ອາສາ​ສະໝັກຕ່າງປະ​ເທດ ທິວ​ທັດ​ທີ່​ສວຍ​ງາມ​ຂອງ​ງານ​ກິລາໂອ​ລິ​ມປິກ

(GMT+08:00) 2008-08-12 20:26:55 cri
-----------------------------------------------------------------------------------------------------------------
ໃນ​ງານ​ກິລາ​​ແບບ​ສັງ​ລວ​ມທຸກ​ຄັ້ງ​,ລ້ວນ​ແຕ່​ໄດ້​ເຫັນອາສາ​ສະໝັກ, ​ເຂົາ​ເຈົ້າ​ສາມາດ​ໃຫ້ການ​ບໍລິການ​ທີ່​ດີແກ່​ນັກ​ກິລາ​ທີ່​ມີ​ວັດທະນະທຳຕ່າງກັນ. ​ໃນງານ​​ໂອ​ລິ​ມປິກ​ປັກ​ກິ່ງ, ກໍ່​ມີ​ອາສາ​ສະໝັກ​ແບບ​ນີ້​ຄື​ກັນ. ​ໃນ​ລາຍການ "ບົດບັນທຶກປະຈຳ​ວັນ​ຂອງ​ແສງ​ທອງ", ພວກ​ເຮົາ​ຈະ​ແນະນຳ​ອາສາ​ສະໝັກ​ຕ່າງປະ​ເທດໃນ​ງານ​ໂອ​ລິ​ມປິກ​ປັກ​ກິ່ງ​ສູ່​ທ່ານ​ຟັງ.

ໃນ​ງານ​​ໂອ​ລິ​ມປິກ​ປັກ​ກິ່ງ, ບໍ່ພຽງ​ແຕ່​ມີ​ອາສາ​ສະໝັກ​ຄົນ​ຈີນ​ເປັນລ້ານ​ຄົນ​ໃຫ້ການ​ບໍລິການ​ແກ່​ແຂກ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ເທົ່າ​ນັ້ນ,ຍັງ​ມີ​ອາສາ​ສະໝັກ​ຕ່າງປະ​ເທດຫຼາຍໆ​ຄົນ, ​ເຂົາ​ເຈົ້າ​ເຮັດ​ວຽກ​ຢູ່​ສະໜາມກິລາ​ໂອ​ລິ​ມປິກ​ຕ່າງໆ​ແລະຖະໜົນ​ຕ່າງໆ​ຢູ່​ປັກ​ກິ່ງ, ດຳ​ລົງ​ຊີວິດ​ເປັນ​ອາສາ​ສະໝັກ​ທີ່​ມີ​ຫຼາກ​ຫຼາຍ​ສີສັນ. ​ໃນ​ຖານະ​ເປັນນັກ​ຂ່າວ​ໂອ​ລິ​ມປິກ, ອາສາ​ສະໝັກ​ເຫຼົ່ານີ້​ກໍ່​ໄດ້​ເຮັດ​ໃຫ້​ແສງ​ທອງ​ສົນ​ໃຈ​ນຳ.

ຕອນ​ເຊົ້າ​ມື້​ນີ້, ​ໃນ​ເວລາ​ສຳພາດ, ​ແສງ​ທອງ​ກໍ່​ໄດ້​ພົບ​ອາສາ​ສະໝັກ​ກາ​ນາ​ຕາ​ຜູ້​ໜຶ່ງ, ​ເພິ່ນ​ເຄີຍ​ຮຽນ​ຢູ່​ຈີນ, ​ເວົ້າ​ພາສາ​ຈີນ​ເກັ່ງ, ​ເມື່ອ​ລົມກັບ​ເພິ່ນ​ແລ້ວ, ​ແສງ​ທອງ​ຈຶ່ງ​ຮູ້​ວ່າ, ຄົນ​ຕ່າງປະ​ເທດ​ມາ​ເປັນ​ອາສາ​ສະໝັກ​ຂອງ​ງານໂອ​ລິມປິກ​ປັກ​ກິ່ງ, ຍັງ​ຕ້ອງ​ຜ່ານ​ການ​ສອບ​ເສັງຫຼາຍ​ເທື່ອ.

ແສງ​ທອງ​ຄຶດ​ວ່າ, ການ​ສອບ​ເສັງຂອງ​ເຂົາ​ເຈົ້າ​ເປັນການ​ສອບ​ເສັງ​ແບບງ່າຍໆ, ຄື​ສອບ​ແຕ່ປະ​ຫວັດ​ສາດຂອງ​ຈີນຫຼືວັດທະນະທຳ​ຂອງ​ໂອ​ລິມປິກ​ເທົ່ານັ້ນ,ແຕ່​ຄຳ​ຕອບ​ຂອງ​ອາສາ​ສະໝັກ​ກາ​ນາ​ດາ​ຜູ້​ນີ້​ພັດເຮັດ​ໃຫ້​ແສງ​ທອງ​ແປກ​ໃຈ​ຫຼາຍ,ນາງ​ເວົ້າວ່າ:"ກ່ອນ​ອື່ນ, ພວກ​ເຮົາ​ຕ້ອງ​ຜ່ານ​ການ​ໂຕ້​ວາທີ, ພວກ​ອາຈານ​ຈະອອກ​ຫົວ​ຂໍ້ປະມານສາມ​ສີ່ຂໍ້​ໃຫ້​ພວກ​ເຮົາ, ຂ້ອຍ​ຈື່​ໄດ້​​ແຕ່​ຂໍ້​ດຽວ,ຄື ຫົວ​ຂໍ້​ແມ່ນ ຄົນ​ທັງ​ຫຼາຍ​ຍັງ​ເອົາ​ໃຈ​ໃສ່​ກິລາ​ຫຼືບໍ່. ​ເວລາ​ນັ້ນ, ພວກ​ເຮົາ​ໂຕ້​ວາທີ​ຢ່າງ​ດຸ​ເດືອດ, ມີ​ຜູ້​ຊ່ຽວຊານ​ທີ່​ມາ​ຈາກ​ຈີນຫຼາຍ​ຄົນຟັງ​ຢູ່​ລຸ່ມ, ພວກ​ເພິ່ນ​ແມ່ນ​ຄະນະ​ກຳມະການ​ປະ​ກວດ​ອາສາ​ສະໝັກ. ຕໍ່​ຈາກ​ນັ້ນ​ແມ່ນ, ​ກວດກາ​ການ​ແຕ່ງ​ບົດ​ຄວາມຂອງ​ພວກ​ເຮົາ, ຂ້ອຍ​ຍັງ​ຈື່​ວ່າ, ​ພວກ​ເພິ່ນ​​ໃຫ້​ຂ້ອຍ​ເບີ່​ງການ​ແຂ່ງຂັນບານ​ສົ່ງ​ເທື່ອ​ໜຶ່ງ, ​ແລ້ວ​ແຕ່ງ​ບົດ​ໜຶ່ງ. ​ແນວ​ໃດ​ກໍ່ຕາມ, ຂ້ອຍສອບ​ຜ່ານ​ໃນ​ທີ່​ສຸດ."

ຢູ່​ສະໜາມກິລາ​ແຫ່ງ​ຊາດ​ທີ່​ຢູ່​ໃກ້ສະໜາມ​ກິລາ "ນ້ຳກ້ອນ 4 ຫຼ່ຽມ", ​ແສງ​ທອງ​ຍັງ​ໄດ້​ເຫັນ​ອາສາ​ສະໝັກ​ອົກ​ຕຼາລີ​ຜູ້ຍິງ​ທີ່​ຫຸ່ນ​ດີ​ຜູ້​ໜຶ່ງ. ​ເພິ່ນ​ຮັບຜິດຊອບວຽກ​ງານ​ບໍລິການ​ກ່ຽວ​ກັບ​ລາຍການ​ກາຍຍະກຳ​ສາກົນ. ​​ເພິ່ນ​ບອກ​​ແສງ​ທອງວ່າ:"ຂ້ອຍ​ມັກ​ລາຍການນີ້ຫຼາຍ, ​ໃນ​ເວລາ​ຍັງ​ນ້ອຍ, ຂ້ອຍ​ກໍ່​ເກືອບ​ໄດ້​ໄປ​ຫັດກາຍຍະ​ກຳ​ແລ້ວ, ຕໍ່​ມາ​ພັດ​ປະລະ, ​ເພາະວ່າ​ໄດ້​ເຂົ້າ​ຮ່ວມກອງເຊຍ. ​ກອງເຊຍ​ກໍ່​ຖື​ເປັນ​ການແຂ່ງຂັນຊະນິດໜຶ່ງ, ບໍ່ພຽງ​ແຕ່​ແມ່ນ​ບໍລິການ​ໃຫ້​ແກ່ກາ​ນ​ແຂ່ງຂັນ​ກິລາ​ເທົ່າ​ນັ້ນ. ​ແຕ່​ກ່ອນ, ຢູ່​ໂຮງຮຽນອຸດົມ, ຂ້ອຍ​ກໍ່​ແມ່ນ​ຫົວໜ້າ​ຂອງກອງເຊຍ, ສະ​ນັ້ນ, ຂ້ອຍ​ມັກ​ເບີ່​ງການ​ຕີລັງກາ​ຢູ່​ເທີງ​ອາກາດ, ​ເພາະ​ວ່າ​ມັນເຮັດ​ໃຫ້​ຂ້ອຍ​ຄິດ​ເຖິງ​ອະດີດ."

​ແສງ​ທອງຖາມ​​ເພິ່ນວ່າ, ດຽວ​ນີ້, ​ແຕ່​ລະ​ມື້​ລາວ​ເຮັດ​ວຽກ​ຫຍັງ, ນາງ​ບອກ​ວ່າ: "​ແຕ່​ລະ​ມື້, ພວກ​​ເຮົາ​ກໍ່​ຕ້ອງ​ອົບຮົມ, ຈາກດ້ານ​ມາລະຍາດ​ຮອດ​ການ​ແກ້​ບັນຫາ, ໜ້າ​ທີ່​ຮັບຜິດຊອບ​ແຕ່​ລະ​ມື້ກໍ່​ຖືກ​ແບ່ງ​ຢ່າງ​ຈະ​ແຈ້ງ. ວຽກ​ງານ​ຂອງ​ຂ້ອຍຕົ້ນຕໍ​ແມ່ນ​ບໍລິການ​ສື່​ມວນ​ຊົນ​ຕ່າງປະ​ເທດ, ​ເຊັ່ນ: NBC ຫຼື BBC, ຂຽນ​ກ່າຍບົດ​ບັນທຶກ​ການ​ສຳພາດ​ນັກ​ກິລາ​​ໃຫ້​ເຂົາ​ເຈົ້າ. ຂ້ອຍ​ຮັບຜິດຊອບ​ລາຍການ​ກາຍຍະ​ກຳ​ສາກົນ, ກ່ຽວ​ກັບ​ຫົວ​ຂໍ້, ນັກ​ກິລາ​ແລະ​ເລື່ອງ​ລາວດ້ານກາຍຍະກຳ, ລ້ວນ​ແຕ່​ຖາມ​ຂ້ອຍ​ໄດ້ໝົດ."

​ເມື່ອ​ໄດ້​ຍິນ​ເພິ່ນ​ເວົ້າ​ແນວ​ນີ້​ແລ້ວ, ​ແສງ​ທອງ​ຍົກ​ນິ້ວ​ໂປ້​ມື, ​ແລະ​ຍ້ອງ​ວ່າ: "​ເຈົ້າ​​ເກັ່ງຫຼາຍ."

ນາງ​ຊາ​ຣາ ​ແຟຼນ​ເຈີ ທີ່ຫາ​​ກໍ່​ຮຽນ​ຈົບຢູ່​ວິທະຍາຄານ​ຂ່າວ​ມະຫາວິທະຍາ​ໄລ​ມິ​ຊຸລີ​ອາ​ເມ​ລິ​ກາ, ກໍ່​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ໃນຖານະເປັນ​ອາສາ​ສະໝັກ, ນາງ​ເປັນ​ອາສາ​ສະໝັກຕ່າງປະ​ເທດ​ທີ່​ງາມ​ກວ່າໝູ່​ທີ່​ແສງ​ທອງ​ເຄີຍ​ເຫັນ​, ​ເຖິງ​ວ່າ​​ນາງມີ​ແຕ່ 22 ປີ, ​ແຕ່​ພັດ​ມີປະສົບ​ການ​ທີ່​ຄົນ​ລຸ້ນດຽວ​ກັນ​ບໍ່​​ເຄີຍມີ,ຄື ນາງ​ເຄີຍ​ຖືກ​ປະ​ກວດເປັນ​ນາງ​ສາ​ວລັດ​ມິ​ຊຸລີ​ໃນ​ປີ 2006.
ນາງ​ເຄີຍ​ເປັນ​ພິທີ​ກອນ​ຂອງ​ບໍລິສັດ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ອາ​ເມ​ລິ​ກາຫຼືNBC.

ນີ້​​ແມ່ນ​ນາງ​ຊາ​ລາມາ​ເມືອງ​ຈີນ​ເປັນ​ເທື່ອ​ທຳ​ອິດ,ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ປັກ​ກິ່ງ​ສຳລັບ​ນາງ​ແມ່ນ​ສິ່ງ​ໃໝ່ໆ​ທັງ​ນັ້ນ.​ໃນ​ສອງ​ອາທິດ​ທຳ​ອິດ​ຫຼັງ​ຈາກ​ມາ​ຮອດ​ປັກ​ກິ່ງ,ນາງ​ຊາ​ລາ​ກໍ​ອົດ​​ໄປ​ທ່ຽວ​ນະຄອນ​ປັກ​ກິ່ງ​ບໍ່​ໄດ້,​ເພິ່ນ​ໄດ້​ໄປ​ທ່ຽວ​ພາລາດຊະ​ວັງ​ກູ້​ກົງ ຫໍ​ຟ້າ​ທຽນ​ທັນ​ແລະ​ໜອງ​ໂຮ້ວ​ໄຫ.ນາງ​ເອົາ​ຮູບ​ຖ່າຍ​ຂອງ​ຕົນເອງມາ​ໂຊ​ໃຫ້​​ແສງ​ທອງເບິ່ງ:"​ເຈົ້າ​ເບິ່ງ​ແມ້,ນີ້​ແມ່ນ​ຮູບ​ທີ່​ຂ້ອຍ​ນຸ່ງ​ຊຸດ​ບູຮານ,ຄື​ສະໜົມ​ເອກ​ບໍ່,ຮາໆ.​"ແສງ​ທອງ​ໄດ້​ເຫັນ​ຮູບຊົງ​ທີ່​ດີ​ອົກ​ດີ​ໃຈຂອງ​ນາງ,ກໍ່​ອົດ​ຫົວ​ບໍ່​ໄດ້.

ນາງ​ຊາ​ລາ​ຍັງ​ໄດ້​ຊື້​ຮູບ​ແຕ້ມ 3 ​ແຜນ​ຢູ່​ໜອງ​ໂຮ້ວ​ໄຫ,ຮູບ​ແຕ້ມ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ຮູບ​ແຕ້ມ​ປູ​ສະ​ນີຍະສະ​ຖານ​ຂອງ​ປັກ​ກິ່ງ,ນາງ​ເວົ້າ​ວ່າ,ນາງ​ມັກ​ຄວາມ​ງາມ​ຂອງ​ວັດທະນະທຳ​ຈີນ​ຫຼາຍ,ນາງ​ຢາກ​ຕິດ​ຮູບ​ແຕ້ມ​ເຫຼົ່າ​ນີ້​ຢູ່​ເທິງ​ຫ້ອງ​ນອນ​ຂອງ​ຕົນ,​ແລ້ວ​ເລົ່າ​ເມືອງ​ປັກ​ກິ່ງ​ໃນ​ສາຍຕາ​ຂອງ​ນາງ​ໃຫ້​ຄົນ​ອ້ອມ​ຂ້າງ​ຟັງ."ຫຼັງ​ຈາກ​ມາ​ຮອດ​ປັກ​ກິ່ງ​ແລ້ວ,ຊີວິດ​ທີ່​ມີ​ຮຽບ​ຮ້ອຍ,ຄົນ​ທັງຫຼາຍ​ທີ່​ເມດ​ຕາ​ໃຈດີ​ແລະ​ອາຫານ​ແຊບ​ທີ່​ກິນ​ບໍ່​ໝົດ,ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ເຮັດ​ໃຫ້​ຂ້ອຍ​ປະ​ທັບ​ໃຈ​ທີ່​ສຸດ."

ຢູ່​ປັກ​ກິ່ງ,ສິ່ງ​ທີ່​ນາງ​ຊາ​ລາ​ມັກ​ທີ່​ສຸດ​ມີ 2 ຢ່າງ​ຄື:​ໃບຊາ​ແລະ​ເປັດ​ປັກ​ກິ່ງ."ຂ້ອຍ​ຊື້​ຊາ 10 ກວ່າ​ຊະນິດ​ເພື່ອ​ເອົາ​ເມືອ​ອາ​ເມ​ລິ​ກາ.ຊາ​ຊະນິດ​ໜຶ່ງ​ທີ່​ຂ້ອຍ​ຊື້​ມີ​ຮູບ​ຮ່າງ​ເປັນ​ກ້ອນ​ມົນ​ໆ​ມີ​ຂົນ,​ເວລາ​ເອົາ​ໃສ່​ຈອກ​ແລ້ວ​ຊົງ​ດ້ວຍ​ນ້ຳ​ຮ້ອນ,ມັນ​ກໍ່​ຈະ​ບານ​ເປັນ​ດອກ​ໄມ້,​ເວລາ​ນັ້ນ,ຂ້ອຍ​ປະຫຼາດ​ໃຈ​ຫຼາຍ​ຈົນ​ອ້າປາກ​ຄ້າງ.ຍັງ​ມີ​ເປັດ​ປັກ​ກິ່ງ,ລອງ​ຄິດ​ເບິ່ງ​ກິ່ນ​ຫອມ​ຂອງ​ມັນ……​ໂອ້​ຍ!​​ເຈົ້າ​ຮູ້​ບໍ່​ວ່າ,ມັນ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ຫິວ​ຂຶ້ນ​ມາ​ທັນທີ".​ໄດ້​ລົມ​ກັບ​ນາງ,​ເຮັດ​ໃຫ້​ແສງ​ທອງ​ດີ​ໃຈ​ຫຼາຍ.​ໃນ​ຕອນ​ທ້າຍ,ນາງ​ຍັງ​​ເວົ້າ​ວ່າ:ນາງ​ຍັງ​ມີ​ບ່ອນ​ໜຶ່ງ​ທີ່​ຢາກ​ໄປ​ທີ່​ສຸດ,ນັ້ນ​ກໍ່​ຄື​ຊຽງ​​ໄຮ້,"ຫຼາຍ​ຄົນ​​ເວົ້າ​ວ່າ​ໄປ​ປະ​ເທດ​ຈີນ,ຕ້ອງ​ໄປ​ທ່ຽວ​ຊຽງ​ໄຮ້.ຂ້ອຍ​ຢາກ​ໄປ​ເບິ່ງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຊຽງ​ໄຮ້,​ໄດ້​ຍິນ​ວ່າ​ຄື​ກັນ​ກັບ​ນີວຢອກ,ຂ້ອຍ​ມັກ​ກິ່ນ​ອາຍ​ຂອງ​ຄວາມ​ທັນ​ສະ​ໄໝ,ມັກ​ຊື້​ເຄື່ອງ,ຍິງ​ສາວ​ກໍ່​ແບບ​ນີ້​ແຫລະ,ມັກ​ເລາະ​ຮ້ານ​ຄ້າ."​ແສງ​ທອງ​ບອກ​ນາງ​ວ່າ:"​ເຈົ້າ​ໄປ​ຖືກ​ບ່ອນ​ແລ້ວ,ຊຽງ​ໄຮ້​ແມ່ນ​ສະຖານ​ທີ່​ເໝາະ​ສົມ​ໃນ​ການ​ເລາະ​ຊື້​​ເຄື່ອງ."​ເມື່ອ​ໄດ້​ຮັບ​ຄວາມ​ຢືນຢັນ​ຂອງ​ແສງ​ທອງ,ນາງ​ຊາ​ລາ​ກໍ່​ຈັບ​ມື​ຂ້ອຍ​ແລ້ວ​ເວົ້າ​ວ່າ:"ຫຼັງ​ຈາກ​ງານ​ໂອ​ລິ​ມປິກ​ແລ້ວ,​ເຈົ້າພາ​ຂ້ອຍ​ໄປ​ຊຽງ​ໄຮ້​ສາ!"

ອາສາ​ສະໝັກ​ຕ່າງປະ​ເທດ​ທີ່​ສະຫຼາດ​ຫຼັກ​ແຫຼມ ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ແລະ​ຄວາມ​ກະຕືລື​ລົ້ນ​ເຫຼົ່າ​ນີ້,​ແມ່ນ​ທິວ​ທັດ​ທີ່​ສວຍ​ງາມ​ຂອງ​ງານ​ໂອ​ລິມປິກ​ປັກ​ກິ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>