພງ 红旗飘飘 ທຸງ​ແດງ​ທີ່​ປິວ​ສະ​ບັດສູ່​ທ່ານ​ຟັງ, ​ເພື່ອ​ຮ່ວມຊົມ​ໃຊ້​ຄວາມ​ມ່ວນ​ຊື່ນ​ແລະ​ຄວາມ​ພາກ​ພຸມ​ໃນ​ຂອງ​ນັກ​ກິລາາ​ປະ​ເທດຕ່າງໆ​ທີ່​ໄດ້​ຫລຽນ.ນະ​ທີ່​ນີ້ ພວກ​ເຮົາ​ກໍ່ຂໍ​ອວຍພອ​ນ​ໃຫ້​ນັກ​ກິລາ​ລາວ​ຈົ່ງ​ໄດ້​ຮັບ​ຜົນງານ​ທີ່​ດີທີ່​ສຸດ.

ຫນຸ່ມ​ໃຫຍ່:ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>