ພາ​ສາ​ຈີນ​ໂອ​ລິມ​ປິກ 080815

(GMT+08:00) 2008-08-15 10:19:50 cri
-----------------------------------------------------------------------------------------------------------------


ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ຮັກ​ແພງ, ​ເຖິງ​ເວ​ລານີ້ກໍ່​ແມ່ນ​ລາຍການ​ສອນ​ພາສາ​ຈີນ​ໂອ​ລິ​ມປິກ.

ສັງຂານ:​ແຕ່​ລະມື້ ວັນນີ​ແລະ​ສັງຂານ​ກໍ່​ຢູ່​ແຫ່ງ​ນີ້​ເພື່ອ​ສອນ​ພາສາ​ຈີນຈັກ​ສອງ​ສາມ​ປະ​ໂຫຍ​ກກ່ຽວ​ກັບ​ໂອ​ລິ​ມປິກ​ກັບ​ທ່ານ​ເພື່ອ​ເຂົ້າກັບ​ບັນຍາກາດ​ໂອ​ລິ​ມປິກ​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ດຽວນ​ນີ້.

ວັນນີ:​ເຈົ້າ​ແມ່ນ​ແລ້ວ, ມື້ນີ້ ພວກ​ເຮົາ​ມາ​ຮຽນ​ພາສາ​ຈີນ​ກ່ຽວ​ກັບ​ການ​ແຂ່ງຂັນ.ພາສາ​ຈີນ​ເອີ້​ນວ່າ 赛程 ຄັນ​​ແປ​ຕາມ​ໂຕ ມີ​ຄວາມ​ຫມາຍວ່າ ຂັ້ນ​ຕອນ​ແຂ່ງຂັນ.

ຫນຸ່ມ​ໃຫຍ່:ຊ້າຍ​ເສິງ.

ວັນນີ:ການ​ແຂ່ງຂັນ​ຂອງ​ໂອ​ລິ​ມປິກ​ສ່ວນ​ຫລາຍ​ແມ່ນ​ເລີ່​ມຕົ້ນ​ແຕ່ 预赛 ການ​ແຂ່ງຂັນຮອບ​ຄັດ​ເລືອກ.

ສັງຂານ: ອີ້​ຊ້າຍ.​ເມື່ອ​ອີ້​ຊ້າຍ​ແລ້ວ, ກໍ່​ຜ່ານ​ເຂົ້າຮອບ 16 ທິມ​​ເວົ້າ​ແນວ​ໃດ?ວັນນີ.

ວັນນີ: 1/16 决赛     16分之一 ​ແປ​ວ່າ 1/16.

ສັງຂານ:ສື ລິ້ວ ​ເຟີ່​ນ ຈື່ ອີ່ ຈວຍ ຊ້າຍ

ວັນນີ:ຜ່ານ​ການ​ແຂ່ງຂັນ​ເຂົ້າຮອບ 16 ທິມ​ແລ້ວ, ກໍ່​ມີ​ການ​ແຂ່ງຂັນ​ເຂົ້າຮອບ 8 ທິມສຸດ​ທ້າຍ​ຫລື​ຈະ​ເວົ້າວ່າ​ຮອບ​ກ່ອນ​ຮອງ​ຊະນະ​ເລີດ​ກໍ່​ໄດ້, ພາສາ​ຈີນ​ເອີ້ນ​ວ່າ 1/8 决赛 八分之一 ​ແປ​ວ່າ 1/8

ສັງຂານ: ປ່າ ​ເຟີ່ນຈື່​ອີ່ ຈວຍ​ຊ້າຍ.

ວັນນີ:​ເຈົ້າ, 8 ທິມທີ່​ເຂົ້າຮອບ​ນັ້ນ​ເອີ້ນ​ວ່າ 八强

ສັງຂານ: ປ່າ ສຽງ

ວັນນີ:ຫລື​ວ່າ 前八强 8 ທິມສຸດ​ທ້າຍ

ສັງຂານ:ສຽນ​ປ່າ​ສຽງ. 8 ທິມສຸດ​ທ້າຍແຂ່ງຂັນ​ກັນ,​ເອີ້ນ​ວ່າ​ຮອບ​ກ່ອນ​ຮອງ​ຊະນະ​ເລີດ,ພາສາ​ຈີນ​ວ່າ​ແນ​ວ​ໃດ?

ວັນນີ: 1/4 决赛(ອ່ານ​ຕາມ)​ຮອບ​ກ່ອນ​ຮອງ​ຊະນະ​ເລີດຈະ​ກຳ​ເນີ​ດ 4 ທິມສຸດ​ທ້າຣຍ​ເຊິ່ງກໍ່​ຄື 前四强 (ອ່ານ​ຕາມ)

ສັງຂານ:ສີ່​ທິມສຸດ​ທ້າຍແຂ່ງຂັນ​ກັນກໍ່​ແມ່ນ​ການ​ແຂ່ງຂັນ​ຮອບ​ 1/2 ຮອງ​ຊະນະ​ເລີດ

ວັນນີ:​ເຈົ້າ​ແມ່ນ​ແລ້ວ,​ເອີ້ນ​ວ່າ 1/2 决赛 ຫລື່ວ່າ 半决赛 ​ແປ​ວ່າການ​ແຂ່ງຂັນຮອບ​ຮອງຊະນະ​ເລີດ.

ສັງຂານ: ​ເອີ້ ​ເຟີ່ນຈື່​ອີ່ ຈວຍ​ຊ້າຍ         ປ້ານ​ຈວຍ​ຊ້າຍ

ວັນນີ:ສ່ວນ​ຜູ່​ໄດ້​ຊະນະ​ໃນ​ການ​ແຂ່ງຂັນ​​ໃນ​ຮອບ​ຮອງຊະນະ​ເລີດ​ນັ້ນກໍ່​ຈະ​ໄດ້​ເປັນ​ຄູ່​ຊິງ​​ແຊະນະ​ເລີດ,ພາສາ​ຈີນ​ເອີ້ນ​ວ່າ 决赛 ຄູ່​ຊິງ​ຊະນະ​ເລີດ

ສັງຂານ:ຈວຍ​ຊ້າຍ.

ວັນນີ:ຜູ່​ໄດ້​ຊະນະ​ໃນ​ການ​ແຂ່ງຂັນ​ຮອບຊິງ​ຊະນະ​ເລີດ​ນັ້ນກໍ່​ແມ່ນ​ແຊມ 冠军

ສັງຂານ: ກ້ວນ​ຈູ່ນ   ພວກ​ເຮົາ​ກໍ່​ເຄີຍ​ຮຽນ​ມາ​ກ່ອນ​ແລ້ວ​ກ່ຽວ​ກັບ​ຜູ່​ເປັນ​ແຊມ ຜູ່​ເປັນ​ທີ​ສອງ​ແລະ​ທີ​ສາມ​ຕ່າງ​​ແມ່ນ ກ້ວນ​ຈຸ່ນ ຢ້າຈຸ່ນ​ແລະ ຈີ້​ຈຸ່ນ ​ແມ່ນ​ບໍ່​ວັນນີ.

ວັນນີ:ຜູ່​ເປັນ​ແຊມ ​ເປັນທີ​ສອງ​ແລະ​ທີ​ສາມກໍ່ຈະ​ໄດ້​ຮັບ​ຫລຽນ​ຄຳ ຫລຽນ​ເງິນ​ແລະ​ຫລຽນ​ທອງ.

ສັງຂານ:​ເຈົ້າ​ແມ່ນ​ແລ້ວ,ຫລຽນ​ຄຳ​ແມ່ນ ຈີ່ນຜາຍ ຫລຽນ​ເງິນ​ແມ່ນ ຢິນຜາຍ ຫລຽນ​ທອງ​ແມ່ນ ຖົງ​ຜາຍ.

ວັນນີ:ສັງຂານ​ເກັ່ງ​ຫລາຍ, ຈື່​ ​ຫມົດ​ແລ້ວ.

ສັງຂານ:ຂອບ​ໃຈ​ທີ່​ຍ້ອງ, ຄົນ​ຈີນ​ມັກ​ເວົ້າວ່າ ຫາວໆ​ຊວຍ​ສີ ທ່ຽນໆ​ຊ້ຽງຊ້າງ ​ແປ​ວ່າ​ຮຽນ​ໃດ້ດີ,ຈະ​ມີ​ຄວາມກ້າວ​ຫນ້າ​ທຸກ​ມື້.​ແມ່ນ​ບໍ່​ວັນນີ?

ວັນນີ:​​ໂອ,ຮູ້​ຄຳ​ສຸພະ​ສິດ​ຈີນ​ອີກ​ແລ້ວ.​ບໍ່​ຮູ້​ວ່າ​ຟັງ​ລາຍການ​ນີ້​ແລ້ວ, ຜູ່​ຟັງ​ທັງຫລາຍ​ກໍ່​ມີ​ຄວາມ​ຮູ້​ຫລາຍ​ຕື່ມ​ກ່ຽວ​ກັບ​ພາສາ​ຈີນ​ຫລືບໍ່? ວັນນີ​ຄິດ​ວ່າ​ຮຽນ​ພາສາ​ນີ້, ຖ້າ​ວ່າ​ທ່ານ​ໄດ້​ຫມັ່ນ​ຮຽນ​ເລື້ອຍໆ, ກໍ່​ຍ່ອມ​ຈະ​ໄດ້ຜົນ​ທີ່​ດີ.

ສັງຂານ​:​ເຈົ້າ​ແມ່ນ​ແລ້ວ, ມາ​ຮອດ​ນີ້ ລາຍການ​ມື້ນີ້ກໍ່​ໃກ້​ຈະ​ຫມົດ​ເວລາ​ໄປ​ອີກ​ແລ້ວ, ຕອນ​ທ້າຍ​ຂໍ​ມອບ​​ເພງ ສື​ຊ້ຽງຊວນ​ເຫ​ນີງ ​ເກັ່ງ​ທຸກ​ດ້ານ ສູ່​ຟັງ.ຜູ່​ຈັດ​ລາຍການ​ທັງ​ສອງ​ຂໍ​ລາ​ທ່ານ​ໄປ​ພ້ອມ​ກັບ​ເພງ​ນີ້​ເລີຍ.ສະບາຍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>