ຍີ່​ປຸ່ນ​ສ.ປ.ປ​ເກົາ​ຫຼີ​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ກັນ​ກ່ຽວ​ກັບ​ການ​ສຳ​ຫຼວດ​ບັນ​ຫາ​ລັກ​ພາ​ຕົວ​ຄືນ​ໃຫມ່

(GMT+08:00) 2008-08-13 16:09:06 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:  ຕອນ​ຂ້ອນ​ແຈ້ງ​ວັນ​ທີ 13 ສິງຫາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ການ​ປຶກສາຫາລື​ວຽກ​ງານ​ລະຫວ່າງ​ລັດຖະບານ​ຍີ່​ ປຸ່ນກັບສ.ປ.ປ​ເກົາຫຼີ​ໄດ້​ອັດ​ລົງ​ແລ້ວ,  ສອງ​ຝ່າຍ​ກ້າວ​ເຖິງ​ຂັ້ນ​ຕົກລົງ​ກັນ​ກ່ຽວ​ກັບສ.ປ.ປ​ເກົາຫຼີ​ສຳ​ເລັດ​ການ​ສຳ​ຫຼວດຄືນ​ໃຫມ່​ກ່ຽວ​ກັບ​ບັນຫາ​ລັກ​ພາ​ຕົວ​ໃນ​ລະດູ​ໃບ​​ໄມ້​ຫຼຸ່ນປີ​ນີ້​ແລະ​ຍີ່​ປຸ່ນຍົກ​ເລີ​ການ​ລົງ​ໂທດ​ຕໍ່​ເສດ​ຖະກິດ​ຂອງ​ສ.ປ.ປ​ເກົາຫຼີ​


ຂ່າວສານ​ກຽວ​ໂດ​ຍີ່​ປຸ່ນ​​ແລະ​ສື່​ມວນ​ຊົນ​ອື່ນໆໄດ້​ລາຍ​ງານ​ວ່າ, ສ.ປ.ປ​ເກົາຫຼີ​ເຫັນ​ດີຕໍ່ກາ​ນສຳ​ຫຼວດຄືນ​ໃຫມ່​ກ່ຽວ​ກັບ​ກໍລະນີ​ຄົນ​ຍີ່​ປຸ່ນຖືກ​ລັກ​ພາ​ຕົວ​ວ່າຢູ່​ບ່ອນ​ໃດ,  ​ແລະ​ອາດ​ຈະ​ສຳ​ເລັດ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ​ນີ້​ ​, ກ່ຽວ​ກັບ​ເລື່ອງ​ນີ້ ສ.ປ.ປ​ເກົາຫຼີ​ຈະ​ຕັ້ງ​ຄະນະ​ກຳມະການ​ສຳ​ຫຼວດພິ​ເສດ, ​ແລະ​ແຈ້ງ​ສະພາບການ​ສຳ​ຫຼວດ​ໃຫ້​ຍີ່​ປຸ່ນຊາບ​, ​ແລະ​ສະຫນອງ​ການ​ຮ່ວມ​ມື​ໄປ​ພ້ອມ​ກັນ.


ສອງ​ຝ່າຍ​ຍັງ​ເຫັນ​ດີ​ຈະ​ສືບ​ຕໍ່​ປຶກສາ​ຫາ​ລາ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ ສົ່ງ​ຜູ່​ທີ່​ກ່ຽວ​ຂ້ອງກັບ​ເຫດການ​ຈີ້ຍົນ​ໂດຍສານ​ ​ ຊຳລະ​ແກ້​ໄ​ຂບັນຫາ​ປະຫວັດສາດ​ການ​ປົກຄອງລ່າ​ເມືອງຂຶ້ນຂອງ​ຍີ່​ປຸ່ນ​ແລະ​ອະນຸຍາດ​ໃຫ້​​ກຳ​ປັ່ນຂອງສ.ປ​.ປ​ເກົາຫຼີ​ທີ່​ຂົນ​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ​ແບບ​ມະນຸດສະທຳ​ເຂົ້າ​ສູ່​ທ່າ​ກ່ຳ​ປັ່ນ​ຍີ່​ປຸ່ນ​ໄດ້​ເປັນ​ຕົ້ນ
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>