ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ຍ້ອງ​ຍໍ​ຢ່າງ​ສູງ​ຕໍ່​ງານ​ໂອ​ລິມ​ປິກ​ປັກ​ກິ່ງ

(GMT+08:00) 2008-08-15 12:03:48 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:   ສື່​ມວນ​ຊົນ​ສຳຄັນ​ຂອງ​ຕ່າງປະ​ເທດ​ໄດ້​ສືບ​ຕໍ່​ລາຍ​ງານ​ຂ່າວ​​ກ່ຽວ​ກັບ​ການ​ແຂ່ງຂັນ​​ໂອ​ລິ​ມປິກ​ປັກ​ກິ່ງ​ຢ່າງ​ຕັ້ງຫນ້າ.


ຫຼາຍ​ມື້​ມາ​ນີ້,ຫນັງສືພິມ​ປາ​ກີ​ສະຖານ​ບໍ່​ພຽວ​ແຕ່​ສະ​ເຫ​ນີສະພາບ​ການ​ດຳ​ເນີນການ​ແຂ່ງຂັນ​ໂອ​ລິ​ມປິກ​ແກ່​ຜູ່ອ່ານ​ຂອງ​ພາຍ​ໃນ​ປະ​ເທດ​ຢ່າງຮອບດ້ານ​ເທົ່າ​ນັ້ນ, ຍັງ​​ໄດ້ຜ່ານ​ການ​ລາຍ​ງານຂ່າວ​ຂອງໂອ​ລິ​ມປິກຕີ​ລາ​ຄາສູງ​ຕໍ່ຜົນສຳ​ເລັດ​ຂອງ​ການ​ພັດທະນາ​ດ້ານການ​ເມືອງ​ແລະ​ເສດຖະກິ​ດຂອງ​ຈີນ.

ຫນັງສືພິມ​ຂ່າວ​ປາກີ​ສະຖານ​ສະບັບ​ວັນ​ທີ 14 ສິງຫາ​ນີ້​ໄດ້​ພິມ​ຂ່າວ​ທີ່​ລາຍ​ງານ​ມາ​ຈາກ​ປັກ​ກິ່ງ​ໂດຍ​ຂຽນ​ວ່າ,  ​ໃນ​ຫຼາຍ​ມື້​ມາ​ນີ້,ຄະນະ​ນັກ​ກິລາ​ຈີນ​ໄດ້​ພະຍາຍາມ​ສຸດ​ຂີດ​ ​ແລ້ວ​ໄດ້​ເປັນອັນ​ດັບ​ທີ​ຫນຶ່ງ​ໃນ​ຕາຕະລາງ​ຫຼຽນ​ຄຳ​, ຄະນະ​ນັກ​ກິລາ​ແລະສື່​ມວນ​ຊົນ​ຈີນ​ກໍ​ໄດ້​ສະ​ແດງ​ຄວາມ​ກະຕືລື​ລົ້ນ, ​ຜ່ານ​ການ​ແຂ່ງຂັນ​ຢ່າງ​ດຸ​ເດືອດສ້າງ​ບົດບາດ​ນຳ​ຫນ້າ​ຂອງ​ສື່​ມວນ​ຊົນ.

ຫນັງສືພິມປີຣາມິດ​ຫຼື​ອານ ອາຣາຣາມຂອງ​ເອຢິບ​ໄດ້​ພິມ​ບົດ​ຄວາມ​ໂດຍຂຽນ​ວ່າ, ທັດສະນະ​ຄະຕິ​ການ​ພັດທະນາ​ຢ່າງ​ກົມ​ກ່ຽວ​ກັນ​ທີ່​ຈີນ​ໄດ້ປະຕິບັດມາ​ໃນ​ຫຼາຍ​ປີ​ມາ​ນີ້​ໄດ້​ສະ​ແດ​ງ​ໃຫ້​ເຫັນ​​ການ​ເຕົ້າ​ໂຮມ ພະລັງ​ຊີວິດ​ແລະ​ການ​ສືບ​ທອດຂອງ​ວັດທະນະທຳ​ຈີນ​​

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>