ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ປົກ​ປ້ອງ​ແລະ​ຂະ​ຫຍາຍ ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​​ໂດຍ​ຕະ​ຫຼອດ​

(GMT+08:00) 2008-08-14 12:50:16 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວ​ຫນັງສືພິມ​ເຢິມິນ​ຢື້​ປ້າວ:  ວັນ​ທີ 13 ສິງຫາ​ນີ້,ທ່ານ​​ເຈ່ຍຊິ້ນ​ລິນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດຈີນ​ໄດ້​ໄປຢ້ຽມ​ຊົມງານວາງສະ​ແດງ​ຮູບພາບທາງ​ຄາ​​ເກີ​ຊາຣ໌ພັນ​ແຜ່ນ​ເພື່ອ​ຕ້ອນຮັບ​ໂອ​ລິ​ມປິກ​ທີ່​ພວມ​ຈັດຢູ່​ນະຄອນຫຼວງ​ປັກ​ກິ່ງ.  ທ່ານ​​ເຈ່ຍຊິ້ນ​ລິນ​ກ່າວ​ວ່າ, ລັດຖະບານ​ກາງ​ຈີນ​ເອົາ​ໃຈ​ໃສ່ທີ່​ສຸດ​ນຳ​ການ​ປົກ​ປ້ອງ​ແລະ​ຂະຫຍາຍ ວັດທະນະທຳ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຕະຫຼອດ​ມາ.  ຮູບທາງ​ຄາ​ເກີ​ຊາຣ໌ພັນ​ແຜ່ນ​ທີ່​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຕິ​ເບ​ດ​ກັ່ນ​ຈີ່​ຂອງ​ແຂວງ​ເສ​ສວນ​ໄດ້​ຈັດ​ການວາງສະ​ແດງຄວາມ​ສາມາດ​ໃນດ້ານ​ການ​ປະດິດ​ເພື່ອ​​ແຕ່ງ​ນັ້ນ​ບໍ່​ພຽງ​ແຕ່​ແມ່ນການ​ກະທຳ​ທີ່​ປະດິດ​ສ້າງ​ໃນ​ການ​ປົກ​ປ້ອງ​ແລະ​ຂະຫຍາຍ​ວັດທະນະທຳ​ຕິ​ເບ​ດ​ເທົ່າ​ນັ້ນ, ​ແຕ່ຍັງ​ແມ່ນ​ການສະ​ແດງ​ອັນ​ຊີວິດ​ຊີວາ​ຂອງ​ນະ​ໂຍບາຍ​ຊົນ​ເຜົ່າ​ແລະ​ວັດທະນະທຳ​ຂອງ​ຈີນ.

ທ້າວ​ເກີ​ຊາຣ໌​ແມ່ນ​​ວິລະ​ຊົນ​ທີ່​ເລົ່າ​ລື​ກັນ​ຢ່າງ​ກວ້າງຂວາງ​ຂອງປະຊາຊົນ​​ເຜົ່າ​ຕິ​ເບ​ດ, ຮູບທາງ​ຄາ​ແມ່ນ​ຮູບ​​ແຜ່ນ​​ທີ່​ຕິດ​​ແຜ່ນ​ຮູບ​ແຕ້ມ​ໃສ່​ໄມ້​ທ່ອນ​ນ້ອຍໆ​ຢູ່​ສອງ​ສົ້ນດ້ວຍ​ຜ້າ​ໄຫມສີທີ່​​ເຜີຍ​ແຜ່​ຢູ່​ເຂດ​ຕິ​ເບ​ດ.  ການສະ​ແດງ​ເທື່ອ​ນີ້​​ໄດ້ສະ​ແດງ​​ຮູບທາງ​ຄາ​ເກີ​ຊາຣ໌ 260 ​ແຜ່ນ,  ຮູບ​ຖ່າຍ​ແລະ​ແຜນ​ພາບ80 ກວ່າ​​ແຜ່ນ​​ແລະ​​ເຄື່ອງ​ວາງສະ​ແດງ 50 ກວ່າ​ອັນ.


 ທ່ານ​​ເຈ່ຍຊິ້ນລິນ​ກ່າວ​ວ່າ, ການວາງສະ​ແດງ​ຮູບ​ທາງ​ຄາ​ເກີ​ຊາ​ຣ໌ພັນ​ແຜ່ນ​ໄດ້ສະ​ແດງ​ໃຫ້​ເຫັນ​ເລື່ອງ​ຈິງ​ທີ່ການ​ພັດທະນາ​​ເສດຖະກິ​ດສັງຄົມ​ແລະ​ວັດທະ ນະທຳ​ຊົນ​ເຜົ່າ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ຮັບການ​ປົກ​ປ້ອງ​ຢ່າງ​ດີ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>