ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ລາຍ​ງານ​ຂ່າວ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-12 11:06:16 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ cri:​ໃນ​ຫລາຍ​ມື້​ມານີ້, ສື່​ມວນ​ຊົນ​ຕ່າງປະ​ເທດ​ໄດ້​ລາຍ​ງານ​ຂ່າວ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ຫລວງຫລາຍ.

ຫນັງສືພິມ​ລຽນ​ເຫີ​ຈາວ​ປ້າວຂອງ​ສິງກະ​ໂປ​ສະບັບ​ວັນ​ທີ 11 ສິງຫານ​ນີ້​ໄດ້​ພິມ​ບົດ​ຄວາມ​ຫລາຍ​ບົດ,ຕີ​ລາຄາ​ຢ່າງ​ຕັ້ງຫນ້າ​ຕໍ່​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ຫມາກຜົນ​ທີ່​ຈີນ​ໄດ້​ຮັບ​ໃນການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃນ 30 ປີ​ມານີ້.

​ໃນ​ບົດ​ຄວາມ​ທີ່​ມີ​ຫົວ​ເລື່ອງ​ວ່າ: ​ໂອ​ລິ​ມປິກ​ປັກ​ກິ່ງ​ກັບ​ຮູບ​ແບບ​ຈີນ,ທ່ານ​ລາຍ​ຫົງ​ອີ້ ອາຈານສອນ​ຂອງ​ສະ​ຖາ​ບັນ​ຈີນ​ປັດຈຸບັນ​ຂອງ​ມະຫາວິທະຍາ​ໄລ​ນອດທິງ​ແຮັມຂອງ​ອັງກິດ ທັງ​ເປັນ​ຜູ່​ຄົ້ນຄວ້າ​ຊັ້ນ​ສູງ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ຕ​າ​ເວັນ​ອອກ​ຂອງ​ສິງກະ​ໂປ​ກ່າວ​ວ່າ,ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ໂອກາດ​ທີ່​ໃຫ້​ນັກ​ກິລາ​ຜູ່​ດີ​ເດັ່ນ​ກວ່າ​ຫມູ່​ຂອງ​ທົ່ວ​ໂລກ​ເຕົ້າ​ໂຮມ​ກັນ​ຢູ່​ປັກ​ກິ່ງ​ແລະ​ຍາດ​ເອົາ​ຫລຽນ​,​ແລະ​ກໍ່​ແມ່ນ​ໂອກາດ​ທີ່​ໃຫ້​ສື່​ມວນ​ຊົນ​ຕ່າງປະ​ເທດ​ມາ​ຈີນ​ເພື່ອ​ຮູ້ຈັກກັບ​ຈີນ​ໃນ​ຫລາຍ​ດ້ານ.ຫລັງ​ຈາກ​ງານ​ໂອ​ລິ​ມປິກ​ແລ້ວ, ​ໂລກຈະ​ສົນ​ໃຈ​ນຳ​ຮູບ​ການ​ພັດທະນາ​ຂອງ​ຈີນ​ຫລາຍ​ກວ່າ​ເກົ່າ.

ວັນ​ທີ11ສິງຫານີ້ ນາງ​ໂຄກ​ຊາ​ນາ ທົນ​ຄາ​ຊີວາ ນັກຂ່າວພິ​ເສດ​ຂອງ​ຫນັງສືພິມ​ນິວອິສ​ເວສ​ເທຍຣັດ​ເຊຍ​ໄດ້​ຂຽນບົດ​ຄວາມ​,ຍ້ອງຍໍ​ວຽກ​ງານ​ຈັດຕັ້ງ​ແລະ​ບໍລິການ​ຂອງ​ງານ​ໂອ​ລິ​ມປິກ.ນາງ​ຂຽນ​ວ່າ, ປະຊາຊົນ​ຈີນ​ຮັກແຂກ​​ແພງ​ຄົນ,ສະຫນາມກິລາ​ຂອງ​ເຂົາ​ເຈົ້າງາມ​ສົມບູນ​ຄື​ກັບ​ການຈັດຕັ້ງການ​ແຂ່ງຂັນ​ເທື່ອ​ນີ້.

ຫນັງສືພິມ​ຂ່າວ​ຍີ່​ປຸ່ນ​ແລະ​ຈີນ​ທີ່​ເປັນ​ຫນັງສືພິມ​ທັງ​ພາສາ​ຍີ່​ປຸ່ນ​ແລະ​ພາສາ​ຈີນ​ທີ່​ມີ​ອິດ​ທິພົນ​ກວ້າງຂວາງ​ໃນ​ສັງຄົມ​ຍີ່​ປຸ່ນ​ໄດ້​ພິມ​ບົດ​ນຳ​ແລະ​ບົດ​ສະ​ເພາະ​ຕີ​ລາຄາ​ສູງ​ຕໍ່​ພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ​ເຫັນ​ວ່າ, ກຳລັງ​​ແຮງສັງ​ລວມ​ຂອງ​ຈີນ​ເພີ່ມ​ທະວີ​ຂຶ້ນ​ແລະບົດບາດ​ໃນ​ສາກົນ​ສູງ​ຂຶ້ນ,​ແມ່ນ​ພື້ນຖານ​ແລະ​ສິ່ງ​ຮັບປະກັນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ຮັບ​ຜົນສຳ​ເລັດ.

ວັນ​ທີ 11 ສິງຫານ​ນີ້,​ໂທລະພາບ​ສູນ​ກາງ​ຫວຽດນາມ​ກ່າວ​ວ່າ, ພິທີ​ໄຂ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ 2008 ​ເຮັດ​ໃຫ້ທົ່ວ​ໂລກ​ເລັ່ງສາຍຕາ​ໃສ່​ປັກ​ກິ່ງ, ​ເຮັດ​ໃຫ້​ໂລກ​ສາມາດ​ໃກ້ຊິດ​ກັບປະ​ເທດ​ໃຫຍ່​ທີ່​​ເຂັ້ມ​ແຂງ​ຂຶ້ນໂດຍ​ສັນຕິ,ນີ້​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່ບົດບາດ​ໃນ​ສາກົນ​ຂອງ​ຈີນ​ຍົກ​ສູງ​ຂຶ້ນ​ຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>