ປັກ​ກິ່ງ​ແມ່ນ​ແບບ​ຢ່າງ​ອັນ​ໃໝ່--ສຳ​ພາດ​ປະ​ທານ​ຄະນະ​ກຳ​ມະການ​ໂອ​ລິ​ມປິກ​ອັງ​ກິດ

(GMT+08:00) 2008-08-12 16:27:55 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວCRI:ດຽວ​ນີ້,ການ​ແຂ່ງຂັນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ພວມ​ດຳເນີນ​ຢູ່ຢ່າງ​ຟົດ​ຟື້ນ.​ໃນ​ຂະ​ນະ​ທີ່​ຊົມການ​ແຂ່ງຂັນ​ທີ່​ດຸ​ເດືອດ,ທ່ານ​ໂຄ​ລິນ ​ໂມ​ຍຮານ ປະທານ​ຄະນະ​ກຳ​ມະ​ການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ອັງກິດ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ວຽກ​ງານ​ຈັດຕັ້ງ​ການ​ແຂ່ງຂັນ,​ເພາະວ່າ​ລອນ​ດອນ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ຄັ້ງທີ30​​ໃນ​ປີ2012.ໃນ​ລາຍ​ການ​ສຳພາດ​ບຸກຄົນ​ສຳ​ຄັນມື້​ນີ້,ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ໄດ້​ສຳພາດ​ທ່ານ​​ໂຄ​ລິນ.​ໃນ​ງານ​ກິລາ​ໂອ​ລິ​ມປິກ​ມົສກູ​ປີ1980,​​ທ່ານ​ໂຄ​ລິນ​ທີ່​ເປັນນັກ​ກິລາ​ແຂ່ງ​ເຮືອ​ໃນ​ຄາວ​ນັ້ນ​ໄດ້​ຮັບ​ເອົາຫຼຽນ​ເງິນ​ພ້ອມ​ກັບ​ເພື່ອນ​ຮ່ວມ​ທິມ.​ແຕ່​ນັ້ນມາ,ທ່ານ​ໂຄ​ລິນ​ໄດ້​ເຂົ້າຮ່ວມ​ງານກິລາ​ໂອ​ລິ​ມປິກ​ທຸກຄັ້ງທີ່​ຜ່ານ​ມາ​ໃນ​ຖານະ​ທີ່​ຕ່າງ​ກັນ,​ໄດ້​ພົບ​ພໍ້​ກັບເວລາ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ເກືອບ​​ທຸກ​ເທື່ອໃນ​ປະຫວັດສາດ​ງານ​ກິລາ​ໂອ​ລິ​ມປິກ​ສະ​ໄໝ​ປະຈຸ​ບັນ.
 
ໃນ​ສາຍຕາ​ຂອງ​ບຸກຄົນ​ຜູ້​ອາວຸ​ໂສ​ໃນວົງ​ການ​ກິລາຜູ້​ນີ້,ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ດີ​ເລີດ​ຍອດ​ຢ້ຽມ.ທ່ານ​ໂຄ​ລິນ​ກ່າວ​ວ່າ: "ສິ່ງ​ກໍ່ສ້າງ​ໂອ​ລິ​ມປິກ​ມີ​ຄຸນ​ນະພາ​ບສູງ​ຫຼາຍ,​ໄດ້​ໃຫ້ບົດຮຽນຫຼາຍ​ໃຫ້​ພວກ​ຂ້າພະ​ເຈົ້າ.ສິ່ງ​ກໍ່ ສ້າງ​ໂອ​ລິ​ມປິກ​ປັກ​ກິ່ງ​ແມ່ນ​ດີກ​ວ່າ​ໝູ່​ທີ່​ຂ້າພະ​ເຈົ້າ​ເຄີຍ​ເຫັນ.ນະ​ທີ່​ນີ້,ຂ້າພະ​ເຈົ້າຂໍ​ອວຍ ພອນ​ຄະນະ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ງານ​ກິລາ​ໂອລິ​ມປິກ​ຈະ​ດີ​ເດັ່ນ​ຍອດ​ຢ້ຽມ​ຍ້ອນ​ວຽກ​ງານ​ກະກຽມ​ຂອງ​ພວກ​ເພີ່ນ​."
 
ທ່ານ​ໂມຍນິຮັນ ກ່າວ​ວ່າ, ການຈັດ​ງານ​ກິລາ​ໂອ​ລິມ​ປິກ​ເວົ້າ​ສຳ​ລັບ​ປັກ​ກິ່ງ​ແລະ​ຈີນ​ແລ້ວ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງຍາວ​ໄກ.​ເດືອນ​ສິງຫາ​ນີ້​ຈະ​ຝາກ​ມໍລະດົກອັນ​ລ້ຳ​ຄ່າ​ແລະ ​ຄວາມສຸກ​​ໄວ້ໃຫ້​ແກ່​ຄົນ​ຮຸ່ນ​ຫຼັງ,ທ່າ​ນ​ເຊື່ອ​ວ່າ,ຄວາມ​ກະຕືລື​ລົ້ນ​ຕໍ່​ກິລາ​ແລະ​ຄວາມ​ເຄົາລົບ​ຕໍ່​ນ້ຳ​ໃຈ​ໂອ​ລິ​ມປິກ​ຈະ​ສືບ​ທອດ​ກັນ​ໄປ​ຢູ່​ຈີນ.ທ່ານ​ກ່າວ​ວ່າ:
 
 "ຫຼັງ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​,ສິ່ງ​ກໍ່ສ້າງ​ຂອງ​ງານໂອ​ລິ​ມປິກທີ່​ມີຄຸນ​ນະພາ​ບສູງ​ຈະ​ສືບ​ຕໍ່​ຮັບ​ໃຊ້​ມວນ​ຊົນ.ຄວາມ​ກະຕືລື​ລົ້ນ​ຕໍ່​ກິລາ​ແລະ​ງານ​ໂອ​ລິ​ມປິກ​ຂອງ​ຄົນ​ຈີນ​ຈະຮັກສາ​ໄວ້​ໃນ​ລະດັບ​ສູງ​ຢ່າງ​ຕໍ່​ເນື່ອງ,​​ເລື່ອງ​ນີ້ຈາກ​ການ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ​ກໍ່​ໄດ້​ປະກົດ​ເຫັນ​ແລ້ວ,​ເພາະ​ວ່າ​ຢູ່​ສອງ​ຟາກ​ທາງ​ສົ່ງ​ຕໍ່​ທວນ​ໄຟ​ມີ​ຄົນ​ຢ່າງ​ຫຼວງ​ຫຼາຍໄຊ​ໂຍ​ໂຮ​ຮ້ອງ​ຊົມ​ເຊີຍ​ທວນ​ໄຟ.ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ,ຢູ່​ຈີນ,​ເນື້ອ​ຫາ​ຂອງນ້ຳ​ໃຈ​ກິລາຈະ​ອຸດົມ​ສົມບູນ​ກວ່າ​ເກົ່າ​ແລະ​ຍົກ​ສູງ​ຂຶ້ນ​ສູ່​ລະ​ດັບໃໝ່."
 
ໃນ​ຂະນະ​ທີ່​ຍ້ອງຍໍ​ວຽກ​ງານ​ກະ​ກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ທ່ານ​ໂມຍນີ​ຮັນ​ກໍ່​ຮູ້ສຶກ​ ກົດ​ດັນ​ທີ່​ການຈັດ​ງານ​ທີ່​ດີ​​ເດັ່ນຂອງ​ຈີນ​ນຳ​ມາ​ໃຫ້​.ທ່ານ​ກ່າວ​ວ່າ,ປັກ​ກິ່ງ​ແມ່ນ​ແບບຢ່າງ​​ໃໝ່​ອັນ​ໜຶ່ງ,​ໄດ້​ຍົກ​ສູງ​ມາດ​ຕະຖານ​ແຫ່ງ​ການ​ກຽມ​ຈັດ​ງານ​ກິລາ​ໂອ​ລິ​ມປີກ,ທັງ​ໄດ້ສ້າງ​ຄວາມ​ກົດ​ດັນ​ໄປ​ໃຫ້​​ຕົວ​ເມືອງ​ ທີ່​ຈະ​ຈັດ​ງານ​ກິລາ​ໂອ​ລິ​ມປິກຄັ້ງ​ຕໍ່​ໄປ.ທ່ານ​ກ່າວ​ວ່າ:
 
 "ການ​ທ້າ​ທາຍ​ແມ່ນ​ເດັ່ນ​ຊັດ​ທີ່​ສຸດ,ປັກ​ກິ່ງ​ເອົາ​ໃຈ​ໃສ່​ນຳ​ຂໍ້​ປີກ​ຍ່ອຍ​ໃນ​ການ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ,ນີ້​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ພວກ​ຂ້າພ​ະ​ເຈົ້າ.​ເທື່ອ​ນີ້​ພວກ​ຂ້າພະ​ເຈົ້າ​ມີ​ພະນັກ​ງານ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ100​ກວ່າ​ຄົນ​ມາ​ຖອດ​ຖອນ​ບົດ​ຮຽນ​ຂອງ​ປັກ​ກິ່ງ,ຈາກ​ການ​ກິ່ນ​ດື່ມ​ຮອດ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ,ຈາກ​ການ​ບໍລິ​ການ​ນັກ​ກິລາ​ຮອດ​ການ​ຄຸ້ມ​ຄອງ​ສິ່ງ​ກໍ່ສ້າງ,ມີ​ບົດ​ຮຽນ​ຫຼາ​ຍຢ່າງ​ແມ່ນ​ເປັນ​ຕາ​ຮຽນນຳ."
 
ເຖິງ​ວ່າ​ທ່ານ​ໂມຍ​ນີຮານ​ໄດ້ຮູ້ສຶກ​ເຖິງ​ແຮງ​ກົດ​ດັນ​ທີ່​ນັບ​ມື້​ນັບ​ຫຼາຍ​ກໍ່ຕາມ, ​ແຕ່​ທ່ານ​ຍັງ​ມີ​ຄວາມ​ໝັ້ນ​ໃຈທີ່​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ເທື່ອ​ໜຶ່ງ​ທີ່​ດີ​ເດັ່ນ​ຫຼັງ​ຈາກ4ປີ. ທ່ານ​ໂມ​ນິຮານ​ທັງ​ຍິ້ມ​ທັງ​ເ​ວົ້າວ່າ, ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ແມ່ນ​ໂອ​ກາດ​ທີ່​ຫາ​ຍາກ​ທັງ​ມີ​ຄວາມ​ສຳຄັນ​ຕໍ່​ອັງກິດ. ທ່ານ​ກ່າວ​ວ່າ,
 
ອັງກິດ​ຈະ​ມີ​ນັກ​ກິລາ​ຫຼາຍ​ກວ່າ​600ຄົນ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ, ​ເທື່ອ​ນີ້​ມີ313ຄົນ​ມາ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ. ​ໃນ​ດ້ານ​ການ​​ເຂົ້າ​ຮ່ວມ​ຂອງ​ມວນ​ຊົນ, ພວກ​ຂ້າ​ພະ​ເຈົ້າ​ມີ​ມາດ​ຕະການ​ສະ​ໜັບ​ສະໜູນ​ທີ່​ແຂງ​ແຮງ​ຕໍ່​ການ​ເຄື່ອນ​ໄຫວ​ກິລາ​ຂອງ​ຄົນ​ປົກກະຕິ​ແລະ​ຄົນ​ພິ​ການ. ຄວາມ​ກະຕືລື​ລົ້ນ​ຂອງປະຊາຊົນ​ອັງກິດຕໍ່​ກິລາ​ກໍ່​ສູງ​ຂຶ້ນ​ໃນລະດັບ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ, ການ​ທີ່​ສາ​ມາດຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ2012ກໍ່​ແມ່ນ​ໂອກາດ​ທີ່​ຫາ​ຍາກ​ສຳລັບ​ປະ​ເທດ​ເຮົາ.
 
ທ່ານ​ໂມຍ​ນິຮານ​ເຜີຍ​ໃຫ້​ຮູ້​ວ່າ, ​ເປົ້າ​ໝາຍ​ຂອງ​ອັງກິດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ລອນ​ດອນ​ແມ່ນ​ເປັນ​ອັນ​ດັບ4​ໃນຕາ​ຕະ​ລາງ​ຫຼຽນ. ທ່ານ​ເຫັນ​ວ່າ, ລະດູ​ຮ້ອນ​ປີ​ນີ້, ຄວາມ​ພະຍາຍາມ​ຂອງ​ນັກ​ກິລາ​ອັງ​ກິດ​ບໍ່ພ​ຽງ​ແຕ່​ແມ່ນ​ເພື່ອ​ໄດ້​ຮັບ​ຜົນງານ​ທີ່​ດີ​ຢູ່​ປັກ​ກິ່ງ​ເທົ່າ​ນັ້ນ, ​ແຕ່​ຍັງ​ແມ່ນ​ເພື່ອ​ກະກຽມ​ສ້າງ​ຜົນງານ​ໃຫ້​ດີ​ເພື່ອງານກິ​ລາ​ໂອ​ລິ​ມ ປິກ​ເທື່ອ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>