ພາ​ສາ​ຈີນ​ໂອ​ລິມ​ປິກ​080814

(GMT+08:00) 2008-08-14 12:40:58 cri
-----------------------------------------------------------------------------------------------------------------



ວັນນີ:ສະບາຍດີ​ມິດ​ລາຍການ​ທຸກ​ທ່ານ​ທີ່​ຄິດ​ຮອດ​ຄິດ​ເຖິງ, ສັງຂານ​ກັບ​ວັນນີ​ມາ​ພົບ​ກັບ​ທ່ານ​ອີກ​ແລ້ວ​ໃນ​ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ.

ສັງຂານ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ. ​ຜູ່​ຟັງ​ບາງ​ຄົນອາດ​ຈະ​ຍັງ​ຈື່​ໄດ້​ວ່າ​ໃນ​ລາຍການ​ມື້ວານ​ນີ້,ວັນນີ​ໄດ້​ສອນ​ພາສາ​ຈີນ​ກ່ຽວ​ກັບ​ການ​ແຂ່ງຂັນ​ບານ​ສົ່ງ​ເພດ​ຊາຍ​ທີ່​ວັນນີ​ໄດ້​ໄປ​ເບິ່ງ​ຢູ່​ກັບ​ສະຫນາມ,.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ​ເລົ່າ​ເລື່ອງ​ກ່ຽວ​ກັບ​ການ​ໄປ​ເບິ່ງ​ການ​ແຂ່ງຂັນ ສູ່ທ່ານຟັງ,ກໍ່​ແມ່ນ​ຫວັງ​ຢາກ​ໃຫ້​ທ່ານ​ສາມາດ​ຊົມ​ໃຊ້​ອາລົມ​ທີ່​ຕື່ນ​ເຕັ້ນໃນ​ຕອນ​ນັ້ນນຳ​ກັນ.ມື້ນີ້ ພວກ​ເຮົາ​ກໍ່​ຈະ​ຮຽນ​ພາສາ​ຈີນ​ກ່ຽວ​ກັບ​ການ​ເຊຍ​ແນວ​ໃດ​ໃນ​ເວລາ​ເບິ່ງ​ການ​ແຂ່ງຂັນ.

ສັງຂານ:​ໂອ,ດີ​ຫລາຍ, ຖ້າວ່າ​ຜູ່​ຟັງ​ຜູ່​ໃດ​ມີ​ໂອກາດ​ມາ​ປັກ​ກິ່ງ​ມາ​ເບິ່ງ​ການ​ແຂ່ງຂັນ, ກໍ່​ຄື​ຊິ​ໃຊ້​ການ​ໄດ້​ແລ້ວຫລື​ໄປ​ຊົມ​ກິລາ​ຢູ່​ບ່ອນ​ອື່ນໆ​ກໍ່​ອາດ​ໃຊ້​ໄດ້​ຄື​ກັນ..

ວັນນີ:​ເຈົ້າ, ​ໃນ​ການ​ແຂ່ງ​ຂັນ, ຜູ່​ຊົມ ຫລື​ພາສາ​ຈີນ​ເອີ້ນ​ວ່າ 观众(ອ່ານ​ຕາມ) ​ແມ່​ນນັ່ງ​ຢູ່​ເທິງ​ແທ່ນ​ຊົມ,​ເພື່ອ​ເບິ່ງ​ການ​ແຂ່ງຂັນ.​​​ແລະສົ່ງສ​ຽງ​ເຊຍ​ໃຫ້​ນັກ​ກິລາ.​ເຊຍ ພາສາ​ຈີນ​ວ່າ 喝彩 (ອ່ານ​ຕາມ).​ເມື່ອ​ໄດ້​ເຫັນ​ນັກ​ກິລາ​ຫລື​ທິມທີ່​ຕົນ​ເອງ​ສະຫນັບສະຫນູນ​ນັ້ນອ່ອນ​ລົງ, ກໍ່​ຈະ​ໄຊ​ໂຍ​ໂຮ​ຮ້ອງ​ເພື່ອ​ໃຫ້​ກຳລັງ​ໃຈ. ສ່ວນ​ຄຳ​ວ່າ 加油 ຖື​ວ່າ​ແມ່ນ​ຄຳ​ສັບ​ທີ່​ຜູ່​ຊົມ​ມັກ​ເວົ້າ​​ເຖິງ​ເລື້ອຍໆ​ໃນ​ເວລາ​ເຊຍ​ໃຫ້​ນັກ​ກິລາ.

ສັງຂານ: ​ເຈ່ຍ​​ໂຢວ; ອື່, ສັງຂານ​ຮູ໊​ແລ້ວ​ວ່າ​ແມ່ນ​ມີ​ຄວາມ​ຫມາຍວ່າ ສູ້ ສູ້ ທີ່​ຄົນ​ລາວ​ມັກ​ເວົ້າ​ເຖິງ​ໃນ​ເວລາ​ເບິ່ງ​ການ​ແຂ່ງຂັນ​ເພື່ອ​ໃຫ້​ກຳລັງ​ໃຈ​ແກ່​ນັກ​ກິລາ,​ແມ່ນ​ບໍ່​ວັນນີ?

ວັນນີ:​ເຈົ້າ​ແມ່ນ​ແລ້ວ. ​ເມື່ອ​ສາມ​ເດືອນ​ກ່ອນ, ​ແຂວງ​ເສ​ສວນ​ຈີນ​ເກີດ​ແຜ່ນດິນ​ໄຫວ​ຢ່າງ​ຫນັກ​ຫນ່ວງ, ປະຊາຊົນ​ຈີນ​ກໍ່​ມີ​ຈິດ​ຫນຶ່ງ​ໃຈດຽວກັນ​ຕ້ານ​ໄພ,​ແລະ​ມັກ​ເວົ້າຄຳ​ວ່າ 四川加油 中国加油 ​ແປ​ວ່າ ສູ້​​ເພື່ອ​ເສ​ສວນ ສູ້​​ເພື່ອຈີນ

ສັງຂານ​:​ເຈ່ຍ​ໂຢວ ຈົ່ງ​ໂກວ​ເຈ່ຍ​ໂຢວ ຫລາວ​ໂວ​ເຈ່ຍ​ໂຢວ​ແລະ​ຂໍ​ໃຫ້​ນັກ​ກິລາ​ທຸກ​ຄົນ​ຈົ່ງ ​ເຈ່ຍ​ໂຢວຄື​ກັນ.

ວັນນີ:​ເມື່ອ​ສັງຂານ​ໄປ​ເບິ່ງ​ການ​ແຂ່ງຂັນ​ຢູ່​ສະຫນາມ, ກໍ່​ຈະ​ໄດ້​ເຫັນ​ທິມ​ເຊຍ​ທີ່​​ເປັນ​ຜູ່​ສາວ​ຫນ້າ​ຮັກ​ເຕັ້ນຊຳນານ​ຄ່ອງ​ແຄ້ວ​ຫລາຍ​ຢູ່ຂ້າງ​ຫລື​ກາງ​ສະຫນາມ

ສັງຂານ:​ອື?​ແມ່ນ​​ແທ້?ຊັ້ນ​ທິມ​ເຊຍ ພາສາ​ຈີນ​ວ່າ​ແນວ​ໃດ?

ວັນນີ:  拉拉队(ອ່ານ​ຕາມ)  ​ເຈົ້າ. ການ​ແຂ່ງຂັນ​ຕ່າງ​ກັນ​ກໍ່​ຈະ​ມີ​ທິມ​ເຊຍ​ທີ່​ຕ່າງ​ກັນ, ​ເຊັ່ນ​ວ່າ ​ໃນ​ເວລາ​ພັກ​ເຄິ່ງ​ເວລາຂອງ​ການ​ແຂ່ງຂັນ​ບານ​ສົ່ງ​ທີ່​ວັນນີ​ໄດ້​​ໄປ​ເບິ່ງ​ຢູ່​ສະຫນາມ, ກໍ່​ມີ​ທິມ​ເຊຍ​ບານ​ສົ່ງ​ທີ່​ນຸ່ງ​ຊຸດ​ດຽວ​ກັນ​ອອກ​ມາ​ເຕັ້ນ​ໃນ​ທ່າມກາງ​ສຽງ​ເພງ​ທີ່​ມ່ວນ​ແລະ​​ມີຈັງຫວະ​ໄວໆຕື່ນ​ເຕັ້ນດີ,​ເພື່ອ​ໃຫ້​ບັນຍາກາດ​ຢູ່​ສະຫນາມ​ຄຶກຄື້ນຂຶ້ນ.ທິມ​ເຊຍ​ບານ​ສົ່ງ ພາສາ​ຈີນ​ເອີ້ນ​ວ່າ 排球宝贝 (ອ່ານ​ຕາມ: ຜາຍ​ຊິວ ປາວ​ໄປ້ 排球 ກໍ່​ແມ່ນ ບານ​ສົ່ງ; 宝贝 ​ແປ​ເປັນຄວາມ​ລາວ​ກໍ່​ແມ່ນ ທີ່​ຮັກ ຫລື​ວ່າ​ພາສາ​ອັງກິດ​ເອີ້ນ​ວ່າ baby

ສັງຂານ:​ໂອ,ກໍ່​ສົມ​ຊື່​ຫັ້ນ​ແຫລະ​ເນາະ.​​ເພາະວ່າ​​ໃນ​ທິມ​ເຊຍ,ສ່ວນ​ຫລາຍ​ແມ່ນ​ຜູ່​ສາວ​ຫນ້າ​ຮັກ​ທີ່​ນຸ່ງ​ກະ​ໂປ່​ງສັ້ນໆ​​ໄປເຕັ້ນຢູ່​ສະຫນາມ.ຊັ້ນ​ທິມ​ເຊຍ​ຂອງ​ການ​ແຂ່ງຂັນ​ບານ​ເຕະ​ກໍ່​ແມ່ນ ຈູ​ຊິວ​ປາວ​ໄປ້ ທິມ​ເຊຍ​ຂອງ​ການ​ແຂ່ງຂັນ​ບານ​ບ້ວງ​ກໍ່​ແມ່ນ ຫລານ​ຊິວ​ປາວ​ໄປ້ແມ່ນ​ບໍ່​ຫລະ​ວັນນີ?

ວັນນີ:​ແມ່ນ​ແລ້ວ​ໆ, ​ເມື່ອ​ມີ​ທິມ​ເຊຍ​ທີ່​ມີຜູ່​ສາວ​ທີ່​ເຕັ້ນງາມ​​ເຫລົ່ານ​ນັ້ນ​ແລ້ວ, ກໍ່​ໄດ້​ນຳ​ເອົາ​ຄວາມ​ງາມ​ແລະຄວາມ​ສົດ​ຊື່ນ​ມາ​ໃຫ້​ຜູ່​ຊົມ, ສາມາດ​ສ້າງ​ບັນຍາກາດ​ທີ່​ສົດ​ຊື່ນຢູ່​ສະຫນາມ​ແຂ່ງຂັນ​ດ້ວຍ​ຄວາມ​ຫ້າວຫັນ​ຄ່ອງ​ແຄ້ວຂອງ​ຕົນ​ເອງ.

ສັງຂານ:​ເຈົ້າ​ແມ່ນ​ແລ້ວ, ນອກຈາກ​ໄດ້​ຮ້ອງ​ຄຳ​ວ່າ ​ເຈຍ​​ໂຢວ ສູ້ໆ ​ແລ້ວ ຜູ່​ຊົມຍັງ​ມັກ​ຕົບມື​ເພື່ອ​ຊົມ​ເຊີຍ​ຄວາມ​ສາມາດ​ຂອງ​ນັກ​ກິລາ.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ຕົບມື ພາສາ​ຈີນ​ວ່າ 鼓掌 (ອ່ານ​ຕາມ) ​ແລະ​ຍັງ​ມີ​ການ​ເຄື່ອນ​ໄຫວ​ອັນ​ຫນຶ່ງ​ທີ່​ຜູ່​ຊົມ​ມັກ​ເຮັດ​ໃນ​ເວລາ​​ເບິ່ງ​ການ​ແຂ່ງຂັນ,ນັ້ນກໍ່​ຄື 做人浪

ສັງຂານ: ​ໂຈ້​ວ ​ເຢີ​ນ ລ້າງ ? ​ແມ່ນ​ຫຍັງ​ນີ້​ວັນນີ?

ວັນນີ:ກໍ່​ແມ່ນ​ວ່າ​ຜູ່​ຊົມ​ໄດ້​ຢືນ​ຂຶ້ນ​ນັ່ງ​ລົງ​ຕາມ​ທີ່​ນັ່ງ​ຂອງ​ຕົນ​ເອງພ້ອມໆ​ກັນ,​ເບິ່ງ​ຈາກ​ທາງ​ໄກ​ແລ້ວ​ກໍ່​ຄື​ກັບ​ຟອງ​ທະ​ເລ​ທີ່​ຂຶ້ນໆ​ລົງໆ.

ສັງຂານ:​ໂອ,​ເຂົ້າ​ໃຈ​ແລ້ວ ​ໂຈ້​ວ ​ເຢີ​ນ ລ້າງ ພາສາ​ລາວ​ເພິ່ນ​ເອີ້ນ​ວ່າ ຄື້ນມະນຸດ​ກອງເຊຍ

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ຖ້າວ່າ​ມີ​ໂອກາດ​ມາ​ເບິ່ງ​ການ​ແຂ່ງຂັນ​ຢູ່​ປັກ​ກິ່ງ, ພວກ​ເຮົາ​ກໍ່​ໄປ​ເຮັດ​ຄື້ນມະນຸດກອງ​ເຊຍ​ນຳ​ກັນ​ເນາະທ່ານ​ຜູ່​ຟັງ. ​ເອົາ​ມາ​ຮອດ​ນີ້​ລາວ​ການ​ມື້ນີ້ກໍ່​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ຖື​ໂອກາດ​ນີ້ມ​ອບ​ເພງ 喝彩北京 ​ແປ​ວ່າ ​​ໄຊ​ໂຍ​ໂຮ​ຮ້ອງ​ໃຫ້​ປັກ​ກິ່ງ ສູ່​ຟັງ.

ຫນຸ່ມ​ໃຫຍ່:ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>