ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ຍ້ອງ​ຍໍ​ນັກ​ກິລາ​ຈີນ​ໄດ້​ຮັບ​ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ

(GMT+08:00) 2008-08-14 21:12:43 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້, ສື່​ມວນ​ຊົນສຳຄັນ​ຢູ່ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ພາກັນ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ນັກ​ກິລາ​ຈີນ​ໄດ້ຮັບ​ຜົນງານ​ດີ​​ເດັ່ນໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ພ້ອມ​ກັນ​ນັ້ນ, ຍ້ອງຍໍ​ປະຊາຊົນ​ຈີນທີ່​ໄດ້​ສະ​ແດງ​ຄວາມ​ກະ​ຕືລື​ລົ້ນ​ອັນ​ໃຫຍ່ຫຼວງ​ຕໍ່​ການ​ແຂ່ງຂັນ. ​

ບໍລິສັດ​ວິທະຍຸ​ກະຈາຍສຽງ​ອົສຕຼາລີ​ແຈ້ງ​ຂ່າວ​ວ່າ, ທີ​ມຈີນ​ໄດ້​ຫຼຽນຄຳ​ແລະຫຼຽນ​ເງິນ​ໃນ​ການ​ແຂ່ງຂັນ​ລອຍ​ນ້ຳຂອງ​ງານ​ກິລາ​ໂອ​ລິ​ມປິກ, ທັງ​ໄດ້​ທຳລາຍ​ສະຖິຕິ​ຂອງ​ໂລກ​ພ້ອມ​ກັນ, ​ບໍ່​ຄວນ​ເບີ່​ງຂ້າມ​ກຳລັງ​ຕົວ​ຈິງ​ຂອງ​ທີ​ມຈີນ.

ໜັງສືພິມ "ແຄບ​ທາຍ​ມສ໌"​ເຊິ່ງ​ເປັນ​ໜັງສືພິມ​ທີ່​ມີ​ຊື່ສຽງ​ຂອງ​ອາ​ຝຼິກາ​​​ໄດ້​ພິມ​ຫົວ​ຂໍ້​ໃຫຍ່​ວ່າ: ນັກ​ກິລາ​ຈີນ​ສະ​ເທືອ​ນ​ໂລກ.

ໜັງສືພິມ "ອິ​ເລີ​ຄິ​ບ" ​ເຊິ່ງ​ເປັນ​ໜັງສືພິມ​ກິລາ​ລາຍ​ວັນ​ທີ່​ມີ​ອິດ​ທິພົນ​ຫຼາຍ​ສົມຄວນ​ຂອງ​ຝະຣັ່ງ​ສະບັບ​ວັນ​ທີ 13 ສິງຫາ​ນີ້​ໄດ້ພິມ​ບົດ​ຄວາມ​ຂຽນ​ວ່າ, ປະຊາຊົນ​ຈີນ​ທີ່​ໄປ​ຊົມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສະ​ແດງ​ອອກຄຸນ​ສົມບັດ​ທີ່​ດີ​ເດັ່ນ.

ໜັງສືພິມ "​ເດີ ມາ​ນີລາ​ທາຍ​ມສ໌" ຂອງຟິລິບ​ປິນສະ​ບັບວັນ​ທີ 14 ສິງຫາ​ນີ້ພິມ​ບົດ​ຄວາມ​ໂດຍຂຽນ​ວ່າ, ຫວ່າງ​ມໍ່ໆ​ນີ້, ການ​ນຳ​ໃຊ້​ງານ​ກິລາ​ໂອ​ລິ​ມປິກ​​ເຂົ້າມາກ່ຽວ​ພັນເລື່ອງ​ການ​ເມືອງ​ໄດ້ຫຼຸດໜ້ອຍ​ລົງ, ນີ້​ສອດຄ່ອງ​ກັບຈິດ​ໃຈ​ໂອ​ລິມປິກ, ​ເປັນໜ້າ​ຍ້ອງຍໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>