ພາ​ສາ​ຈີນ​ໂອ​ລິມ​ປິກ 080812

(GMT+08:00) 2008-08-12 12:59:57 cri
-----------------------------------------------------------------------------------------------------------------

ສຳຄັນ​​ແມ່ນ​ເຂົ້າຮ່ວມ

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່ຮັກ​ແພງ​ທຸກ​ທ່ານ,ສັງຂານ​ແລະວັນນີ​ມາ​ພົບ​ກັບ​ທ່ານ​ອີກ​ແລ້ວ​ໃນ​ລາຍການ​ພາສາ​ຈີນ​ໂອ​ລິ​ມປິກ​ທີ່​ຈັດ​ເປັນ​ພິ​ເສດ​ໃນ​​​ໄລຍະ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ.

ສັງຂານ:ສະບາຍດີ​ມິດ​ລາຍການ​ທີ່​ຄິດຮອດ​ຄິດ​ເຖິງ, ຜູ່​ຈັດ​ລາຍການ​ທັງ​ສອງ​ຫວັງ​ຜ່ານ​ລາຍການ​ນີ້,ທ່ານ​ຈະ​ໄດ້ຮູ້​ໄດ້​ເວົ້າພາສາ​ຈີນ​ກ່ຽວ​ກັບ​ກິລາ​ໂອ​ ລິ​ມປິກຫລາຍ​ຂຶ້ນ​ຕື່ມ​ເນາະ.​ນີ້ວັນນີ,ວັນນີຮູ້ບໍ່​ວ່າ​ໃນ​ໄລຍະ​ງານ​ໂອ​ລິ​ມປິກ​, ມື້​ໃດ​ຈະ​ມີ​ການ​ຊິງ​ຫລຽນ​ຄຳ​ຫລາຍ​ກວ່າ​ຫມູ່?

ວັນນີ:ວັນນີ​​ເບິ່ງ​ໃນ​ຕາ​ຕະລາງ​ແຂ່ງຂັນ​ຮູ້​ແລ້ວ​ວ່າ, ວັນ​ທີ 17 ສິງຫານີ້ຄື ວັນ​ອາທິດ​ທີ່​ຈະມາ​ເຖິງ​ນີ້​ແມ່ນ​ມື້​ທີ່​ຈະ​ມີ​ການ​ຊິງຫລຽນ​ຄຳ​ຫລາຍ​ກວ່າ​ຫມູ່, ຄື​ຈະ​ມີ 29 ຫລຽນພຸ້ນ​ໄດ໋.ຄິດ​ວ່າ​ຮອດມື້​ນັ້ນ, ພວ​ກ​ເຮົາຄື​ຊິ​​ເບິ່ງ​ການ​ແຂ່ງຂັນ​ບໍ່​ຈົນທັນພຸ້ນ​ລະ.

ສັງຂານ:​ເຈົ້າ​ແມ່ນ​ແລ້ວ, ການ ​ໄດ້​ຫລຽນ​ຄຳ​ແມ່ນ​ເລື່ອງ​ທີ່​ຫນ້າ​ພາກ​ພູມ​ໃຈ,​ແຕ່​ວ່າ​ສັງຂານ​ກໍ່​ຄິດ​ວ່າ, ນັກ​ກິລາ​ທຸກ​ຄົນ​ທີ່​ເຂົ້າຮ່ວມ​ການ​ແຂ່ງຂັນ​ນັ້ນບໍ່​ວ່າ​ຈະ​ໄດ້​ຫລຽນ​ຫລືບໍ່ກໍ່​ລ້ວນ​ແຕ່​​ແມ່ນ​ຜູ່​ທີ່​ມີ​ນ້ຳ​ໃຈ​ອັນ​ປະ​ເສີດ.​ເພາະວ່າ​ເຂົາ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ໂອ​ລິ​ມປິກ​ທີ່​ວ່າ ສຳຄັນ​ແມ່ນ​ເຂົ້າຮ່ວມ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ສະນັ້ນ ​ໃນ​ລາຍການ​ມື້ນີ້ ພວກ​ເຮົາ​ກໍ່​ຈະ​ມາ​ຮຽນ​ຄຳ​ວ່າ ສຳຄັນ​ແມ່ນ​ເຂົ້າຮ່ວມ, ພາສາ​ຈີນ​ວ່າ​ແນວ​ໃດ?

ສັງຂານ:ດີ​ຫລາຍ.

ວັນນີ:ສຳຄັນ​ແມ່ນ​ເຂົ້າຮ່ວມ ພາສາ​ຈີນ​ເອີ້ນ​ວ່າ 重在参与

ສັງຂານ:ຈົ້ງ ຈ້າຍ ຊານ ອີ

ວັນນີ:​ເຈົ້າ, ຄຳ​ວ່າ 重 ​ແປ​ວ່າ ສຳຄັນ 在 ຢູ່​ທີ່​ນີ້​ແປ​ວ່າ ​ແມ່ນ ຫລື​ວ່າຍ້ອນ 参与​ແປ​ວ່າ ​ເຂົ້າຮ່ວມ

ສັງຂານ:ອ່ານ​ຕາມ. ​ເວົ້າ​ເຖິງ​ການ​ເຂົ້າຮ່ວມ​ນີ້, ສັງຂານ​ຄິດ​ວ່າ​ບໍ່ພຽງ​ແຕ່​ແມ່ນ​ງານ​ໂອ​ລິ​ມປິກ​ຕ້ອງການ​ມີ​ຄົນ​ເຂົ້າຮ່ວມ​ຢ່າງ​ຫລວງຫລາຍ, ລາຍການ​ຂອງ cri ພວກ​ເຮົາ​ກໍ່​ລໍຖ້າ​ທ່ານ​ມີ​ສ່ວນ​ຮ່ວມ​ນັບ​ມື້​ນັບ​ຫລາຍ​ຂຶ້ນ​ຄື​ກັນ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ​​ເວົ້າ​ເຖິງ​ການ​ເຂົ້າຮ່ວມ, ວັນນີ​ກໍ່​ໄດ້​ຄິດ​ເຫັນ​ຄຳ​ຂວັນ​ຂອງ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ຄັ້ງນີ້.

ສັງຂານ:​ one world one dream ​ໂລກ​ດຽວ​ກັນ ຄວາມ​ຝັນ​ດຽວ​ກັນ ​​ແມ່ນ​ບໍ່​ວັນນີ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ຄຳ​ຂວັນ​ນີ້ ພາສາ​ຈີນວ່າ: 同一个世界 同一个梦想

ຫນຸ່ມ​ໃຫຍ່: ຖົງ​ອີ​ເກີ້​ຊື້​ເຈ້ ຖົງ​ອີ​ເກີ້​ເມິ້ງ​ສ້ຽງ

ວັນນີ: 同一​ແປ​ວ່າ ດຽວ​ກັນ个​ແມ່ນ​ອັນ世界​ແປ​ວ່າ​ໂລກ 梦想 ​ແປ​ວ່າຄວາມ​ຝັນ
ສັງຂານ:ອ່ານ​ຕາມ.

ວັນນີ: 同一个世界 同一个梦想

ສັງຂານ: ອ່ານ​ຕາມ.

ວັນນີ:ນີ້​ສັງຂານ, ຫວ່າງ​ກ່ອນ​ນີ້​ບໍ່ດົນ, ນັກ​ຂ່າວ​ຂອງ​ພະ​ແນ​ກພາສາ​ລາວ​ພວກ​ເຮົາ​ໄດ້​ສຳ​ພາດ​ນາງ​ພິ​ໄລ​ລັກ ສັກ​ປະ​ເສີດ ທີ່​ເປັນ​ນັກ​ກິລາ​ແລ່ນ​ແລະ​ລານ​ຂອງ​ລາວ​ທີ່​ມາ​ຮ່ວມ​ງານ​ໂອ​ລິ​ມປິກ.ນາງ​ໄດ້​ເວົ້າ​ເຖິງສະຖິຕິ​ໂອ​ລິ​ມປິກ​ຂອງນາງ​ເອງ.ຫມາຍ​ຄວາ​ມວ່າ: ​ໄປ​ເຂົ້າຮ່ວມ​ການ​ແຂ່ງຂັນ​ເທື່ອ​ໃດ,ລາວ​ກໍ່​ພະຍາຍາມ​ສ້າງ​ສະຖິຕິ​ໃຫມ່​ທີ່​ດີ​ທີ່​ສຸດ​ຂອງ​ຕົນ​ເອງ.

ສັງຂານ:​ເຈົ້າ​ແມ່ນ​ແລ້ວ, ບໍ່​ແມ່ນ​ວ່ານັກ​ກິລາ​ທຸກ​ຄົນຈະໄດ້​ຫລຽນ​ໃນ​ການ​ແຂ່ງຂັນຫມົດ​ທຸກ​ຄົນ, ​ແຕ່ຍ້ອນ​ມີ​ສ່ວນ​ຮ່ວມ, ​ເຂົາ​ເຈົ້າຈິ່ງ​ໄດ້​ຢືນຢັນ​ນ້ຳ​ໃຈ​ໂອ​ລິ​ມປິກ​ທີ່​ວ່າ ສຳຄັນ​ແມ່ນການ​ເຂົ້າຮ່ວມ, ຍິ່ງ​ສູງ ຍິ່ງ​ໄວ​ແລະ​ຍິ່ງ​ເຂັ້ມ​ແຂງ.

ວັນນີ:​ເຈົ້າ, ສຳຄັນ​ແມ່ນ​ເຂົ້າຮ່ວມ ພວກ​ເຮົາ​ໄດ້​ຮຽນ​ມາ​ແລ້ວ​ແມ່ນ 中在参与 (ອ່ານ​ຕາມ) ບັດ​ນີ້​ພວກ​ເຮົາ​ມາ​ຮຽນ​ວ່າ ຍິ່ງ​ສູງ ຍິ່ງ​ໄວ ຍິ່ງ​ເຂັ້ມ​ແຂງ ພາສາ​ຈີນ​ວ່າ​ແນວ​ໃດ

ສັງຂານ:ດີ​ຄື​ກັນ!
ວັນນີ:ຍິ່ງ​ສູງ​ແມ່ນ 更高 (ອ່ານ​ຕາມ)

 ຍິ່ງ​ໄວ 更快
ຍິ່ງ​ເຂັ້ມ​​更强
ວັນນີ: 更高更快更强

ວັນນີ:ມາ​ຮອດ​ນີ້ ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ​ມື້ນີ້ກໍ່​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ຕອນ​ທ້າຍນີ້ ວັນນີ​ຂໍ​ມອບ​ເພງ 飞得更高 ບິນ​ສູງ​ກວ່າ​ເກົ່າ.

ສັງຂານ:ຫວັງ​ວ່າ​ນັກ​ກິລາ​ທີ່​ເຂົ້າຮ່ວມ​ງານ​ໂອ​ລິ​ມປິກ​ນັ້ນ​ໄດ້​ສ້າງ​ຜົນງານ​ທີ່​ດີ​ເລີດ​ດ້ວຍ​ຄວາມ​ກ້າຫານ.ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>