ທະ​ຫານ​ຟິ​ລິບ​ປິນ​ສັງ​ຫານ​ກຸ່ມ​ປະ​ກອບ​ອາ​ວຸດ​ໂມ​ໂຣ​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ 8 ຄົນ​

(GMT+08:00) 2008-08-12 14:34:11 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 11 ສິງຫາ​ນີ້, ທະຫານ​ຟິລິບ​ປີ​ກ່າວ​ວ່າ, ​ໃນ​ການ​ປະຕິບັດ​ການທາງ​​ທະຫານ​ ​ໃນ 2ມື້​ມາ​ນີ້, ທະຫານລັດຖະບານ​ໄດ້ສັງຫານ​ສະມາຊິກ​ກຸ່ມ​ປະກອບ​ອາວຸດ​ແນວ​ໂຮມ​ປົດ​ປ່ອຍ​ອິສລາມ​ໂມ​ໂຣຫຼືMILF  ​ທີ່​ເປັນ​ກອງ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດ​ຖະບານເສຍ​ຊີວິດ​ຢ່າງ​ຫນ້ອຍ​ 8 ຄົນ.
ຍ້ອນ​ກຸ່ມ​ປະກອບ​ອາວຸດ​ໂມ​ໂຣທີ່​ຍິດ​ເອົາ​ຫມູ່​ບ້ານ​ຂອງແຂວງ​ເບ​ໂກ​ດາ​ບາ​ທີ່ຢູ່​ພາກ​ໃຕ້​ຟິລິບ​ປິ​ນບໍ່​ເອົາ​ຫົວຊາ​ນຳ. ​ນັບ​ແຕ່​ຕອນ​ເຊົ້າ​ວັນ​ທີ 10 ສິງຫາ​ນີ້​ເປັນ​ຕົ້ນ​ມາ, ກອງທະຫານ​ລັດຖະບານ​​​ເລີ່​ມບຸກ​ໂຈມ​ຕີ​ MILF.  ຮອດ​ຕອນ​ຄ່ຳ​ວັນ​ທີ 11 ສິງຫາ​ນີ້, ການ​ປະ​ທະ​ກັນ​ໄດ້​ເຮັດ​ໃຫ້ກຸ່ມ​ປະກອບ​ອາວຸດ​ເສຍ​ຊີວິດ​ຢ່າງ​ຫນ້ອຍ 8 ຄົນ, ມີທະຫານ​ລັດຖະບານ 1 ຄົນ​ເສຍ​ຊີວິດ​ແລະ 12 ຄົນ​ບາດ​ເຈັບ.

ປະຈຸ​ບັນ, ສອງ​ບ້ານໃນຈຳນວນ 15 ບ້ານ​ທີ່​ຖືກ​ຍຶດຄອງ​ຢູ່​ແຂວງ​ເປ​ໂກ​ດາ​ບາ​ໂທ​ທະຫານ​ລັດຖະບານ​ຍຶດຄືນ​ມາ​ໄດ້​ແລ້ວ.ໃນ​ຫວ່າງ​ມໍ່ໆ​ນີ້ ,​ແຂວງ​ດັ່ງກ່າວ​ມີ​ປະຊາ​ຊົນ 1 ​ແສນ 3 ຫມື່ນ​​ໄດ້​ອົບ​ພະຍົບຫນີ​ອອກ​ຈາກ​ບ້ານ​ຕົນ,ລັດຖະບານ​ຟິລິບ​ປິນ​ໄດ້​ກຽມພ້ອມ​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>