ພາ​ສາ​ຈີນ​ໂອ​ລິມ​ປິກ 080813

(GMT+08:00) 2008-08-13 15:33:48 cri
-----------------------------------------------------------------------------------------------------------------

ຊົມ​ການ​ແຂ່ງຂັນ​ຢູ່​ສະຫນາມ

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ,ພົບ​ກັນ​ອີກ​ແລ້ວ​​ໃນ​ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ.

ສັງຂານ:​​ເຈົ້າສະບາຍດີ​ທ່ານ​ຜູ່​ຟັງ​,ງານ​ໂອ​ລິ​ມປິກ​ກໍ່​ສາມາດ​ຖື​ເປັນ​ງານ​ຊຸມ​ນຸມກິລາ​ທີ່​ໃຫຍ່​ໂຕ​ທີ່​ສຸດ.​ເຖິງ​ວ່າ​ຈະ​ມີ​ຄົນ​ໄດ້​ຊະນະ​ມີ​ຄົນ​ເສຍ​ໄຊ, ມີ​ຄົນ​ດີ​ໃຈ​ມ່ວນ​ຊື່ນ​ມີ​ຄົນ​ໂສກ​ເສົ້າ​ເສຍ​ໃຈ,​ແຕ່​ບໍ່​ວ່າ​ແມ່ນ​ນັກ​ກິລາ​ຫລືວ່າ​ຜູ່​ຊົມ​ກໍ່​ສາມາດ​ຊົມ​ໃຊ້​ຄວາມ​ມ່ວນ​ຊື່ນ​ຂອງ​ກິລາ​ຈາກ​ການ​ແຂ່ງຂັນຮ່ວມ​ກັນ​.​ແມ່ນ​ບໍ່?ວັນນີ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ສ່ວນ​ຜູ່​ຊົມ​ທີ່​ໄດ້​​ໄປ​ເບິ່ງ​ການ​ແຂ່ງຂັນ​ຢູ່​ສະຫນາມ ກິລາ​ນັ້ນກໍ່​ຍິ່ງ​ຮູ້ສຶກ​ເຖິງ​ຄວາມ​ຟົດຟື້ນຄວາມ​ກະຕືລື​ລົ້ນ​ທີ່​ກິລາ​ນຳ​ມາ​ໃຫ້​ເຂົາ​ເຈົ້າ​.ວັນນີ​ກໍ່​ໂຊກ​ດີ​ທີ່​ໄດ້​ໄປ​ເບິ່ງ​ການ​ແຂ່ງຂັນ​ຮອບ​ຫນຶ່ງຢູ່​ສະຫນາມກິລາ.

ສັງຂານ:​ໂອ?​ແມ່ນ​ຫວະ?ວັນນີ​ໄດ້​ໄປ​ເບິ່ງ​ການ​ແຂ່ງຂັນ​ຫຍັງ​ແລ້ວ?

ວັນນີ:ວັນນີ​ໄດ້​ໄປ​ເບິ່ງ​ການ​ແຂ່ງຂັນ​ບານ​ສົ່ງ,​ແລະ​ວັນນີ​ຢາກ​ລົມ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ບານ​ສົ່ງ​ທີ່​ວັນນີ​ເບິ່ງ​ໃນ​ເທື່ອ​ນີ້​ກັບ​ສັງຂານ, ​ເພື່ອ​ສອນ​ຈັກ​ສອງ​ສາມ​ປະ​ໂຫຍ​ກ​ກ່ຽວ​ກັບ​ບານ​ສົ່ງ​​ໃຫ້​ຜູ່​ຟັງຮູ້,ດີ​ບໍ່​ສັງຂານ.

ສັງຂານ:ກະ​ດີ​ຄື​ກັນ.

ວັນນີ:ມື້​ຄືນວານ​ນີ້ ວັນນີ​ໄດ້​ໄປ​ເບິ່ງ​ການ​ບານ​ສົ່ງ​ເພດ​ຊາຍ, ບານ​ສົ່ງ​ ພາສາ​ຈີນ​ວ່າ​ແນວ​ນີ້ 排球​ເພດ​ຊາຍ 男子  男子排球

ສັງຂານ: ຫນານ​ຈື່ ຜາຍ​ຊິວ

ວັນນີ:ຫລື​ວ່າ ​ເວົ້າຫຍໍ້ໆ​ວ່າ 男排 ກໍ່​ໄດ້

ສັງຂານ:ຫນານ​ຜາຍ.ວັນນີ​​ໄປ​ເບິ່ງການ​ແຂ່ງຂັນ​ບາ​ນສົ່ງ​ລະຫວ່າງ​​ໃຜ​ກັບ​ໃຜ?

ວັນນີ:ທິມຈີນ​ຕໍ່ສູ່​ກັບ​ທິມ​ເວ​ເນ​ຊູ​​ເອ​ລາ.ທິມຫລື​ຄະນະ ພາສາ​ຈີນ​ເອີ້ນ​ວ່າ 队 ທິມຈີນ​ກໍ່​ແມ່ນ 中国队 ທິມ​ເວ​ເນ​ຊູ​ແອ​ລາ​ແມ່ນ 委内瑞拉队 ສ່ວນ​​ແຂ່ງ​ກັບ​ຫລື​ສູ້​ກັບ​ນັ້ນ ພາສາ​ຈີນ​ກໍ່​​ເວົ້າວ່າ 对 .

ສັງຂານ:​ໂອ, ພາສາ​ຈີນ​ຄຳ​ວ່າ​ທິມກັບສູ້​ກັບ ​ແມ່ນ​ອອກສຽງ​ຄື​ກັນ​ບໍ່?

​ວັນນີ​:​ເຈົ້າ​ແມ່ນ​ແລ້ວ, ອອກສຽງ​ເປັນ dui ຄື​ກັນ, ​ແຕ່​ວ່າການ​ຂຽນ​ແລະ​ຄວາມ​ຫມາຍ​ກໍ່​ຕ່າງ​ກັນ. ​ການ​ແຂ່ງຂັນ​ໃນ​ມື້​ຄືນວານ​ນີ້​ດຸ​ເດືອດ​ຫລາຍ​ໄດ໋ສັງຂານ, ​ໃນ​ການ​ແຂ່ງຂັນ​ຕັ້ງ​ທີ​ຫນຶ່ງ, ທິມຈີນຊະນະ, ການ​ແຂ່ງຂັນ​ຕັ້ງທີ​ຫນຶ່ງ ພາສາ​ຈີນ​ເອີ້ນ​ວ່າ 第一局 (ອ່ານ​ຕາມ), ​ແຕ່​ວ່າ​ຫລັງ​ຈາກ​ນັ້ນຈີນເສຍ​ສອງຕັ້ງ​ຕິດໆ​ກັນ, ​ເຮັດ​ໃຫ້​ຜູ່​ຊົມ​ກໍ່​ຮູ້ສຶກເປັນ​ຫ່ວງ​ຫລາຍ.

ສັງຂານ: ​ໂອ,ຄັນ​ຊັ້ນ,ຕັ້ງ​ທີ​ສີ່​ກໍ່​ເປັນຕັ້ງ​ທີ່​ດຸ​ເດືອດ​ທີ່​ສຸດ​ແມ່ນ​ບໍ່?

ວັນນີ:​ເຈົ້າ​ແມ່ນ​ແລ້ວ,​ເພາະວ່າ​ການ​ແຂ່ງຂັນ​ບານ​ສົ່ງ​ແມ່ນ​ແຂ່ງ 5 ຕັ້ງ,​ຖ້າ​ຊະນະ​ສາມ​ຕັ້ງ​ກໍ່ຖື​ວ່າ​ໄດ້​​ເຂົ້າສູ່​ຮອບ​ຕໍ່​ໄປ​ເລີຍ.ພາສາ​ຈີນ​ເອີ້ນ​ວ່າ 五局三胜

ສັງຂານ:ອູ​ຈູ້​ຊ່ານ​ເຊິ້ງ.​​ເມື່ອ​ກີ້​ນີ້ ວັນນີ​ໄດ້​ບອກ​ວ່າ, ​ໃນ​ການ​ແຂ່ງຂັນ​ບານ​ສົ່ງ​ເພດ​ຊາຍ,ທິມຈີນ​ຊະນະ​ທິມ​ເວ​ເນ​ຊູ​ແອ​ລາ​ໃນຕັ້ງ​ທີ​ຫນຶ່ງ, ​ແຕ່​ພາຍຫລັງ​ມາ​ໄດ້​ເສຍ​ສອງ​ຕັ້ງຕິດ​ກັນ,ຖ້າວ່າ​ໃນ​ຕັ້ງ​ທີ​ສີ່​ຍັງ​ເສຍ​ອີກ,ກໍ່​ຈະ​ເສຍ​​ເບີຍ,ແມ່ນບໍ່ວັນນີ?

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ສະນັ້ນ ຈິ່ງ​ເຮັດ​ໃຫ້​ຜູ່​ຊົມ​ຢູ່​​ໃນ​ສະຫນາມຮູ້ສຶກ​ເປັນ​ຫ່ວງ​ຫລາຍ,​ແຕ່​ກໍ່​ໄຄ​ແດ່, ​ເພາະວ່າ​ທິມຈີນ​ໄດ້​ພະຍາຍາມ​ສູ້​ຄືນ​ແລ້ວ​ກໍ່​ເອົາ​ຊະນະ​​ໄດ້​ໃນຕັ້ງ​ທີ​ສີ່, ​ເຮັດ​ໃຫ້ຕ້ອງ​ແຂ່ງຂັນ​​ໃນຕັ້ງສຸດ​ທ້າຍ​ທີ່​ເປັນຕັ້ງຕັດສິນ.ພາສາ​ຈີນ​ເອີ້ນ​ວ່າ 决胜局
ສັງຂານ:ຈວຍ ​ເຊິ້ງ ຈູ,ຊັ້ນ​ໃນ​ ຈວຍ ​ເຊິ້ງ ຈູ ທິມຈີນ​ມີ​ຫລິ້ນ​ໄດ້​ດີບໍ່​ວັນນີ?

ວັນນີ:​ກົດ​ດັນ​ດຸ​ເດືອດ​ຫລາຍ,ທັງ​ໄດ້​ທົດ​ສອບ​ຈິດ​ໃຈ​ຂອງ​ນັກ​ກິລາ​ທຸກ​ຄົນ.ຫາກໍ່​ເລີ່​ມຕົ້ນການ​ແຂ່ງຂັນ​ໃນຕັ້ງ​ຕັດສິນຫລື 决胜局 ນີ້, ທິມຈີນ​ເຄີຍ​ອ່ອນກວ່າ​ທິມ​ເວ​ເນ​ຊູ​​ເອ​ລາຫລາຍ​ເຕີບ, ​ແຕ່​ວ່າ​ຍ້ອນ​ໄດ້​ສຽງ​ເຊຍ​ໄຊໂຍ​ໂຮ​ຮ້ອງທີ່​ດັງ​ສະຫນັ່ນຫວັ່ນ​ໄຫວ​ຂອງ​ຜູ່​ຊົມ, ທິມຈີນ​ກໍ່​ເອົາ​ຊະນະ​ທິມ​ເວ​ເນ​ຊູ​​ເອ​ລາ​ດ້ວຍຄະ​ແນນ 16 ຕໍ່ 14 16 比14

ສັງຂານ: ສື​ລິ້ວ ປີ ສຶຊື້  ​ນີ້ວັນນີມື້​ຄືນ​ນີ້​ຄື​ຊິ​ດີ​ໃຈ​ຫລາຍ​ເນາະທີ່​ໄດ້​ໄປ​ເບິ່ງທິມຈີນ​ແຂ່ງ​ຂັນ,​ເພາະວ່າ​ມີ​ບັນຍາກາດຟົດຟ​ຟື້ນຫລາຍ​ແມ່ນ​ບໍ່?ວັນນີ,ຊັ້ນ​ໄປ​ເບິ່ງ​ການ​ແຂ່ງຂັນ​ຢູ່​ສະຫນາມ, ພາສາ​ຈີນ​ວ່າ​ແນວ​ໃດ?

ວັນນີ:​ ພາສາ​ຈີນ​ວ່າ​ແນວ​ນີ້ 现场观赛 现场 ຢູ່​​ສະຫນາມ​ແຂ່ງຂັນ 观赛 ​ແມ່ນ​ເບິ່ງ​ການ​ແຂ່ງຂັນ

ສັງຂານ:ອ່ານ​ຕາມ.

ວັນນີ:ກ່ຽວ​ກັບ​ການ​ແຂ່ງຂັນ​ບານ​ສົ່ງ​ເພດ​ຊາຍ​ທີ່​ວັນນີ​ໄດ້​ໄປ​ເບິ່ງ​ໃນ​ມື້​ຄືນວານ​ນີ້​ພວກ​ເຮົາ​ກໍ່​ຈະ​ລົມ​ຮອດ​ນີ້ກ່ອນ, ລາຍການ​ມື້ນີ້​ໃກ້ຊິ​ຫມົດ​ເວລາ​ແລ້ວ, ຕອນ​ທ້າຍ,ຈະ​ເປີດ​ເພງ 超越梦想 ກ້າວ​ຂ້າມ​ຄວາມ​ຝັນ ​ໃຫ້​ທ່ານ​ຟັງ.

ສັງຂານ: ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>